Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫະພັນຣັດເຊຍ ປະດັບຫຼຽນໄຊມິດຕະພາບໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ

Posted on 30/12/202030/12/2020 By News No Comments on ສະຫະພັນຣັດເຊຍ ປະດັບຫຼຽນໄຊມິດຕະພາບໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ

ວັນທີ 29 ທັນວາ 2020 ນີ້, ຢູ່ທີ່ສະຖານທູດສະຫະພັນຣັດເຊຍ ປະຈໍາລາວໄດ້ມີພິທີປະດັບ ຫຼຽນໄຊມິດຕະພາບຂອງສະຫະ ພັນຣັດເຊຍໃຫ້ແກ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດປະດັບໂດຍ ສະຫາຍ ກາລີນິນ ວາລາ ດີມີຣ ອານາເລຍວິກ ເອກອັກ ຄະລັດຖະທູດວິສາມັນຜູ້ມີອໍາ ນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈໍາລາວ.

ສະຫາຍ ກາລີນິນ ວາລາດີ ມີຣ ອານາເລຍວິກ ໄດ້ກ່າວວ່າ: ການຍ້ອງຍໍອັນສູງສົ່ງໃນຄັ້ງນີ້ແມ່ນເປັນຫຼັກຖານອ້າງອີງ ທີ່ຮັບຮູ້ເຖິງການປະກອບສ່ວນ ເຂົ້າໃນການພັດທະນາການ ເປັນຄູ່ຮ່ວມຍຸດທະສາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບ ຣັດເຊຍ-ລາວ, ລາວ- ລັດເຊຍໃນຂົງເຂດການທະຫານ ແລະ ເຕັກນິກການທະຫານທີ່ແນ ໃສ່ຍົກສູງຄວາມອາດສາມາດ ດ້ານປ້ອງກັນຊາດ. ໃຫ້ແກ່ກອງທັບໂດຍອຸປະກອນເຕັກນິກການ ທະຫານທີ່ທັນສະໄໝ. ໂອກາດດັ່ງກ່າວ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງຕໍ່ກະຊວງປ້ອງກັນປະເທດ ກໍຄື ລັດ ຖະບານແຫ່ງສະຫະພັນຣັດເຊຍ ທີ່ມີຕໍ່ກະຊວງປ້ອງກັນປະເທດ ແລະ ລັດຖະບານ ແຫ່ງ ສປປ ລາວ.

ພັກ ແລະ ລັດຖະບານ ຂອງສອງປະເທດເຮົາ ຖືສາໍຄັນ ຕໍ່ການເພີ່ມທະວີການພົວພັນມິດ ຕະພາບ, ການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ-ສອງ ກອງທັບ.

Image may contain: 2 people, people standing and closeup

ສະຫະພັນຣັດເຊຍ, ໃຫ້ຄວາມສໍາຄັນເປັນພິເສດໃນ ການຮັບເອົາການຊ່ວຍເຫຼືອໃນ ມູນຄ່າອັນມະຫາສານຕໍ່ຂົງ ເຂດວຽກງານປ້ອງກັນຊາດ, ພື້ນຖານປ້ອງກັນຊາດ ແລະ ເຕັກນິກການທະຫານ, ໃນຊຸມປີຜ່ານມາ ສປປ ລາວ ແລະ ສະຫະພັນຣັດເຊຍໄດ້ສາໍເລັດ ໃນໂຄງການມອບຮັບສູນເກັບມ້ຽນລົດຕັງ, ການຊ້ອມຮົບ ຮ່ວມລົດຕັງ ຣາໂລດ 2019 ຢູ່ ແຂວງຊຽງຂວາງ, ໂຄງການ ເກັບກູ້ລະເບີດເພື່ອມະນຸດສະທາໍ, ການຟື້ນຟູການນາໍໃຊ້ສະໜາມ ບິນທົ່ງໄຫຫີນ ແຂວງຊຽງຂວາງ, ຮັບຊ່ຽວຊານ ແລະ ສ້າງຕັ້ງ ຫ້ອງການຜູ້ຕາງໜ້າດ້ານປ້ອງ ກັນຊາດປະຈາໍຢູ່ ສປປ ລາວ ເພື່ອຊ່ວຍພັດທະນາກອງທັບປະ ຊາຊົນລາວ ໃຫ້ນັບມື້ມີຄວາມ ເຂັ້ມແຂງ ແລະ ທັນສະໄໝໃຫ້ ທຽບທັນກັບບັນດາປະເທດໃນພາກພື້ນຢ່າງມີປະສິດທິພາບສູງ.

ຂ້າພະເຈົ້າຕາງໜ້າໃຫ້ສູນກາງ ພັກ, ລັດຖະບານ ແຫ່ງ ສປປ ລາວ ແລະ ກອງທັບປະຊາຊົນລາວ ຂໍສະແດງຄວາມຂອບໃຈອັນຈິງໃຈ ມາຍັງລັດຖະບານແຫ່ງສະຫະພັນຣັດເຊຍ ໂດຍສະເພາະ ຕໍ່ ສະຫາຍ ວາດາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນ ປະເທດຣັດເຊຍ ແລະ ການນາໍ ທຸກຂັ້ນຂອງລັດຖະບານສະຫະ ພັນຣັດເຊຍ ທີ່ໄດ້ເອົາໃຈໃສ່ຕໍ່ ການເສີມຂະຫຍາຍມິດຕະພາບ, ການຮ່ວມມືລະຫວ່າງສອງ ຊາດ, ສອງກອງທັບ ລາວ-ຣັດ ເຊຍໃຫ້ນັບມື້ເລິກເຊິ່ງ, ການ ມອບຫຼຽນໄຊມິດຕະພາບແຫ່ງ ລັດ ຂອງສະຫະພັນຣັດເຊຍ ອັນ ມີຄວາໝາຍສໍາຄັນນີ້ໃຫ້ຂ້າພະ ເຈົ້າ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືທີ່ເປັນມູນເຊື້ອລະ ຫວ່າງ ສປປ ລາວ ແລະ ສະຫະ ພັນຣັດເຊຍ ຈະກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແຕກ ດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ຫວັງຢ່າງຍິ່ງວ່າບັນດາໂຄງການ ໃນຂອບເຂດເຕັກນິກ-ການທະ ຫານທີ່ສະຫະພັນຣັດເຊຍ ໄດ້ ຊ່ວຍເຫຼືອໃນໄລຍະຜ່ານມາຈະ ສືບຕໍ່ໄດ້ຮັບການຮ່ວມມື, ສະ ໜັບສະໜູນໃຫ້ນັບມື້ນັບເລິກ ເຊິ່ງຕື່ມອີກ.

ໂດຍ: ບຸນຊ້ອຍ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸນຫະພູມຈະເຢັນລົງ 2ຫາ4 ອົງສາ ໄລຍະວັນທີ 30 ທັນວາ ຫາ 3 ມັງກອນນີ້
Next Post: ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປີ 2021

Related Posts

ຊາຍປິດຊີບຕົນເອງທີ່ບ້ານຫ້ວຍຫ້ອມ ຍັງບໍ່ຮູ້ວ່າແມ່ນໃຜ ຂ່າວສານບ້ານເມືອງ
ບຸກຄົນໃດທີ່ ເຂົ້າ-ອອກ ແຂວງອັດຕະປື ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກດໍາເນີນຄະດີຕາມກົດໝາຍ ຂ່າວສານບ້ານເມືອງ
ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບເຮັດວຽກຢູ່ ສູນວິໄຈໝື້ສົ່ງ-ທ າ ດ ລ ະ ເ ບີ ດ ຂ່າວສານບ້ານເມືອງ
ອຸຕຸອອກແຈ້ງເຕືອນ! ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ໝາກເຫັບຕົກ ວັນທີ 02 ຫາ 05 ເມສາ 2021 ຂ່າວສານບ້ານເມືອງ
ສານຈີນຕັດສິນປະຫານຊີວິດ ຊາຍຜູ້ກໍ່ເຫດຄາດກຳເຈົ້າຫນ້າທີ່ ແພດ 2 ຄົນທີ່ດ່ານກວດເຊື້ອໄວຣັສໂຄວິດ-19 ຫຼັງຈາກທີ່ຜູ່ກ່ຽວບໍ່ຍອມໃຫ້ເຈົ້າຫນ້າທີ່ກວດສອບ ຂ່າວສານບ້ານເມືອງ
ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme