Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວ ຫຼັງມີຄຳສັ່ງຍົກເລີກນຳເຂົ້າອາຫານທະເລຈາກໄທ

Posted on 25/12/202025/12/2020 By News No Comments on ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວ ຫຼັງມີຄຳສັ່ງຍົກເລີກນຳເຂົ້າອາຫານທະເລຈາກໄທ

ລາຍງານຂ່າວຈາກdailynewsໃຫ້ຮູ້ວ່າ ໃນວັນທີ 24 ທັນວາ 2020 ທ່ານ ສົມເດັດ ສຸສົມບູນ ຫົວໜ້າກົມສົ່ງເສີມການຄ້າລະຫວ່າງປະເທດກ່າວວ່າ ທ່ານລັດຖະມົນຕີກະຊວງການຄ້າ ແລະ ເລຂາປະຈຳກະຊວງການຄ້າໄດ້ມອບໝາຍໃຫ້ເອກອັກຄະລັດຖະທູດຕ່າງປະເທດ ແລະ ຮອງ ລວມທັງພະແນກການທີ່ກ່ຽວຂ້ອງເພື່ອເລັ່ງຊີ້ແຈງທຳຄວາມເຂົ້າໃຈ ຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ໃນກໍລະນີທາງການຄ້າລາວກຽມທີ່ຈະອອກຄຳສັ່ງຫ້າມນຳເຂົ້າອາຫານທະເລສົດຈາກປະເທດໄທ ເນື່ອງຈາກກັງວົນກ່ຽວກັບການລະບາດຂອງໂຄວິດ-19 ໃນປະເທດໄທທີ່ຕະຫຼາດກາງອາຫານທະເລຈັງຫວັງສະໝຸດສາຄອນ.

Image may contain: food

.

Image may contain: food

“ລັດຖະບານໄທໄດ້ຊີ້ແຈງສາເຫດທີ່ແທ້ຈິງກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໃນຕອນບ່າຍມື້ວານນີ້. ເຊິ່ງຫຼາຍອົງການໄດ້ກະກຽມຂໍ້ມູນຄວາມຈິງ ເພື່ອທຳຄວາມເຂົ້າໃຈກັບລັດຖະບານລາວໃນການຮັບຮູ້ຂໍ້ເທັດຈິງທີ່ວ່າ ອາຫານທະເລສົດຂອງໄທ ແລະ ອາຫານແຊ່ແຂງ ປາສະຈາກພະຍາດຕິດຕໍ່ ແລະ ຈະນຳເອົາຜົນໄດ້ຮັບທາງວິຊາການກ່ຽວກັບການລະບາດຂອງໂຄວິດ-19 ວ່າການຕິດເຊື້ອບໍ່ໄດ້ແຜ່ລາມຈາກມະນຸດສູ່ສັດມາຢັ້ງຢືນ”.

No photo description available.

.

Image may contain: food

ທັງນີ້, ກະຊວງການຄ້າຂອງໄທເຊື່ອໝັ້ນວ່າຈະສາມາດຊີ້ແຈງ ແລະ ທຳຄວາມເຂົ້າໃຈຕໍ່ບັນຫານີ້ກັບທາງກະຊວງອຸດສາຫະກຳ ແລະ ການຄ້າຂອງລາວໄດ້ ເຊິ່ງປັດຈບັນ, ໄທມີມູນຄ່າການສົ່ງອອກອາຫານທະເລ ແລະ ອາຫານແຊ່ແຂງໃຫ້ປະເທດລາວໃນແຕ່ລະປີມີມູນຄ່າຫຼາຍກວ່າ 100-120 ລ້ານບາດ ຫຼື ປະມານ 32 ຫາ 39 ພັນລ້ານກີບຕໍ່ປີ.

Image may contain: food
Image may contain: food

ຮຽບຮຽງຂ່າວ: ພຸດສະດີ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການຂຶ້ນລາຄານໍ້າມັນທົ່ວປະເທດ ເລີ່ມ 25 ທັນວາ 2020
Next Post: ຊີ້ແຈງ! ລາຄາທາງດ່ວນວຽງຈັນຫາວັງວຽງ

Related Posts

ຄືມາຄັກແທ້! ຢາກຈ່າຍຄ່າລົດເມລາຄາຖືກ ເຮັດບັດໄດ້ແລ້ວມື້ນີ້ ສາມາດຂີ່ໄດ້ໂດຍບໍ່ນັບຈຳນວນຖ້ຽວ ຂ່າວສານບ້ານເມືອງ
ຍີ່ປຸ່ນຕຽມປິດໂຮງຮຽນທົ່ວປະເທດ ປ້ອງກັນການລະບາດຂອງໂຄວິດ-19 ຂ່າວສານບ້ານເມືອງ
ໂຈະການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມ ສົກປີ 2020-2021 ຂ່າວສານບ້ານເມືອງ
ຂ່າວມື້ນີ້! ລາວມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 21 ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນພົບຜູ້ຕິດເຊື້ອເພີ່ມໃໝ່615ຄົນ ຂ່າວສານບ້ານເມືອງ
ທລຍ ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme