ອີກສະຖານທີ່ທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງ ຂອງແຂວງສາລະວັນ ທີ່ຈະແນະນຳຄື “ທົ່ງກາ” ເຊິ່ງເປັນລານປ່າແປກ ແລະ ທົ່ງຫຍ້າ ຕາມທຳມະຊາດ ທີ່ມີຈອມພູທີ່ຢູ່ໃນລະດັບຄວາມສູງປະມານ 1,056 ແມັດ ຈາກລະດັບໜ້ານໍ້າທະເລ, ໃນຕອນເຊົ້າບັນຍາກາດຄ້ອນຂ້າງເຢັນ ແລະ ໃນບາງມື້ ຖ້າໂຊກດີ ກໍ່ຈະສາມາດເຫັນທະເລໝອກ ທີ່ປິດສະບັດຕາມກະແສລົມ ຜ່ານທົ່ງຫຍ້າ ແລະ ປ່າແປກ. ສະຖານທີ່ແຫ່ງນີ້ ເໝາະສຳລັບ ໃຜທີ່ຕ້ອງການຄວາມທ້າທາຍ ແລະ ມັກອອກກຳລັງກາຍ ໂດຍການຍ່າງ ຫຼື ຕັ້ງແຄ້ມປິກນິກ ກິນເຂົ້າປ່າໄດ້ (ຖ້າຈະຄ້າງແຮມ ແມ່ນໃຫ້ຂໍອະນຸຍາດ ທະຫານທີ່ຢູ່ເທິງນັ້ນໄດ້ ແລະ ຕ້ອງກໍ່ກອງໄຟ ໃນຈຸດທີ່ເພິ່ນບອກ).

.

.

.

ອີກຢ່າງໜຶ່ງສະຖານທີ່ແຫ່ງນີ້ ຍັງບໍ່ທັນໄດ້ພັດທະນາເປັນແຫຼ່ງທ່ອງທ່ຽວເທື່ອ ແຕ່ໃນອະນາຄົດອັນໃກ້ນີ້ ອາດຈະພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່.

.

.

ທີ່ສຳຄັນ ສະຖານທີ່ນີ້ ຍັງມີລະເບີດທີ່ຍັງບໍ່ທັນແຕກຢັງຢາຍຢູ່ເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນລູກບອມບີ້ ສັງເກດໄດ້ວ່າ ມີຂຸມລະເບີດນ້ອຍໃຫຍ່ ທີ່ຢູ່ຕາມທົ່ງຫຍ້າ ແລະ ມີຕົ້ນແປກເກີດຢູ່ອ້ອມປາກຂຸມລະເບີດ. ຂໍ້ຄວນລະວັງທີ່ສຸດ ສຳລັບຄົນທີ່ໄປ ໃຫ້ຍ່າງຕາມເສັ້ນທາງຍ່າງເສັ້ນເກົ່າທີ່ມີຢູ່ ຫ້າມອອກນອກແລວເດັດຂາດ.

.

.

ສຳລັບ ອາຫານການກິນຢູ່ເທິງນັ້ນແມ່ນບໍ່ມີ ແມ່ນຈຳເປັນທີ່ຈະຕ້ອງໄດ້ກະກຽມ ຊື້ຈາກຕົວເມືອງສາລະວັນ ຂຶ້ນໄປ

.

ທົ່ງກາ ຕັ້ງຢູ່ໃນຂອບເຂດປ່າແປກ ບ້ານທົ່ງສະ ເມືອງຕະໂອ໋ຍ ແຂວງສາລະວັນ ທີ່ຫ່າງຈາກຕົວເມືອງສາລະວັນປະມານ 84 ກມ.

.

ສຳລັບການເດີນທາງ ແມ່ນແນະນຳໃຫ້ຂີ່ລົດຈັກ ຫຼື ລົດໃຫຍ່ທີ່ມີ 4WD ເຊິ່ງຈະຂັບລົດອອກຈາກສາມແຍກ ອະນຸສາວະລີອົງແກ້ວ ໄປຕາມເສັ້ນທາງທີ່ຈະເດີນທາງໄປຍັງດ່ານລາໄລ ໄປປະມານ 65 ກມ ແລ້ວຮອດສາມແຍກ ທີ່ກ່ອນຈະຮອດເມືອງຕະໂອ໋ຍ ປະມານ 10 ກມ ແລ້ວໃຫ້ລ້ຽວຂວາ ໄປຕາມເສັ້ນທາງຕັດໃໝ່ ໄປຫາເມືອງກະລຶມ, ຫຼັງຈາກນັ້ນ ຂັບລົດໄປປະມານ 6 ກມ ໃຫ້ແລ້ວຊ້າຍ ໄປຍັງ ບ້ານທົ່ງສະ ເຊິ່ງຈະຂັບໄປປະມານ 23 ກມ ກໍ່ຈະຮອດ ທົ່ງກາ ຈຸດພິກັດຕາມລິ້ງນີ້ເລີຍ

.

.

.

.

.

.

.

.

.

.

.

.

.

.

.

.

.

.

ພາບຂ່າວໂດຍ: Ei Yang Ko – ອີ່ຫຍັງເກາະ