Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄປມອບໃຫ້ກັບມືປະຊົນຊົນ ແລະ ນ້ອງໆນັກຮຽນພ້ອມດ້ວຍຄູອາຈານບ້ານເມືອງຢອງ ແລະ ບ້ານຫ້ວຍຄົງ ເມືອງຊຳເໜືອ

Posted on 26/12/202027/12/2020 By All in LAOS No Comments on ໄປມອບໃຫ້ກັບມືປະຊົນຊົນ ແລະ ນ້ອງໆນັກຮຽນພ້ອມດ້ວຍຄູອາຈານບ້ານເມືອງຢອງ ແລະ ບ້ານຫ້ວຍຄົງ ເມືອງຊຳເໜືອ

ວັນທີ 25 ເດືອນ ທັນວາ 2020 ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ພາລະກິດສຳເລັດເສັດສີ້ນໄປດ້ວຍດີ ກັບ ການນຳເຄື່ອງມາມອບເພື່ອຕ້ານໄພໜາວ ຈາກນະຄອນຫຼວງວຽງຈັນ ມາມອບໃຫ້ກັບພໍ່-ແມ່ ປະຊົນຊົນ ແລະ ນ້ອງໆນັກຮຽນພ້ອມດ້ວຍຄູອາຈານ ບ້ານເມືອງຢອງ ແລະ ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງຫົວພັນ.

ໃນໂອກາດນີ້ທາງສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ຕ້ອງຂໍຂອບໃຈມາຍັງທ່ານຜູ້ທີ່ບໍລິຈາກ. ບໍ່ວ່າຈະເປັນການສົມທົບດ້ານຄ່າຕ່າງໆ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຮົ່ມທັງມື1 ແລະ ມືສອງ, ອຸປະກອນການສຶກສາ, ເກີບ, ຖົງຕີນ, ເຄື່ອງຫຼີ້ນເດັກນ້ອຍ, ເຂົ້າໜົມ ແລະ ນົມ. ພ້ອມນັ້ນກໍ່ຍັງມີອີກຫຼາຍໆຢ່າງຂອງຜູ້ໃຈບຸນທີ່ສັງເກດໄດ້ຈາກຮູບພາບທີ່ທາງເຮົານຳມາມອບໃຫ້ກັບພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນໃນຄັ້ງນີ້ມີຈຳນວນ 2 ບ້ານ.

  • 1./ ບ້ານເມືອງຢອງມີ 54ຫຼັງຄາເຮືອນ,ພົນລະເມືອງທັງໝົດ 365ຄົນ.
  • 2./ ບ້ານຫ້ວຍຄົງມີ 84ຫຼັງຄາເຮືອນ,ມີພົນລະເມືອງທັງໝົດ 474ຄົນ.
  • 3./ ໂຮງຮຽນປະຖົມສົມບູນ ບ້ານເມືອງຢອງ+ບ້ານຫ້ວຍຄົງມີນັກຮຽນ115ຄົນ,ມີຄູສອນ6ຄົນ.

ທາງເຮົາແມ່ນໄດ້ມອບໃຫ້ດ້ວຍມືຂອງເຮົາເອງ ແລະ ເພິ່ນກໍ່ຮັບເອົາດ້ວຍຄວາມດີອົກດີໃຈ ທີ່ພໍ່ແມ່ພີ່ນ້ອງທາງວຽງຈັນ ແລະ ທົ່ວສັງຄົມໄດ້ໂຮມໃຈກັນ ແລະ ຊ່ວຍສົມທົບກັນຈົນເຮັດໃຫ້ເລື່ອງດີໆແບບນີ້ເກີດຂື້ນ. ນອກນັ້ນກໍ່ຂໍຂອບໃຈມາຍັງການອົງການຈັດຕັ້ງພັກ-ລັດ ກໍຄືທາງອຳນາດການປົກຄອງເມືອງຊຳເໜືອ ແຂວງຫົວພັນ ທີ່ໄດ້ມອບໃບຍ້ອງຍໍ ເພື່ອເປັນຫຼັກໝັ້ນ ແລະ ຂອບໃຈມາຍັງພວກເຮົາ.

ທີ່ຂາດໄປບໍ່ໄດ້ກໍຄືປະຊາຊົນສອງໝູ່ບ້ານທີ່ຕ້ອນຮັບທາງທີມງານເຮົາເປັນຢ່າງດີ ແລະ ເພິ່ນຍັງໄດ້ຈັດງານບາສີສູ່ຂ້ວນ ແລະ ລ້ຽງເຂົ້າສາມັກຄີອີກດ້ວຍ. ຂໍຂອບໃຈດ້ວຍໃຈຈິງ.

ສຸດທ້າຍນີ້ ຂໍອວຍພອນໄຊໃຫ້ທ່ານຜູ້ໃຈບຸນທັງຫຼາຍທີ່ໄດ້ສົມທົບກັນຈົນເຮັດໃຫ້ກິດຈະກຳດີດີແບບນີ້ເກີດຂື້ນ ຈົ່ງມີຄວາມສຸກຄວາມຈະເລີນ ສຸຂະພາບແຂງແຮງ ຄອບຄົວຢູ່ດີມີແຮງປາສະຈາກໂລກໄພໄຂ້ເຈັບຕ່າງ ມີໂຊກລາບຂ້າຂາຍລ່ຳລວຍ ທຸລະກິດການງານຈະເລີນກ້າວໜ້າ ຍິ່ງໆຂື້ນ ແລະ ຕະຫຼອດໄປ.ສາທຸ.

.

.

.

.

.

.

.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ສຊປລ ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີຄຸນສົມບັດສິນທຳປະຕິວັດມີນ້ຳໃຈຮັກຊາດ
Next Post: ຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 12 ສະໄໝທີ X

Related Posts

ແຈ້ງເຕືອນໄພ! ນໍ້າຖ້ວມຂໍໃຫ້ເຝົ້າລະວັງ ຂ່າວສານບ້ານເມືອງ
ຊາວໜຸ່ມ ນວ 244 ຄົນ ໄດ້ບໍລິຈາກເລືອດ ເພື່ອກອບກູ້ຊີວິດເພື່ອນມະນຸດດ້ວຍກັນ ຂ່າວສານບ້ານເມືອງ
ຂ່າວດັງ ທໍ າ ລ າ ມົ ກ ອອກມາຍ່ຽວກາງສາທາລະນະ ຂ່າວສານບ້ານເມືອງ
ຂ່າວດ່ວນທີ່ສຸດ! ປິດການເຂົ້າອອກນະຄອນຫຼວງວຽງຈັນ ຊົ່ວຄາວ ຂ່າວສານບ້ານເມືອງ
ລົດຈັກຕໍາກັນຮຸນແຮງ ເສຍຊິວິດຄາທີ່ 1 ສາຫັດ 2 ທາງເລກ 10 ບ້ານຂຸດສາມບາດ ຂ່າວສານບ້ານເມືອງ
ຍອດມູນຄ່າສິນຄ້າທີ່ຂົນສົ່ງຜ່ານລົດໄຟຈີນ-ລາວມີຫລາຍກວ່າ 100 ລ້ານຢວນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme