Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸໄພເຕືອນໜາວ! ອາທິດນີ້ອຸນຫະພູມຈະໜາວເຢັນລົງ 1-3 ອົງສາ ​

Posted on 14/12/202014/12/2020 By News No Comments on ອຸຕຸໄພເຕືອນໜາວ! ອາທິດນີ້ອຸນຫະພູມຈະໜາວເຢັນລົງ 1-3 ອົງສາ ​

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ,ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍໃນວັນທີ 16 ຫາ 20 ທັນວາ 2020.

Image may contain: text

.

Image may contain: cloud, sky, outdoor and nature

.

Image may contain: text

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.

Image may contain: text

.

Image may contain: sky, cloud, ocean, outdoor, nature and water

.

Image may contain: sky, mountain, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ
Next Post: ດ່ວນທີ່ສຸດ! ບໍ່ແກ້ວ ເພີ່ມມາດຕະການ ສັ່ງໂຈະທຸກງານທີ່ມີຄົນຊຸມນຸມຫຼາຍ ສ່ຽງຕໍ່ການແຕ່ລະບາດຂອງ ໂຄວິດ 19

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 612ຄົນ ຂ່າວສານບ້ານເມືອງ
ມອບ-ຮັບ ລັດຖະມົນຕີ ຖວທ ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ ຂ່າວສານບ້ານເມືອງ
ໂປ່ງໃສ! ລັດຖະບານ ອານຸມັດງົບ ສຸກເສີນສູ້ໄພ ໂຄວິດ-19 ຈໍານວນ 2 ຄັ້ງແລ້ວ ມູນຄ່າ 30 ຕື້ກີບ ຂ່າວສານບ້ານເມືອງ
ຄະນະສະເພາະກິດແຂວງບໍ່ແກ້ວລົງລາດຕະເວນຕາມຂອບເຂດຊາຍແດນແມ່ນໍ້າຂອງ ຂ່າວສານບ້ານເມືອງ
ດ່ວນ! ປັບຂຶ້ນລາຄານ້ຳມັນ ເລີ່ມປະຕິບັດ 6ໂມງເຊົ້າ ຂອງວັນທີ 8/7/2021 ຂ່າວສານບ້ານເມືອງ
ຕະຫຼາດສວນມອນແຈ້ງການປິດດ່ວນ!ເນື່ອງຈາກມີຊາວຄ້າຂາຍຕິດເຊື້ອໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme