Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ສຊປລ ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີຄຸນສົມບັດສິນທຳປະຕິວັດມີນ້ຳໃຈຮັກຊາດ

Posted on 25/12/202025/12/2020 By News No Comments on ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ສຊປລ ສຶກສາອົບຮົມຊາວໜຸ່ມ-ເຍົາວະຊົນໃຫ້ມີຄຸນສົມບັດສິນທຳປະຕິວັດມີນ້ຳໃຈຮັກຊາດ

ໃນວັນທີ 25 ທັນວາ 2020, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໂດຍສະຫາຍໄດ້ເນັ້ນໃຫ້ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເອົາໃຈໃສ່ບາງບັນຫາເປັນ ຕົ້ນ ແມ່ນຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍຄື ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ.

Image may contain: 1 person, sitting

ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຍັງໄດ້ເນັ້ນອີກວ່າ: ຄະນະຊາວໜຸ່ມທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບ ສ່ວນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ໃຫ້ມີແບບແຜນການດຳລົງຊີວິດທີ່ດີ, ດຸໝັ່ນໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນໄປເລື້ອຍໆ ເພື່ອໃຫ້ກາຍເປັນຜູ້ຊຳນານງານ ແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ; ເນັ້ນໃຫ້ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ສືບຕໍ່ເພີ່ມທະວີໃນການສຶກສາອົບຮົມ, ບຳລຸງສ້າງ ແລະ ສ້າງເງື່ອນໄຂ ເອື້ອອຳນວຍໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ; ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ຂະຫຍາຍສະມາຊິກໃຫ້ກ້ວາງຂວາງ

ເພື່ອເຕົ້າ ໂຮມກຳລັງແຮງສັງລວມເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະ ການປະຕິບັດແຜນພັດທະ ນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ເຮັດໃຫ້ການພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ກາຍເປັນໜ້າທີ່ບຸລິມະສິດລວມ ແລະ ຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມລາວທັງຊາດ; ຍົກສູງຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງທາງດ້ານວິທະຍາສາດ-ເຕັກໂນໂລຊີ, ICT, ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງຊາວໜຸ່ມ-ເຍົາວະຊົນ; ສຸມໃສ່ສ້າງພື້ນ ຖານໂຄງລ່າງ, ວັດຖຸເຕັກນິກ, ຖານຂໍ້ມູນ, ສະໜອງຂ່າວສານ, ສົ່ງເສີມວິຊາຊີບ, ຊຸກຍູ້ຫົວໜ່ວຍທຸລະກິດຂອງຊາວໜຸ່ມ ແລະ ການເຄື່ອນໄຫວສັງຄົມໃນຖັນແຖວຊາວໜຸ່ມ-ເຍົາ ວະຊົນໃຫ້ແຂງແຮງ ແລະ ຕໍ່ເນື່ອງ; ອອກແຮງແຂ່ງຂັນສ້າງຂະບວນການຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນຕິດພັນກັບການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ, ວຽກງານ 3 ສ້າງຂອງພັກ, ດ້ວຍຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ທັນວາ ຕິດພັນກັບຄຳຂວັນທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມມີໜ້າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ” ພ້ອມທັງມີຮູບການທີ່ປະດິດສ້າງ ສາມາດດຶງດູດເອົາຊາວໜຸ່ມ-ເຍົາວະຊົນ ລາວບັນດາເຜົ່າເຂົ້າຮ່ວມຢ່າງກວ້າງຂວາງ ແນໃສ່ຝຶກຝົນຫລໍ່ຫລອມໃນຂະບວນການຕົວຈິງ ກາຍເປັນກຳລັງແຮງພື້ນຖານທີ່ມີຄຸນນະພາບ ຂອງການພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດປະຕິວັດ ໃນສະເພາະໜ້າ ແລະ ຍາວນານ.

Image may contain: 3 people, people sitting

ນອກຈາກນີ້, ສະຫາຍ ຍັງເນັ້ນໜັກໃຫ້ເພີ່ມທະວີການພົວພັນຮ່ວມມືກັບຊາວໜຸ່ມບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ອົງການ ຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫລືອ ເປັນຕົ້ນ ບົດຮຽນ, ເຕັກນິກ-ວິທະຍາສາດ, ທຶນຮອນ, ວັດຖຸ-ອຸປະກອນ ເພື່ອມາພັດທະນາປະເທດຊາດ ກໍຄື ຊາວໜຸ່ມ-ເຍົາວະຊົນລາວໃຫ້ເຂັ້ມ ແຂງໄປສູ່ຄຸນະພາບໃໝ່.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ອາລຸນໄຊ ສູນນະລາດ ໄດ້ເປັນເລຂາຄະນະບໍລິຫານງານ ສູນກາງ ຊປປລ
Next Post: ໄປມອບໃຫ້ກັບມືປະຊົນຊົນ ແລະ ນ້ອງໆນັກຮຽນພ້ອມດ້ວຍຄູອາຈານບ້ານເມືອງຢອງ ແລະ ບ້ານຫ້ວຍຄົງ ເມືອງຊຳເໜືອ

Related Posts

ລົດຂົນໝູປີ້ນ ເສຍຊີວິດຄາທີ່ 1 ຄົນ ຂ່າວສານບ້ານເມືອງ
ໂຈນລັກແຫວນແລະປະລັກແຂນເພັດ ມູນຄ່າ 3,25 ຕື້ກີບ ໃຫ້ລາງວັນນໍາຈັບ 200 ລ້ານກີບ ຂ່າວສານບ້ານເມືອງ
ຊົມເຊີຍ ປກສ ບໍລິຄໍາໄຊ! ສາມາດ ຈັບຜູ່ລັກລອບຄ້າຂາຍຄັນຊາແຫ້ງ ພ້ອມຂອງກາງ 6 ເປົາໜັກ 206 ກິໂລກະລາມ ຂ່າວສານບ້ານເມືອງ
ລາວເຮົາກວດພົບສາຍພັນເດວຕ້າ ຄັ້ງທຳອິດ ຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ຂ່າວສານບ້ານເມືອງ
ພໍ່ຕູ້ຄາດຕະກໍາເມຍຢູ່ໜອງນໍ້າຍ້ອນຫຶງຫວງ ຂ່າວສານບ້ານເມືອງ
ຈີນເລັ່ງແກ້ໄຂ ການລະບາດຂອງ ໄວຣັດໂຄໂຣນາສາຍພັນໃໝ່ ທີ່ຕິດຈາກຄົນສູ່ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme