ໃນວັນທີ 26 ທັນວາ 2020 ນີ້ລັດຖະບານ ກໍ່ຄືກະຊວງພາຍໃນ ໄດ້ມອບພາຫະນະປະເພດລົດຈັດຈໍານວນ 6 ຄັນ,ມູນຄ່າ 108 ລ້ານກວ່າກີບ,ໃຫ້ແຂວງອັດຕະປື ເພື່ອນໍາໃຊ້ພາຫະນະດັ່ງກ່າວເຂົ້າໃນວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງ ໂດຍສະເພາະວຽກງານຈົດຖະບຽນ ແລະ ສະຖິຕິພົນລະເມືອງ,ໃນນີ້ໄດ້ມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງພະແນກພາຍໃນແຂວງອັດຕະປື ຈໍານວນ 1ຄັນ ແລະ ມອບໃຫ້ໜ່ວຍງານຄຸ້ມຄອງພົນລະເມືອງ 5 ຕົວເມືອງພາຍໃນແຂວງອີກ ເມືອງລະ 1 ຄັນ.

ພິທີມອບ-ຮັບພາຫະນະດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື,ກ່າວມອບໂດຍທ່ານ ວັນດີ ຈັນທະລິເດດ ຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກ່າວຮັບໂດຍທ່ານ ບຸນທະມະລີ ໝັ້ນອານົງ ຫົວໜ້າພະແນກພາຍໃນ ແຂວງອັດຕະປື,ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເປັນສັກຂີພິຍານ.

ທ່ານ ວັນດີ ຈັນທະລິເດດ ຮອງຫົວ ຫນ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ກ່າວມີຄຳເຫັນໃນການມອບ-ຮັບລົດຈັກຄັ້ງນີ້ວ່າ: ພາຫະນະລົດຈັກທີ່ກະຊວງພາຍໃນມອບໃຫ້ແຂວງອັດຕະປື ຄັ້ງນີ້ກໍ່ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ຂັ້ນທ້ອງຖິ່ນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ວຽກງານຄຸ້ມຄອງພົນລະເມືອງໃຫ້ມີຄຸນນະພາບ ບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ສະນັ້ນ, ລັດຖະບານຈຶ່ງໄດ້ອອກອະນຸມັດໃຫ້ກະຊວງພາຍໃນເປັນຜູ້ຈັດຊື້,ເຊິ່ງທົ່ວປະເທດມີທັງໝົດຈຳນວນ 168 ຄັນ,ດ້ວຍທຶນກູ້ຢືມຈາກທະນາຄານໂລກ ເພື່ອມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງຢູ່ແຂວງ ແລະເມືອງໃນທົ່ວປະເທດ,ສຳລັບແຂວງອັດຕະປື ມີຈຳນວນ 6 ຄັນ, ລວມມູນຄ່າ 108 ລ້ານກວ່າກີບ.

ໂອກາດດັ່ງກ່າວທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກພາຍໃນແຂວງອັດຕະປື, ໄດ້ກ່າວສະແດງຄວາມຂອບໃຈລັດຖະບານ ກໍ່ຄືກະຊວງພາຍໃນ ທີ່ໄດ້ສະໜອງພາຫະນະຮັບໃຊ້ ໃຫ້ທ້ອງຖິ່ນ ເພື່ອຮັບໃຊ້ວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງອັດຕະປື ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາໃຊ້ພາຫະນະດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ສິດຕິພອນ