Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ

Posted on 15/12/202015/12/2020 By News No Comments on ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ

ໃນວັນທີ 14 ທັນວາ 2020, ສະຖານທູດອັງກິດປະຈຳ ສປປ ລາວ, ອົງການ UNF PA ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ເປີດທີ່ພັກຫລົບໄພແຫ່ງໃໝ່ ຢູ່ແຂວງສະຫວັນນະເຂດ ໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜູ້ລອດຊີວິດຈາກຄວາມຮຸນແຮງ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການທີ່ຮ່ວມມືກັນ: “ສ້າງຄວາມເຂັ້ມແຂງໃນການປ້ອງກັນ ແລະ ຕອບໂຕ້ ໃນໄລຍະການແຜ່ລະບາດໂຄວິດ-19”, ເພື່ອເປັນການເພີ່ມຂີດຄວາມສາມາດ ອໍານວຍຄວາມສະດວກ ໃນແຂວງສະຫວັນນະເຂດ ໃນການສະໜອງການບໍລິການທີ່ຈໍາເປັນ ເປັນຕົ້ນ ການບໍລິການທາງດ້ານສັງຄົມ, ສຸຂະພາບ ແລະ ກົດໝາຍ ເພື່ອຊຸກຍູ້ໃຫ້ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດ ຊອກຫາການຊ່ວຍເຫລືອ ແລະ ອອກຈາກວົງຈອນຄວາມຮຸນແຮງພາຍໃນຄອບຄົວ ແລະ ສະຖານະການ ທີ່ຖືກຄຸກຄາມຕ່າງໆຫລາຍຂຶ້ນ.

ມາຮອດປັດຈຸບັນ ສປປ ລາວ ແມ່ນມີທີ່ພັກຫລົບໄພ 2 ແຫ່ງ ທີ່ໃຫ້ບໍລິການ ຄື ໃນນະຄອນ ຫລວງວຽງຈັນ ແລະ ສະຫວັນນະເຂດ. ພ້ອມກັນນີ້, ຍັງມີ “ເຮືອນເພື່ອນມິດ” (Women’s Friendly Spaces) ສອງແຫ່ງ ໃນເມືອງສະ ໜາມໄຊ, ແຂວງອັດຕະປື ທີ່ບໍລິການແກ່ແມ່ຍິງ ແລະ ເດັກຍິງຜູ້ລອດຊີວິດຈາກຄວາມຮຸນແຮງ, ເຊິ່ງສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີ ວິທີການແບບຮອບດ້ານ (holistic approach) ທີ່ປະກອບໄປດ້ວຍ ທີ່ພັກຫລົບໄພ, ການເບິ່ງແຍງສຸຂະພາບ, ອາຫານ ແລະ ເຄື່ອງນຸ່ງຫົ່ມສໍາລັບຜູ້ລອດຊີວິດ ແລະ ລູກຂອງພວກເຂົາ ລວມເຖິງການໃຫ້ຄໍາປຶກສາທາງດ້ານສຸຂະ ພາບທາງຈິດ ແລະ ສະພາບຈິດໃຈ, ທັກສະຊີວິດ ແລະ ການຝຶກອົບຮົມວິຊາຊີບ.

Image may contain: 18 people, people on stage, people standing, suit and outdoor

ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາ ກອນ ໄດ້ກ່າວຢ້ຳເຖິງຄວາມຈຳເປັນ ທີ່ຕ້ອງເອົາວາລະນີ້ ເຂົ້າໃນແຜນປະຕິບັດງານຂອງແຂວງສະ ຫວັນນະເຂດ ແລະ ຕິດຕາມການຈັດຕັ້ງປະຕິບັດ. ການເຂົ້າເຖິງພື້ນທີ່ປອດໄພ ແມ່ນປັດໄຈສຳຄັນໃນການຕັດສິນໃຈຂອງແມ່ຍິງ ແລະ ເດັກຍິງທີ່ຈະໜີອອກຈາກສະຖານະການຄວາມຮຸນແຮງ. ອົງການອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ມີຄວາມຍິນດີຢ່າງສູງທີ່ໄດ້ຮ່ວມມືນຳລັດຖະ ບານອັງກິດ, ສະຫະພັນແມ່ຍິງລາວ ເພື່ອໃຫ້ແຂວງສະຫວັນນະເຂດ ສາມາດສ້າງ ແລະ ຮັກສາທີ່ພັກອາໄສນີ້ໄດ້.

ທ່ານ ຈອນ ເພຍສອນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປລາວ ໄດ້ກ່າວວ່າ: ການປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການສະໜັບສະໜູນ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແມ່ນຈຸດປະສົງຫລັກ ສຳລັບລັດຖະບານອັງກິດໃນທົ່ວໂລກ ແລະ ໃນປະເທດລາວ. ເມື່ອບໍ່ດົນມານີ້ ສະຖານທູດອັງກິດ ໄດ້ສະໜັບສະໜູນໂຄງການສຳລັບແມ່ຍິງ ແລະ ເດັກຍິງ ຜ່ານສະຫະພັນຣັກບີ້ລາວ, ໃຫ້ທືນແກ່ອົງການ Aide et Action ແລະ Lone buffalo, ຂ້ອຍແມ່ນມີຄວາມດີໃຈຫລາຍທີ່ພວກເຮົາສາມາດສະໜັບສະໜູນທີ່ພັກຫລົບໄພ ໃນແຂວງສະຫວັນນະເຂດ, ເຊິ່ງມີທ່າແຮງໃນການປັບ ປຸງຊີວິດຂອງເດັກຍິງ ແລະ ແມ່ຍິງຫລາຍຄົນ.

ຂ່າວສານບ້ານເມືອງ

Post navigation

Previous Post: 6ແຂວງພາກເໜືອ ສໍາມະນາການເຝົ້າລະວັງການຄົ້ນຫາພະຍາດ ແລະ ການປ້ອງກັນ
Next Post: ແຂວງໄຊຍະບູລີ ກະກຽມຈັດງານບຸນຊ້າງ ປະຈໍາປີ 2021

Related Posts

ລາຍງານຕໍ່ເນື່ອງ! ພາຍຸ ໂນອຶນ ພັດເຂົ້າເເຂວງຈໍາປາສັກແລ້ວ ເກີດນໍ້າຖ້ວມຫົນທາງ ຂ່າວສານບ້ານເມືອງ
ແຈ້ງຂ່າວມໍລະນະພາບ ພຣະອາຈານ ປູ່ຈັນ ເຂມີໂຍ ຂ່າວສານບ້ານເມືອງ
59 ມື້ແລ້ວ! ທີ່ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຂ່າວສານບ້ານເມືອງ
ໄຟໄຫມ້ປ່າເຂດຜາແດງ ເມືອງງອຍ ຫລວງພະບາງ 4/4/2020 ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວແຈ້ງການ ອອກມາດຕະການໃໝ່ດ່ວນ ເພື່ອຄວບຄຸມໂຄວິດ-19 ຂ່າວສານບ້ານເມືອງ
ລັດຖະບານຍີ່ປຸ່ນ ມອບລົດຮັບ-ສົ່ງຄົນເຈັບ ໃຫ້ລັດຖະບານລາວ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme