Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ

Posted on 14/12/202014/12/2020 By News No Comments on ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ

ໃນວັນທີ 10 ທັນວາ 2020, ທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ກຽດປະດັບຊັ້ນ ໃຫ້ແກ່ນາຍ ແລະ ພົນຕຳຫລວດ ຜູ້ທີ່ຄົບມາດຖານເງື່ອນໄຂ ແລະ ຮອດອາຍຸການເລື່ອນຊັ້ນ ໂດຍເລື່ອນຊັ້ນພັນຕີຂຶ້ນເປັນຊັ້ນພັນໂທ ຈຳນວນ 12 ສະຫາຍ, ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ ຈຳນວນ 9 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນເປັນຊັ້ນຮ້ອຍເອກຈຳນວນ 25 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ ຈຳນວນ 4 ສະຫາຍ ແລະ ເລື່ອນຊັ້ນສິບເອກຂຶ້ນວາທີ ຈຳນວນ 2 ສະຫາຍ.

Image may contain: 1 person, sitting

ທ່ານ ພັທ ສີອຸດົມ ອາລົມຈິດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ປ້ອງກັນຄວາມສະຫງົບ ແຂວງ ກ່າວວ່າ: ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 3122, 3123, 3124/ປກສ ລົງວັນທີ 24 ພະຈິກ 2020 ເຊິ່ງທັງໝົດໄດ້ມີສຳເລັດໃນການປະຕິບັດໜ້າທີ່ ແລະ ມີຄຸນງາມຄວາມດີ ໃນໄລຍະຜ່ານມາ.

Image may contain: 5 people, people standing

ໂອກາດນີ້, ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ກໍໄດ້ໂອ້ລົມຕໍ່ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ເຊິ່ງກ່ອນອື່ນໄດ້ຍ້ອງຍໍຊົມເຊີຍຜົນງານການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະໃນໄລຍະຜ່ານມາ ທີ່ສາມາດແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ອັນເປັນຜົນງານໃຫ່ຍຫລວງ. ພ້ອມນັ້ນ ຍັງໄດ້ເນັ້ນໜັກໃຫ້ສືກຕໍ່ຮັກສາມູນເຊື້ອອັນດີງານນີ້ໄວ້, ໃຫ້ພ້ອມກັນປັບປຸງແກ້ໄຂດ້ານອ່ອນອັນທີ່ຍັງເປັນຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບແຂວງອັດຕະປື ໄດ້ຮັບການພັດທະນາໃນຕໍ່ໜ້າ.

ຂ່າວ: ສົມຊາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດເມືອງແກ່ນທ້າວ ເປັນເມືອງຢຸດຕິການຖ່າຍຊະຊາຍ
Next Post: ອຸຕຸໄພເຕືອນໜາວ! ອາທິດນີ້ອຸນຫະພູມຈະໜາວເຢັນລົງ 1-3 ອົງສາ ​

Related Posts

ແຂວງອຸດົມໄຊ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ໃຫ້ຄະນະບໍລິຫານງານພັກແຂວງຈຳນວນຫນຶ່ງ ຂ່າວສານບ້ານເມືອງ
ຈູດໂຮງຮຽນ ມຕ ເລກ 3 ຍ້ອນແຄ້ນໃຫ້ອາຈານ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ເປີດການນໍາໃຊ້ແອບ “ລາວ ສູ້ສູ້” ຕ້ານ ໂ ຄ ວິ ດ ຂ່າວສານບ້ານເມືອງ
ອີກແລ້ວ ກະບະເສຍຫຼັກຕໍາຮົ້ວກັ້ນຂ້າງທາງດ່ວນ ເຈັບ 6 ຄົນ ຂ່າວສານບ້ານເມືອງ
ຊົມເຊີຍ ແລະ ຂອບໃຈ ຄະນະແພດຊ່ຽວຊານກອງທັບ ຫວຽດນາມ ສຳເລັດພາລະກິດຢູ່ລາວຢ່າງຈົບງາມ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ຂ່າວສານບ້ານເມືອງ
ເຈົ້າຂອງປໍ້າ ທາດຫລວງຊີ້ແຈງແລ້ວ ບໍ່ມີມູນຄວາມຈີງ ເປັນພຽງການຢາຍບັດຄິວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme