Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ເມືອງຊົນນະບູລີ

Posted on 28/12/202028/12/2020 By News No Comments on ເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ເມືອງຊົນນະບູລີ

ໃນວັນທີ 28/12/2020ກອງບັນຊາການ ປກສ ເມືອງ ຊົນນະບູລີ ປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 45 ປີແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ພ້ອມທັງປະດັບຊັ້ນໃຫ້ນາຍ ແລະພົນຕໍາຫຼວດ ໃນວັນທີ 24 ທັນວາ 2020 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງ ຊົນນະບູລີ ປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 45 ປີແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວຜັນ ສຸວັນນະແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ, ທ່ານ ພັທ ມະນີວອນ ກອນນີວົງ ຄະນະກອງບັນຊາການ ປກສ ເມືອງ, ມີຫົວໜ້າພະແນກ-ຄະນະພະແນກຕະຫຼອດຮອດພະນັກງານໃນກອງບັນຊາການ ປກສ ເມືອງເຂົ້າຮ່ວມ.

Image may contain: 3 people

.

Image may contain: 4 people, people standing and hat

ໃນພິທີທ່ານ ພັທ ມະນີວອນ ກອນນີວົງ ຄະນະກອງບັນຊາການ ປກສ ເມືອງ ກໍ່ໃຫ້ກຽດຂຶ້ນປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 ຫາ 2 ທັນວາ 2020) ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນວາ 1920 ຫາ 2 ທັນວາ 2020 ). ໂດຍໃຫ້ຮູ້ວ່າ: ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍຄວາມສໍາຄັນຂອງທົ່ວພັກ-ທົ່ວລັດ, ທົ່ວປວງຊົນລາວທັງຊາດ ແລະ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ເປັນວັນທີ່ປະເທດລາວ ໄດ້ຮັບຄວາມເປັນເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ເທົ່າທຽມກັບນາໆປະເທດ.ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນປະຫວັດ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເຊິ່ງເປັນຄົນທີ່ຢຶດໝັ້ນໃນຫຼັກທຳຄຳສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ, ໄດ້ເຂົ້າຮ່ວມເຄື່ອນໄຫວ ໃນການປະຕິວັດຕັ້ງແຕ່ເຍົາໄວ ໄດ້ຜ່ານການເຝິກຝົນທົດສອບໃນຂະບວນການຕົວຈິງ ແລະ ຮັບຜິດຊອບວຽກງານສຳຄັນແຕ່ນ້ອຍຫາໃຫຍ່ ຈົນມາກ້າວເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

Image may contain: 4 people, people standing

ເຊິ່ງທ່ານເປັນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ເປັນວິລະບູລຸດ ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນຜູ້ນໍາຂອງພັກ-ລັດທີ່ມີຄວາມສາມາດ, ສະຫຼາດສ່ອງໃສ, ສະດຸ້ງໄວ, ທັງເປັນນັ ກທິດສະດີ ແລະ ພຶດຕິກໍາ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນຜູ້ນໍາທີ່ມີຄຸນສົມບັດສິນທໍາປະຕິວັດທີ່ສູງສົ່ງ ເເລະເປັນຜູ້ວາງແນວທາງຖືກຕ້ອງ, ຍ້ອນຄວາມສະຫຼາດຂອງທ່ານໃນມື້ນັ້ນຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດໃນເວທີພາກພື້ນ ແລະ ສາກົນນັບມື້ສູງຂຶ້ນ. ຈາກນັ້ນໃນພິທີກໍາຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 3114/ປກສ ລົງວັນທີ 24 ພະຈິກ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈໍານວນ 8 ສະຫາຍ ໃນນັ້ນ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 3 ສະຫາຍ, ເລື່ອນຊັ້ນ ວາທີຮ້ອຍຕີ ຂຶ້ນຊັ້ນ ຮ້ອຍຕີ ຈໍານວນ 1 ສະຫາຍ, ເລື່ອນຊັ້ນ ສີບໂທ ຂຶ້ນຊັ້ນ ສິບເອກ ຈໍານວນ 1 ສະຫາຍ, ໃຫ້ກຽດປະດັນຊັ້ນໃຫ້ນາຍ ແລະພົນຕໍາຫຼວດ ໂດຍທ່ານ ບົວຜັນ ສຸວັນນະແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ ປະດັບໃຫ້ຢ່າງສົມກຽດ. ພ້ອມທັງໃຫ້ກຽດໂອ້ລົມເຊີ່ງທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍທີ່ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນສະຫາຍຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມກັນເອົາໃຈໃສ່ສ້າງຜົນງານ ແລະ ເຮັດວຽກວິຊາສະເພາະຢ່າງຂຸ້ນຂ້ຽວ,ເຂັ້ມແຂງ-ໜັກແໜ້ນຕໍ່ໜ້າທີ່ການເມືອງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສໍາເລັດທຸກວຽກງານ ຕາມທີ່ຂັ້ນເທິງມອບໝາຍໃຫ້ເປັນກ້າວໆ.

Image may contain: 6 people, people sitting
ຂ່າວສານບ້ານເມືອງ

Post navigation

Previous Post: ສັງຄົມຍ້ອງຍໍຊົມເຊີຍ ເດັກຊາຍອາຍຸ 14 ປີຈາກໂຮງຮຽນເດັກກໍາພ້າ ເຮັດວຽກເພີ່ມງານດອງເກັບໄດ້ສາຍແຂນຄໍາແລ້ວສົ່ງຄືນເຈົ້າຂອງ
Next Post: ກອງພົນທີ 5 ມອບເງິນອຸດໜູນພັກການ ແລະ ເງິນອຸດໜູນເສຍຊີວິດ

Related Posts

ເດີ່ນບິນໜອງຄ້າງສໍາເລັດແລ້ວ ກວ່າ 92 ເປີເຊັນ ຂ່າວສານບ້ານເມືອງ
ບໍ່ພໍໃຈໃນການແບ່ງມູນນ້ອງຊາຍເອົາມີດແທງອ້າຍເສຍຊີວິດ ຂ່າວສານບ້ານເມືອງ
ແມ່ເຖົ້າບົວຊ້ອຍ ມີຄວາມຫວັງສູ້ຄະດີອີກຄັ້ງ ເມື່ອບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ຈະຊ່ວຍສູ້ຄະດີ! ຂ່າວສານບ້ານເມືອງ
ລາຍລະອຽດພິທີສະເຫລີມສະຫລອງ ພຣະບໍຣົມມະຮູບຊົງຊ້າງຂອງ ສົມເດັດພຣະໄຊຍະເສດຖາທິຣາຊເຈົ້າ ຂ່າວສານບ້ານເມືອງ
ລົດໃຫຍ່ເສຍຫຼັກຕຳຮ້ານປີ້ງ ທີ່ເຂດຕະຫຼາດຊັ່ງຈ່ຽງ ເຈັບ 2 ຂ່າວສານບ້ານເມືອງ
ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme