Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດເມືອງແກ່ນທ້າວ ເປັນເມືອງຢຸດຕິການຖ່າຍຊະຊາຍ

Posted on 14/12/202014/12/2020 By News No Comments on ປະກາດເມືອງແກ່ນທ້າວ ເປັນເມືອງຢຸດຕິການຖ່າຍຊະຊາຍ

ພິທີ ປະກາດເມືອງແກ່ນທ້າວ ແຂວງໄຊຍະບູລີ ເປັນເມືອງຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມໄດ້ລາຍງານວ່າ: ເມືອງແກ່ນທ້າວ ຕັ້ງຢູ່ຫ່າງຈາກເທສະບານແຂວງ ປະມານ 208 ກິໂລແມັດ, ມີ 47 ບ້ານ, 8.600 ກວ່າຄອບຄົວ, ມີພົນລະເມືອງທັງໝົດ 42.800 ກວ່າຄົນ, ຍິງ 20.700 ກວ່າຄົນ, ຄວາມໜ້າແໜ້ນຂອງປະຊາກອນ 31 ຄົນ/ກິໂລຕາແມັດ, ມີນໍ້າລິນ 6 ແຫ່ງ, ນໍ້າບາດານ 1.500 ກວ່າບໍ່, ນໍ້າສ້າງ 3.800 ກວ່າແຫ່ງ, ວິດຖ່າຍຄອບຄົວ 8.600 ກວ່າໜ່ວຍ.

ຜ່ານການປະເມີນບ້ານຢຸດຕິການຖ່າຍຊະຊາຍ ສາມາດປະກາດຮັບຮອງເປັນ ບ້ານຢຸດຕິການຖ່າຍຊະຊາຍ 47 ບ້ານ ເທົ່າກັບ 100%, ຄອບຄົວຢຸດຕິການຖ່າຍຊະຊາຍ 8.600 ກວ່າຄອບຄົວ ເທົ່າກັບ 99,60% ແລະ ຜ່ານການປະເມີນເມືອງຢຸດຕິຖ່າຍຊະຊາຍ ຕາມ 3 ມາດຖານ ປະຕິບັດໄດ້ 96.67%.

ໃນໂອກາດ ມອບໃບຢັ້ງຢືນເມືອງແກ່ນທ້າວ ຢຸດຕິການຖ່າຍຊະຊາຍ ນີ້, ທ່ານ ດຣ ນາງ ໄກຍະສອນ ສີດາ ກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ຂະແໜງການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງແກ່ນທ້າວ ຕ້ອງອອກແຮງຮັກສາມູນເຊື້ອ ແລະ ນາມມະຍົດ ເລີ່ມຈາກ ຄອບຄົວຢຸດຕິການຖ່າຍຊະຊາຍ, ບ້ານຢຸດຕິການຖ່າຍຊະຊາຍ ແລະ ເມືອງຢຸດຕິຖ່າຍການຊະຊາຍ.

ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍຊາວບ້ານຖິ່ນເພຍໂຮມຊັບແລະແຮງງານສ້າງທາງພາຍໃນບ້ານ ຕັ້ງເປົ້າ ໃຫ້ສໍາເລັດ 11 ເສັ້ນ (ມີຄລິບ)
Next Post: ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ

Related Posts

ຂ່າວປະຈໍາວັນພົບຜູ້ຕິດເຊື້ອເພີ່ມໃໝ່615ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລົດເມຕໍາກັບລົດກະບະ ເສຍຊິວິດ ຄາທີ່ 2 ເຈັບ 2 ທາງເມືອງຈໍາພອນ ຂ່າວສານບ້ານເມືອງ
ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ ຂ່າວສານບ້ານເມືອງ
ມະຫັດສະຈັນ! ພົບພະພຸດທະຮູບ 2 ອົງຢູ່ທົ່ງນາບ້ານໃຫຍ່ນໍ້າປຸກ ຂ່າວສານບ້ານເມືອງ
ຈໍາປາສັກແຈ້ງການຍົກລະດັບມາດຕະການຮັບມືກັບ ໂ ຄ ວິ ດ ຂ່າວສານບ້ານເມືອງ
ໃກ້ເປັນຈິງແລ້ວ ທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme