Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາຍແດນທີ່ຕິດກັບປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19

Posted on 15/12/202015/12/2020 By News No Comments on ຊາຍແດນທີ່ຕິດກັບປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19

ແຂວງບໍ່ແກ້ວມີຊາຍແດນຕິດກັບປະເທດເພື່ອນບ້ານທີ່ຍາວຢຽດຫຍຸ້ງຍາກໃນການປ້ອງກັນ ການລັກເຂົ້າ-ອອກເມືອງ ຂອງປະຊາຊົນພາຍໃນແຂວງ ແລະ ຄົນຕ່າງປະເທດ ແລະ ຫຍຸ້ງຍາກໃນການຈຳກັດຄົນເຂົ້າ-ອອກ ຊຶ່ງເປັນສິ່ງທ້າທາຍ ແລະ ເປັນອຸປະສັກໃນການປ້ອງ ກັນການແຜ່ລະບາດຂອງພະຍາດໂຄວິດ-19.

Image may contain: sky, cloud, outdoor and nature

ຮອງເຈົ້າແຂວງບໍ່ແກ້ວ ທ່ານ ດຣ. ຄໍາຜະຫຍາ ພົມປັນຍາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອວັນວັນທີ 14 ທັນວາ 2020ທີ່ຜ່ານມານີ້ກ່ຽວກັບການປ້ອງກັນພະຍາດໂຄວິດພາຍໃນແຂວງບໍ່ແກ້ວວ່າ: ພາຍຫຼັງທີ່ມີຊາຍຄົນຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ລັກລອບເຂົ້າມາເມືອງຕົ້ນເຜິ້ງ ໂດຍມາແຕ່ເມືອງທ່າຂີ້ເຫຼັກ ປະເທດມຽນມາໃນວັນທີ 24 ພະຈິກ 2020 ທີ່ຜ່ານມາ,  ການຮັບມືກັບການລະບາດຂອງພະຍາດໂຄວິດ-19 ຫຼື ກັບເຫດການດັ່ງກ່າວການນຳແຂວງບໍ່ແກ້ວ ກໍ່ຄື ຄະນະສະເພາະກິດໄດ້ເອົາໃຈໃສ່ຕິດຕາມສະຖານະການຂອງພະຍາດດັ່ງກ່່າວຢ່າງບໍ່ຢຸດຢັ້ງໂດຍສະເພາະໄດ້ເລັ່ງປ້ອງກັນ ແລະ ຕິດຕາມຢູ່ຈຸດທີ່ມີຄວາມສ່ຽງທີ່ຈະມີການແຜ່ລະບາດຂອງພະຍາດນີ້ ເຊັ່ນ: ໄດ້ປິດການເດີນເຮືອ ແລະ ການຂົນສົ່ງສິນຄ້າທຸກປະເພດພາຍໃນເມືອງຕົ້ນເຜິ້ງ, ປິດການເຂົ້າ-ອອກປະຊາຊົນພາຍໃນເມືອງຕົ້ນເຜິ້ງ ແລະ ປິດການເຂົ້າ-ອອກຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

Image may contain: sky, cloud, outdoor and nature

ທ່ານ ດຣ. ຄໍາຜະຫຍາ ໄດ້ກ່າວຕື່ມວ່າ: ແຕ່ວ່າສິ່ງທ້າທາຍຕໍ່ກັບການປ້ອງກັນພະຍາດນີ້ແມ່ນບັນຫາເລື່ອງເສັ້ນຊາຍແດນລະຫວ່າງແຂວງບໍ່ແກ້ວ ແລະ ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ນັ້ນ ມີຄວາມຍາວຢຽດຊຶ່ງເປັນອຸປະສັກໃນການປ້ອງກັນການລັກລອບເຂົ້າ-ອອກຂອງປະຊາຊົນ ກໍ່ຄືມີຄວາມຫຍຸ້ງຍາກໃນການປ້ອງກັນການແຜ່ລະບາດຂອງພະຍາດນີ້.  ສະເພາະຢູ່ເຂດສາມຫຼ່ຽມຄໍາ ຊຶ່ງເປັນຈຸດສ່ຽງທີ່ສຸດໃນການແຜ່ລະບາດຂອງພະຍາດນີ້, ທາງຄະນະສະເພາະກິດໄດ້ເກັບຕົວຢ່າງພະນັກງານບໍລິການຢູ່ເຂດດັ່ງກ່າວຈໍານວນ 37 ຕົວຢ່າງ, ເກັບຕົວຢ່າງຈາກຜູ້ມີໝວດອາການຄ້າຍຄືກັບເປັນຫວັດ 18 ຕົວຢ່າງ ແລະ ພະນັກງານແພດ 06 ຕົວຢ່າງ ເຊິ່ງຜົນກວດທັງໝົດແມ່ນບໍ່ພົບເຊື້ອ.

Image may contain: sky, mountain, tree, outdoor and nature

ຂ່າວ: ວຽງຈັນທາຍ

ຂໍ້ມູນ: ຄຳພັນ ແກ້ວມະນີ

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດໂຕຢ່າງເປັນທາງການ! ກັບປະຕິທິນ ການບິນລາວ ປີ 2021
Next Post: ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ

Related Posts

ນອກຈາກສົ່ງຜູ້ຊ່ຽວຊານແພດຈີນມາຊ່ວຍລາວແລ້ວ ອຸປະກອນຕ້ານໂຄວິດ ຈໍານວນຫຼາຍຈະມາເຖິງວຽງຈັນ ໃນວັນທີ 10 ພຶດສະພານີ້ ຂ່າວສານບ້ານເມືອງ
ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຂ່າວສານບ້ານເມືອງ
ຊົມເຊີຍ! ພົນລະເມືອງດີຊ່ວຍກັນເອົາຂີ້ເຫຍື້ອອອກຈາກຄອງນໍ້າ ຂ່າວສານບ້ານເມືອງ
[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:] ຂ່າວສານບ້ານເມືອງ
ແຮງງານລາວທີ່ພະຍາຍາມ ລັ ກ ລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງ ໂດຍຜ່ານແຂວງຈໍາປາສັກ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ
ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme