Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະເທດລາວ…! ຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

Posted on 14/12/202014/12/2020 By News No Comments on ປະເທດລາວ…! ຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຈີນ ແລະ ກໍາບູເຈຍ.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ຢູ່ ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 11 ທັນວາ 2020 ນີ້ວ່າ:  ເຖິງແມ່ນວ່າພວກເຮົາຈະມີມາດຕະການປ້ອງກັນຢ່າງເຂັ້ມງວດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ ແຕ່ປະເທດລາວຍັງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວນີ້ອີກຮອບໃໝ່ ຍ້ອນວ່າບັນດາປະເທດອ້ອມຂ້າງຂອງປະເທດເຮົາຍັງມີການແຜ່ລະບາດຂອງພະຍາດນີ້ຍັງເພີ່ມຂຶ້ນໂດຍສະເພາະແມ່ນປະເທດມຽນມາ, ດັ່ງນັ້ນຈຶ່ງຮຽກຮອງໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າຈົ່ງມີສະຕິລະວັງຕົວກ່ຽວກັບການປ້ອງກັນພະຍາດນີ້ຢ່າງເຂັ້ມງວດໂດຍສະເພາະໃຫ້ປະຕິບັດການດໍາລົງຊີວິດປົກກະຕິແບບໃໝ່ ເຊັ່ນວ່າເມື່ອອອກຈາກບ້ານໄປເຂດທີ່ມີຈຸດສ່ຽງ ຄວນໃສ່ຜ້າອັດປາກ-ດັງ, ຮັກສາມາລະຍາດໃນການໄອ-ຈາມ, ລ້າງມືໃສ່ເຈວ ຫຼື ສະບູເປັນປະຈໍາ, ກິນອາຫານສຸກ ແຍກເຄື່ອງຂອງໃຊ້ສ່ວນຕົວອອກຕ່າງຫາກ ແລະ ອື່ນໆ.

ຮອດວັນທີ 11 ທັນວາ 2020 ນີ້, ທົ່ວໂລກມີຜູ້ເສຍຊີວິດແລ້ວ 1.587.431 ຄົນ ຈາກພະຍາດໂຄວິດ-19,  ປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ອັນດັບໜຶ່ງແມ່ນປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 15.616.380 ຄົນ, ຮອງລົງມາແມ່ນປະເທດອິນເດຍມີ 9.796. 769 ຄົນ. ສະເພາະ 10 ປະເທດອາຊຽນແມ່ນປະເທດອິນໂດເນເຊຍທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ຫຼາຍເປັນອັນດັບໜຶ່ງ ມີຜູ້ຕິດເຊື້ອ 598.933 ຄົນ, ຮອງລົງມາແມ່ນ ຟີລີບປິນມີ  445.540 ຄົນ.

ສປປ ລາວ ມີຜູ້ຕິດເຊື້ອ ສະສົມ 41 ຄົນ, ປິ່ນປົວຫາຍດີແລ້ວ 33 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ 8 ຄົນ ແລະ ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງລະຄອນເພັງສໍາເລັດການສະເຫຼີມສະຫຼອງວັນຊາດທີ2ທັນວາຄົບຮອບ45ປີ
Next Post: ຊົມເຊີຍຊາວບ້ານຖິ່ນເພຍໂຮມຊັບແລະແຮງງານສ້າງທາງພາຍໃນບ້ານ ຕັ້ງເປົ້າ ໃຫ້ສໍາເລັດ 11 ເສັ້ນ (ມີຄລິບ)

Related Posts

ອຸຕຸແຈ້ງທົ່ວປະເທດອາກາດຈະເຢັນລົງ ຂ່າວສານບ້ານເມືອງ
ອຸຕຸເຕືອນ ສະພາບອາກາດຈະໜາວ ແລະ ມີຝົນຕົກ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ລົງຊຸກຍູ້ ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ ຂ່າວສານບ້ານເມືອງ
ລາຍງານ ສະພາບທາງພູເກົ້າຫຼັກ ບ່າຍວັນທີ 11 ກໍລະກົດ ຂ່າວສານບ້ານເມືອງ
ປະກາດຫາຍາດພີ່ນ້ອງ! ສົບຟູນໍ້າເຂດຂົວບ້ານເມືອງນ້ອຍ ແມ່ນເພດຊາຍ ຊາວຫວຽດນາມ ຂ່າວສານບ້ານເມືອງ
ຄະນະຜູ້ແທນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme