Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜົນກວດຮອບທຳອິດ ຂອງບຸກຄົນ ທີ່ໃກ້ຊິດກັບຄົນຈີນ 2 ຄົນ ທີ່ເດີນທາງຜ່ານຫລວງນໍ້າທາ ຍັງບໍ່ພົບເຊື້ອໂຄວິດ-19

Posted on 15/12/202015/12/2020 By News No Comments on ຜົນກວດຮອບທຳອິດ ຂອງບຸກຄົນ ທີ່ໃກ້ຊິດກັບຄົນຈີນ 2 ຄົນ ທີ່ເດີນທາງຜ່ານຫລວງນໍ້າທາ ຍັງບໍ່ພົບເຊື້ອໂຄວິດ-19

ທ່ານ ດຣ ແກ້ວ ອິນທະວົງ ວ່າການຫົວໜ້າພະແນກສາທາລະນະສຸກແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ໃນກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫລວງນໍ້າທາ ວັນທີ 14 ທັນວາ 2020 ກ່ຽວກັບຜົນການສອບສວນ ແລະ ຄົ້ນຫາບຸກຄົນໃກ້ຊິດກັບຄົນຈີນ 2 ຄົນ ທີ່ພົບເຊື້ອພະຍາດໂຄວິດ-19, ເຊິ່ງມີຈໍານວນ 7 ຄົນ. ໃນນີ້, ຄົນຈີນ 2 ຄົນ, ຄົນລາວ 5 ຄົນ ແລະ 15 ຄົນໃນຄອບຄົວ ລວມທັງໝົດ 22 ຄົນ, ຍັງອີກ 3 ຄົນທີ່ໃກ້ຊິດຍັງນໍາຫາບໍ່ໄດ້, ສ່ວນຜົນກວດຮອບທີ 1 ອອກມາເປັນລົບ ຖືວ່າບໍ່ພົບເຊື້ອພະຍາດ ແລະ ຍັງລໍຖ້າຜົນກວດຮອບທີ 2 ຕື່ມອີກ.

Image may contain: 1 person, sitting, eating, table and indoor

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະ ກອງເລຂາເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານຕ້ານພະຍາດດັ່ງກ່າວ ໃຫ້ລະອຽດຖືກຕ້ອງ ແລະ ໃຫ້ສືບຕໍ່ເຝົ້າລະວັງ-ຕິດຕາມ ແລະ ຊອກຄົ້ນຫາຜູ້ສໍາຜັດໃກ້ຊິດ, ພ້ອມເກັບຕົວຢ່າງໃນພື້ນທີ່ສ່ຽງສົ່ງກວດຕາມການແນະນໍາຂອງສູນວິເຄາະລະບາດ, ປະເມີນຄືນສະພາບເມື່ອຮອດກໍານົດ 14 ວັນ ໃນເຂດພິເສດບໍ່ເຕ່ນສາມາດອອກເຮັດວຽກເປັນປົກກະຕິ, ສືບຕໍ່ເຮັດວຽກໂຄສະນາໃຫ້ຄວາມຮູ້ແກ່ປະຊຸມຊົນໃນບ້ານທີ່ສ່ຽງ ເພື່ອໃຫ້ເອົາໃຈໃສ່ ແລະ ປະຕິບັດຫລັກການປ້ອງກັນຢ່າງເຂັ້ມງວດ, ໂຈະການຮຽນ-ການສອນເຂດເຝົ້າລະວັງຈົນກວ່າຄົບກໍານົດ 14 ວັນ ຕາມແຈ້ງການຂອງຫ້ອງວ່າການແຂວງ ແລະ ເອົາໃຈໃສ່ຄວບຄຸມບັນດາຮ້ານເຫລົ້າຮ້ານເບຍທີ່ລະເມີດ ເພື່ອໃຫ້ເຂົ້າສູ່ລະບຽບການ.

Image may contain: one or more people

ຂ່າວ: ມຸນຕີ

ຂ່າວສານບ້ານເມືອງ

Post navigation

Previous Post: ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ
Next Post: 6ແຂວງພາກເໜືອ ສໍາມະນາການເຝົ້າລະວັງການຄົ້ນຫາພະຍາດ ແລະ ການປ້ອງກັນ

Related Posts

ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ  ຂ່າວສານບ້ານເມືອງ
ກຽມຄວາມພ້ອມຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ແຂວງວຽງຈັນ ປ່ອຍປາ ສູ່ທຳມະຊາດ 50.000 ໂຕ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ ຂ່າວສານບ້ານເມືອງ
ເຕືອນອີກເດີ້! ພາຍຸໄຕ້ຝຸ່ນ ໂມລາເວ ຈະເຄື່ອນເຂົ້າມາຮອດລາວ ເວລາ 15 ໂມງຂອງມື້ນີ້ ຂ່າວສານບ້ານເມືອງ
ເມືອງເມີງ ທ ຳາ ລ າ ຍ ສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງລິຂະສິດ ຂ່າວສານບ້ານເມືອງ
ປີ 2022 ແຂວງອັດຕະປື ຕ້ອງການທຶນພັດທະນາ 1.500 ກວ່າຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme