Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ໄດ້ຮັບທຶນຈາກ ສະຖານທູດອາເມຣິກາ

Posted on 17/12/202017/12/2020 By All in LAOS No Comments on ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ໄດ້ຮັບທຶນຈາກ ສະຖານທູດອາເມຣິກາ

ວັນທີ່ 16 ທັນວາ 2020 ທ່ານທູດປີເຕີ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາກົດໝາຍເພດຍິງ ຈໍານວນ 18 ຄົນ ທີ່ພິທີມອບ-ຮັບທີ່ນະຄອນຫລວງວຽງຈັນ ເພື່ອສຶກສາຕໍ່ຫຼັກສູດຝຶກອົບຮົມວິຊາຊີບ 1 ປີ ທີ່ສະຖາບັນຍຸຕິທໍາແຫ່ງຊາດ.

ທຶນການສຶກສາດັ່ງກ່າວ ສະໜັບສະໜູນໂດຍ ໂຄງການ USAID Legal Aid Support, ໂດຍຈະສະໜັບສະໜູນທາງດ້ານການເງິນແກ່ນັກສຶກສາຍິງເຫຼົ່ານີ້ຕະຫລອດໄລຍະ 1 ປີ ໃນການເຂົ້າຮ່ວມຝຶກອົບຮົມວິຊາຊີບກົດໝາຍທີ່ ສຍຊ, ຊຶ່ງເປັນໜຶ່ງໃນຂໍ້ກໍານົດສໍາລັບຜູ້ທີ່ຈົບການສຶກສາກົດໝາຍທີ່ຕ້ອງການເປັນຜູ້ພິພາກສາ, ທະນາຍຄວາມ ແລະ ພະນັກງານໄອຍະການ. ທ່ານທູດປີເຕີ ກ່າວວ່າ: ແຜນງານນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາ ພາຍໃຕ້ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເພື່ອຊ່ວຍລັດຖະບານ ສປປ ລາວ ໃນການສ້າງປະເທດໃຫ້ກາຍເປັນ ປະເທດຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ດ້ວຍການຊ່ວຍໃຫ້ປະຊາຊົນລາວເຂົ້າເຖິງຄວາມຍຸຕິທຳໃຫ້ຫຼາຍຂຶ້ນ.

ສະຫະລັດອາເມລິກາ ພາກພູມໃຈທີ່ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ເພື່ອກາຍເປັນສະມາຊິກ ອາຊຽນທີ່ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ວັດທະນາຖາວອນ. ພິທີດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ມູນນິທິເອເຊຍ ເພື່ອສະໜັບສະໜູນໃຫ້ ສປປ ລາວ ກາຍເປັນປະເທດທີ່ຄຸ້ມຄອງດ້ວຍກົດໝາຍໂດຍການຂະຫຍານການເຂົ້າເຖິງກົດໝາຍ ແລະ ພັດທະນະທັກສະຂອງບັນດາແມ່ນ້ອງຍິງໃນຂົງເຂດຍຸຕິທຳ.

Cr: U.S. Embassy Vientiane

ຂ່າວສານບ້ານເມືອງ

Post navigation

Previous Post: ຫລວງພຣະບາງ ແຈ້ງການ ບໍ່ໃຫ້ຈັດງານເຄົ້າດາວ ທີ່ມີຄົນເຕົ້າໂຮມຈໍານວນຫຼາຍ
Next Post: ທັບນັກກິລາແຂວງຫຼວງພະບາງໄດ້ຮັບການຍ້ອງຍໍຢ່າງສົມກຽດ

Related Posts

ກັກຕົວໄດ້ 1 ຄົນ ຂະຫຍາຍຜົນຊັດທອດຫາຜູ້ຮ່ວມຂະບວນການ 1 ຄົນຄະດີ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ສູນປິ່ນປົວພາກສະໜາມດາວເຮືອງຮັບຜູ້ຕິດເຊື້ອໂຄວິດ ເຂົ້າປິ່ນປົວເຕັມຄວາມສາມາດບັນຈຸແລ້ວ ຂ່າວສານບ້ານເມືອງ
ແຂວງໄຊສົມບູນ ທໍ າ ລ າ ຍ ສ ວ ນ ຝິ່ ນ ຫຼາຍກວ່າ 2 ເຮັກຕາ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງວິລະບູລີ ລົງມອບລໍ້ໃຫ້ຄົນພິການ ຂ່າວສານບ້ານເມືອງ
ສະຫຼົດໃຈ! ສະຫວັນນະເຂດ ມີຄົນ ຕິ ດ ໂ ຄ ວິ ດ ເ ສ ຍ ຊີ ວິ ດ ອີ ກ 1 ຄົນ ຂ່າວສານບ້ານເມືອງ
ເຈົ້າແຂວງສະຫວັນນະເຂດລົງຕິດຕາມສະພາບ ການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme