Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ

Posted on 15/12/202015/12/2020 By News No Comments on ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມ ບູນ ໃນວັນທີ 15 ທັນວາ 2020 ໄດ້ພົບປະໂອ້ລົມກັບບັດດາການນຳແຂວງ ໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ໄດ້ລາຍງານວຽກງານພົ້ນເດັ່ນ ທີ່ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ແມ່ນຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ I, ງານປະກວດນາງສາວອາພອນເພດ ປະຈຳປີ 2020, ງານເທດສະການອາຫານ, ງານແຂ່ງຂັນກິລາພື້ນເມືອງງົວຊົນເກັ່ງ, ງົວຊົນງາມ ແລະ ກິລາຕີໝາກຂ່າງ ປະຈຳປີ 2020 ແລະ ວຽກງານທີ່ພົ້ນເດັ່ນອື່ນໆ ອີກຈຳນວນໜຶ່ງ.

ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ອົງການປົກຄອງ ແຂວງໄຊສົມບູນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນເປັນພື້ນຖານຫລາຍຢ່າງ ທີ່ການນຳແຂວງໄຊສົມບູນ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກຍາດມາໄດ້ ໃນໄລຍະຜ່ານມາ.

ພ້ອມທັງໄດ້ເນັ້ນໜັກໃຫ້ການນຳແຂວງ ຈົ່ງສືບຕໍ່ຊີ້ນຳ-ນຳພາ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມ ໄດ້ກຳແໜ້ນເຊື່ອມຊຶມຕໍ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຢ່າງເລິກເຊິ່ງ ໄປຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ພ້ອມກັນຕີຖອຍທຸກໜໍ່ແໜງ ທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃຫ້ທັນການ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ, ພ້ອມກັນສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ຂ່າວ: ຈິນລະວອນ ວໍລະສົມບູນ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາຍແດນທີ່ຕິດກັບປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19
Next Post: ຜົນກວດຮອບທຳອິດ ຂອງບຸກຄົນ ທີ່ໃກ້ຊິດກັບຄົນຈີນ 2 ຄົນ ທີ່ເດີນທາງຜ່ານຫລວງນໍ້າທາ ຍັງບໍ່ພົບເຊື້ອໂຄວິດ-19

Related Posts

ຫຼາຍບ້ານຢູເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ຂ່າວສານບ້ານເມືອງ
ລັດຖະມົນຕີ ຖວທ ຢ້ຽມຢາມ ບ້ານດົງ ບາກໃໜ່ຫີນຄໍາ ເມືອງສະໜາມໄຊ ຂ່າວສານບ້ານເມືອງ
ເກີດເຫດ ຄົນຕົກຈາກທີ່ສູງປະກາດຕາມຫາພີ່ນ້ອງ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ຂໍໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຂ່າວສານບ້ານເມືອງ
ເປັນໃຜໄປບໍ່ໄດ້! ນາວາສັກສິດ ເກັບແຊ້ມ 4 ປີຊ້ອນ ຊ່ວງເຮືອກີລາອອກພັນສາ ທີ່ທ່າວັດຈັນ ຂ່າວສານບ້ານເມືອງ
ການນໍາແຂວງໄຊສົມບູນ ຕ້ອນຮັບສະຫາຍ ນາງ ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme