Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປີ 2021

Posted on 30/12/202030/12/2020 By News No Comments on ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປີ 2021

ຄົນລາວທຸກຄົນ ອາຍຸ 18 ປີຂື້ນໄປ ແມ່ນມີສິດເຕັມຕົວໄປເລືອກຕັ້ງ 21 ກຸມພາ 2021 ໃກ້ຈະມາຮອດນີ້  ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ເຊິ່ງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດ ຖານຄົບຖ້ວນ ຄື: ເປັນພົນລະເມືອງລາວ; ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວ ຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;

ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ; ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້; ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສໍາຄັນຕ້ອງມີສຸຂະພາບດີ. ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.

ຂ່າວ: ຈັນທະລອນ
ຂປລ

ພາບປະກອບ: ພອນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫະພັນຣັດເຊຍ ປະດັບຫຼຽນໄຊມິດຕະພາບໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ
Next Post: ເຈົ້າໜ້າທີ່ ປກສ ແຂວງອັດຕະປື ຈັບເປົ້າໝາຍຄ້າຂາຍຢານະລົກ

Related Posts

ງາມແທ້! ໄດ້ໄປອຸດົມໄຊ ຢ່າລືມໄປກາບໄຫວ້ ພະທາດໄຊມຸງຄຸນ ຣັດຕະນະມິ່ງເມືອງ ຂ່າວສານບ້ານເມືອງ
ເກີດເຫດ! ຄົນຕ່າງປະເທດ ເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ຄັ້ງທຳອິດສຳເລັດຂອງຈີນ ທີ່ສົ່ງນັກບິນຂຶ້ນສູ່ສະຖານີອາວະກາດ ຂ່າວສານບ້ານເມືອງ
ຄົນຈີນ 19 ຄົນລັກເຂົ້າ ສປປລາວ ຖືກສົ່ງກັບ ສປ ຈີນ ຂ່າວສານບ້ານເມືອງ
ກົມໃຫຍ່ພະລາທິການກອງທັບ ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຂ່າວສານບ້ານເມືອງ
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງສາລະວັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme