Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງປ້ອງກັນປະເທດອິນໂດເນເຊຍມອບທຶນການສຶກສາໃຫ້ແກ່ກະຊວງປ້ອງກັນປະເທດລາວ

Posted on 18/12/202018/12/2020 By News No Comments on ກະຊວງປ້ອງກັນປະເທດອິນໂດເນເຊຍມອບທຶນການສຶກສາໃຫ້ແກ່ກະຊວງປ້ອງກັນປະເທດລາວ

ໃນວັນທີ 16 ທັນວານີ້, ທ່ານ ພັນເອກ ໂຣຣີ ສີໂທຣັດທີ່ປຶກສາ ທູດຝ່າຍປ້ອງກັນຊາດປະເທດ ອິນໂດເນເຊຍປະຈຳ ສປປ ລາວ ຕາງໜ້າກະຊວງປ້ອງກັນປະເທດ ອິນໂດເນເຊຍ ປະຈຳ ສປປ ລາວ ໄດ້ມອບທຶນການສຶກສາໃຫ້ແກ່ ນາຍທະຫານລາວ ຈຳນວນ 2 ທຶນເພື່ອໄປຮຽນຕໍ່ລະດັບປະລິນຍາໂທ ທີ່ມະຫາວິທະຍາໄລປ້ອງ ກັນປະເທດອິນໂດເນເຊຍ (IDU) ສຳລັບສົກຮຽນປີ 2021/2022, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະ ຍານຂອງ ທ່ານ ພັນໂທ ລາດສະ ຂຸນ ວົງໂພສີ ຫົວໜ້າພະແນກ ຊ່ຽວຊານນັກຮຽນກະຊວງປ້ອງ ກັນປະເທດ. ທ່ານ ພັນເອກ ໂຣຣີ ສີໂທຣັດ ກ່າວວ່າ: ການໃຫ້ທຶນຊ່ວຍເຫຼືອ ໃນຄັ້ງນີ້ແມ່ນສະແດງໃຫ້ເຫັນ ເຖິງຄວາມມຸ້ງໝັ້ນຂອງກະຊວງ ປ້ອງກັນປະເທດອິນໂດເນເຊຍ ໃນການສົ່ງເສີມການສ້າງຂີດ ຄວາມສາມາດ, ຍົກສູງລະດັບ ຄວາມຮູ້ກໍຄືການພັດທະນາຊັບ ພະຍາກອນມະນຸດຂອງ ສປປ ລາວ ເຊິ່ງເປັນພື້ນຖານໃນການ ສ້າງຄວາມເຂັ້ມແຂງທັງເປັນ ການຮັດແໜ້ນສາຍພົວພັນສອງ ຝ່າຍລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວໂດຍສະເພາະໃນ ຂົງເຂດການຮ່ວມມືດ້ານປ້ອງ ກັນຊາດ-ການທະຫານ. ໃນມື້ດຽວກັນ, ທ່ານ ນາງ ອີນກີ ຮີລາເຣຍ ດີເນເຊຍ ຕາງໜ້າສະ ຖານທູດອິນໂດເນເຊຍ ປະຈຳ ສປປ ລາວ ຍັງໄດ້ມອບໃບຢັ້ງຢືນ ໃຫ້ແກ່ນາຍທະຫານທີ່ສຳເລັດ ຫຼັກສູດພື້ນຖານຂອງພາສາອິນ ໂດເນເຊຍອີກດ້ວຍ.

Image may contain: 6 people, people standing and indoor

ໂອກາດນີ້, ຫົວໜ້າພະແນກ ຊ່ຽວຊານນັກຮຽນກົມພົວພັນ ຕ່າງປະເທດ ຕາງໜ້າໃຫ້ກະຊວງ ປ້ອງກັນປະເທດກ່າວສະແດງ ຄວາມຂອບໃຈໄປຍັງກະຊວງ ປ້ອງກັນປະເທດ ອິນໂດເນເຊຍ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງສະແດງຄວາມເຊື່ອໝັ້ນ ວ່ານາຍທະຫານທີ່ໄດ້ຮັບທຶນ ໃນຄັ້ງນີ້ຈະນຳເອົາຄວາມຮູ້ທີ່ໄດ້ ຮຳ່ຮຽນມາຜັນຂະຫຍາຍໃນອະ ນາຄົດ.

ໂດຍ: ຈິດ

ຂ່າວສານບ້ານເມືອງ

Post navigation

Previous Post: ສຳມະນາກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈີຕອນ ແລະ ອຸດສາຫະກຳ 4.0
Next Post: ຂັ້ນຕອນລະອຽດ ໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ

Related Posts

ສາວພອນ ລົງດໍານາ ແຟນຄລັບແຊເປັນພັນ ຂ່າວສານບ້ານເມືອງ
ກວດລ້າງຜີບ້ານ! ລໍ້ຈັບຊັ້ນພັນໂທພົວພັນສິ່ງຜິດກົດໝາຍ ຂ່າວສານບ້ານເມືອງ
ລັດຖະມົນຕີ ຖວທ ຢ້ຽມຢາມສະຖານທີ່ທ່ອງທ່ຽວເມືອງໂຂງ ຂ່າວສານບ້ານເມືອງ
ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຄະນະສົງ ຄະນະປະຕິບັດທັມ ມອບເຄື່ອງ ຊ່ວຍເຫຼືອພະນັກງານຄູອາຈານ ແລະ ນ້ອງນັກສຶກສານອນຫໍພັກຈາກ 2 ວິທະຍາໄລ ຂ່າວສານບ້ານເມືອງ
ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme