ໃນວັນທີ 23 ທັນວາ 2020 ນີ້ຢູ່ຫ້ອງການເມືອງກອງພົນທີ5 ໄດ້ຈັດຕັ້ງພິທີມອບເງິນອຸດໜູນເສຍຊີວິດ ແລະ ເງິນອຸດໜູນເທື່ອດຽວ ໃຫ້ແກ່ຄອບຄົວພະນັກງານ-ນັກຮົບ ໂດຍການເປັນປະທານຂອງສະຫາຍ ພັນໂທ ສາຍສະໜອນ ສາລີຄຳ ຮອງຫົວໜ້າຫ້ອງການເມືອງກອງພົນທີ 5 ມີພະແນກການ, ພະນັກງານວິຊາ ສະເພາະທີ່ກ່ຽວຂ້ອງພ້ອມດ້ວຍ ພະນັກງານ-ນັກຮົບ ຕ່າງໜ້າໃຫ້ ແກ່ຄອບຄົວຂອງຜູ້ເສຍຊີວິດເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສົມ ເພັດ ສີງຫາວົງ ຫົວໜ້າພະແນກ ພະນັກງານກອງພົນທີ 5 ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດສະບັບເລກທີ 1 588 / ກປທ , ລົງວັນທີ 16 / ມີນາ / 2020 ວ່າດ້ວຍການອະ ນຸມັດໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວກະ ຊວງປ້ອງກັນປະເທດຕົກລົງ ໃຫ້ ພະນັກງານ-ນັກຮົບ ພັກການ ຈຳນວນ 3 ສະຫາຍໃນນີ້ມີຊັ້ນ ຮ້ອຍເອກ 2 ສະຫາຍ, ຊັ້ນຮ້ອຍ ໂທ 1 ສະຫາຍ ແລະ ນາຍສີບ ຈຳ ນວນ 2 ສະຫາຍ, ສີບເອກ 1 ສະ ຫາຍ ແລະ ວາທີ 1 ສະຫາຍ ຈາກ ນັ້ນກໍຍັງໄດ້ມອບເງິນອຸດໜູນເສຍ ຊີວິດໃຫ້ຄອບຄົວພະນັກງານ-ນັກ ຮົບ ຈຳນວນ 10 ສະຫາຍ.

ໃນນີ້ອຸດໜູນໃຫ້ແກ່ຄອບຄົວ ພະນັກງານ ຈຳນວນ 5 ສະຫາຍ ແລະ ອຸດໜູນໃຫ້ຄອບຄົວ ນັກຮົບ ຈຳນວນ 5 ສະຫາຍ ລວມເງິນ ທັງໜົດ 775.276.160 ກີບ ( ເຈັດຮ້ອຍເຈັດສີບຫ້າລ້ານສອງ ແສນເຈັດສີບຫົກພັນໜື່ງຮ້ອຍຫົກສີບກີບ ) ກ່າວມອບໂດຍສະຫາຍ ພັນໂທ ສາຍສະໜອນ ສາລີຄຳ ຮອງຫົວໜ້າຫ້ອງການເມືອງ ກ່າວຮັບໂດຍບັນດາສະຫາຍ ຜູ້ ຕ່າງໜ້າໃຫ້ແກ່ຄອບຄົວຜູ້ເສຍ ຊີວິດ ແລະ ບັນດາສະຫາຍທີ່ຖຶກ ພັກການພ້ອມດ້ວຍພະນັກງານ, ພະແນກການທີ່ກ່ຽວຂ້ອງເປັນ ສັກຂີພິຍານ
ໂອກາດດັ່ງກ່າວ ສະ ຫາຍ ພັນໂທ ສາຍສະໜອນ ສາລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນ ດາສະຫາຍ ຍາດມາໄດ້ໃນໄລຍະ ຜ່ານມາ ຈາກນັ້ນສະຫາຍຍັງໄດ້ ຮຽກຮ້ອງໃຫ້ພະນັກງານ-ນັກ ຮົບ ກໍຄືຜູ້ຕາງໜ້າໃນແກ່ຄອບ ຄົວຜູ້ທີ່ເສຍຊີວິດ ຈົ່ງພ້ອມກັນນຳ ໃຊ້ເງີນຈຳນວນດັ່ງກ່າວ ເຂົ້າວຽກ ງານທີ່ຈຳເປັນຂອງຄອບຄົວ ກໍ ຄືນຳໃຊ້ເຂົ້າການປັບປຸງແກ້ໄຂ ຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນ ແລະ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງກອງທັບ ສຶກສາອົບຮົມລູກຫຼານໃຫ້ໄດ້ຮັບ ຮູ້ເຂົ້າໃຈຕໍ່ທິດທາງແຜນນະໂຍ ບາຍປ່ຽນແປງໃໝ່ຂອງພັກ, ຂອງ ລັດ ພາຍຫຼັງກັບຄືນທ້ອງຖິ່ນພູມ ລຳເນົາຂອງຕົນເອງແລ້ວ ກໍຕ້ອງ ເອົາໃຈໃສ່ປະຕິບັດລະບຽບກົດ ໜາຍບ້ານເມືອງໃຫ້ເຂັ້ມງວດ ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ໃນຮຸ່ນຕໍ່ໆໄປ.