Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກລາຍມອບເຄື່ອງຊວ່ຍເຫຼືອຕ້ານໄພໜາວ ແລະ ອຸປະກອນການຮຽນໃຫ້ແກ່ເມືອງໄຊສະຖານ

Posted on 29/12/202029/12/2020 By News No Comments on ເມືອງປາກລາຍມອບເຄື່ອງຊວ່ຍເຫຼືອຕ້ານໄພໜາວ ແລະ ອຸປະກອນການຮຽນໃຫ້ແກ່ເມືອງໄຊສະຖານ

ວັນທີ່ 27 ທັນວາ 2020 ຜ່ານມານີ້ທາງທິມງານຂອງເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງນໍາໂດຍທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມດວ້ຍການນໍາຂອງເມືອງ ນັກທຸລະກິດຜູ້ປະກອບການ ໄດ້ໄປມອບເຄື່ອງຊວ່ຍເຫຼືອຕ້ານໄພໜາວ ແລະ ອຸປະກອນການຮຽນໃຫ້ແກ່ເມືອງໄຊສະຖານ ແຂວງໄຊຍະບູລີ

Image may contain: 4 people, people standing and outdoor

ໂດຍການໃຫ້ກຽດຕອ້ນຮັບຂອງທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງໆໄຊສະຖານ ພ້ອມດວ້ຍການນໍາຂອງເມືອງ,ພະນັກງານຄູອາຈານ ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອງນັກຮຽນໂຮງຮຽນມໍສໍ ດອຍກາວເຂົ້າຮວ່ມ.

Image may contain: 9 people, people standing

ທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍໄດ້ໃຫ້ສໍາພາດວ່າ: ເຄື່ອງທີ່ນໍາມາມອບໃນຄັ້ງນີ້ແມ່ນໄດ້ມາຈາກການປະກອບສວ່ນຈາກສັງຄົມພາຍໃນເມືອງເປັນຕົ້ນ ຕາມສໍານັກງານ,ຫ້ອງການນັກທຸລະກິດ,ຜູ້ປະກອບການ ແລະ ສວ່ນບຸກຄົນຈໍານວນໜຶ່ງທີ່ໄດ້ປະກອບສວ່ນເປັນວັດຖຸ ແລະ ເງີນ ເພື່ອຊວ່ຍເຫຼືອພີ່ນ້ອງຊາວເມືອງໄຊສະຖານ ທີພົບກັບສະພາບອາກາດໜາວເຢັນ ແລະ ຂາດເຂີນດ້ານອຸປະກອບການຮຽນຂອງນ້ອງນ້ອຍນັກຮຽນ ເຊິ່ງການປະກອບສວ່ນໃນຄັ້ງນີ້ປະກອບມມີ ຜ້າຮົ່ມ,ເສື້ອກັນໜາວ,ອຸປະກອນການຮຽນ,ຊຸດນັກຮຽນ,ເຄຶ່ອງກິລາ, ເຂົ້າສານ ແລະ ເຂົ້າປຸ້ນແຫ້ງລວມມູນຄ່າທັງໝົດ 31.530.000ກີບ

Image may contain: 3 people, people standing and outdoor

ທ່ານເຈົ້າເມືອງໆປາກລາຍຍັງໄດ້ກ່າວຕື່ມອີກວ່ານອກຈາການມອບເຄື່ອງໃນຄັ້ງນີ້ແລ້ວ ກໍ່ຍັງເປັນການພົບປະແລກປຽ່ນບົດຮຽນ ແລະ ສ້າງຄວາມສາມັກຄີລະຫວ່າງເມືອງຕໍ່ເມືອງໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ເພຶ່ອພ້ອມກັນສ້າງສາ ແລະ ພັດທະນາເມືອງຂອງຕົນກໍ່ຄຶແຂວງໄຊຍະບູລີໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

Image may contain: 8 people, people standing and outdoor

ຂ່າວຈາກ: ຫ້ອງການ ຖວທ ເມືອງປາກລາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມປະຈໍາປີ 2020 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ
Next Post: ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ

Related Posts

ກອງທັບ ອິນໂດເນເຊຍ ອວຍພອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ຂ່າວສານບ້ານເມືອງ
ອາຊຽນ-ຈີນ ເຫັນດີຮ່ວມກັນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ແລະ ຟື້ນຟູເສດຖະກິດ ຂ່າວສານບ້ານເມືອງ
ປະທານປະເທດແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 27 ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ເສຍຫລັກຕຳເສົາໄຟຟ້າສົ້ນຂົວນໍ້າເຄັມ (ມີຄົນຕິດພາຍໃນລົດ 1 ຄົນ) ຂ່າວສານບ້ານເມືອງ
ອຸບັດຕິເຫດຮຸນແຮງ ເສຍຊີວິດຄາທີ່ 1 ຄົນ ມີລົດຮ່ວມເຫດ 5 ຄັນ ຂ່າວສານບ້ານເມືອງ
ແຈ້ງເຕືອນ ໂຈນມາຈີ້ເອົາຊັບສິນເງິນຄຳ ຄົນທີ່ເຊົ່າຫ້ອງແຖວຢູ່ໃຫ້ລະວັງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme