ການລາດຕະເວນຮ່ວມ 4 ຝ່າຍ (ຈີນ,ລາວ,ມຽນມາ ແລະ ໄທ) ຄັ້ງທີ 100 ຕາມລໍາແມ່ນໍ້າຂອງຕອນເໜືອ ຈັດຂຶ້ນລະຫວ່າງວັນທີ 8-9 ທັນວາ 2020 ນີ້, ເນື່ອງໃນໂອກາດສະເຫຼີມສະ ຫຼອງການຮ່ວມມືປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ ທາງນໍ້າຕາມລໍາແມ່ນໍ້າຂອງ ຈີນ,ລາວ, ມຽນມາ ແລະ ໄທຄົບຮອບ 9 ປີ ແລະ ການລາດຕະເວນຮ່ວມ 4 ຝ່າຍ ຄັ້ງທີ 100, ໂດຍມີ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ສະຫາຍ ພົນຕີ ຢວນຢ້າຜິງ ຫົວໜ້າສູນບັນຊາ ການຕໍາຫຼວດລາດຕະເວນທາງ ນໍ້າ ກອງບັນຊາການຕໍາຫຼວດ ແຂວງຢຸນນານ ສປ ຈີນ, ມີຄະ ນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງຫຼວງ ນໍ້າທາ, ກອງຮ້ອຍທະຫານຊາຍ ແດນ 133 ແຂວງຫຼວງນໍ້າທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ໄດ້ມີຄໍາເຫັນວ່າ: ການລາດຕະເວນຮ່ວມ 4 ຝ່າຍຄັ້ງທີ 100, ເຖິງແມ່ນວ່າຝ່າຍມຽນມາ ແລະ ໄທ ບໍ່ໄດ້ເຂົ້າຮ່ວມຍ້ອນສະພາບການລະບາດຂອງພະຍາດ ໂຄວິດ-19, ແຕ່ການລາດຕະເວນ ຮ່ວມຂອງພວກເຮົາໃນຄັ້ງນີ້ ເປັນຜົນສໍາເລັດອັນສໍາຄັນອີກ ບາດກ້າວໜຶ່ງ, ແມ່ນການປະກອບ ສ່ວນໃນການຈັດຕັ້ງປະຕິບັດ ກົດໝາຍ ແລະ ລາດຕະເວນ ຮ່ວມຄັ້ງທີ 100 ແລະ ວັນສ້າງ ຕັ້ງກົນໄກການປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ ຄົບຮອບ 9 ປີ, ໂດຍກ່ອນໜ້າທີ່ບໍ່ທັນມີກົນໄກການປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍນັ້ນ, 4 ປະເທດພວກເຮົາ ໄດ້ປະເຊີນໜ້າກັບສິ່ງທ້າທາຍ ຫຼາຍປະການເປັນຕົ້ນແມ່ນ: ກຸ່ມກໍ່ການຮ້າຍ, ປຸ້ນຈີ, ກຸ່ມຄ້າຂາຍ-ຂົນສົ່ງຢາເສບຕິດ, ການຄ້າມະ ນຸດ, ການຄ້າອາວຸດສົງຄາມ, ການຈັບຕົວປະກັນແລກຄ່າໄຖ່ ແລະ ການຄ້າຂາຍອື່ນໆ ເຮັດໃຫ້ສະພາບບໍລິເວນຊາຍແດນແມ່ ນໍ້າຂອງຕອນເໜືອ ມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະແມ່ນ ດ້ານຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ແລະ ຄວາມ ໝັ້ນຄົງຂອງຊາດ. ຍ້ອນເຫດນັ້ນ, ກົນໄກການຮ່ວມມືປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍຈຶ່ງໄດ້ຮັບການຈັດຕັ້ງຂຶ້ນ ໂດຍແມ່ນຝ່າຍຈີນເປັນເຈົ້າການລິເລີ່ມ ໃນການຈັດຕັ້ງປະຕິບັດ ກົນໄກດັ່ງກ່າວ.
ຕະຫຼອດ 9 ປີຜ່ານມາ ໂດຍປະ ສານສົມທົບແໜ້ນຂອງ 4 ປະ ເທດ(ລາວ, ຈີນ, ມຽນມາ,ໄທ) ໃນການຮ່ວມມືປະຕິບັດງານ ຮ່ວມເພື່ອຕໍ່ສູ້ປາບປາມ ແລະ ສະ ກັດກັ້ນບັນດາປະກົດການຫຍໍ້ທໍ້ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຈົນເຮັດໃຫ້ ສະພາບການໃນຂົງເຂດພາກ ພື້ນຫຼຸດລົງເທື່ອລະກ້າວ. ມາ ຮອດປັດຈຸບັນ ສາມາດທັບມ້າງ ບັນດາກິດຈະກໍາການເຄື່ອນ ໄຫວຕ່າງໆຂອງກຸ່ມຄົນບໍ່ດີ, ຢຶດ ແລະ ທໍາລາຍສິ່ງເສບຕິດຜິດກົດໝາຍໄດ້ຈໍານວນຫຼາຍ ແລະ ສາມາດຈັບກຸມແກນນໍາ ຜູ້ຄ້າຂາຍຢາເສບຕິດມາລົງໂທດ ຕາມກົດໝາຍ, ຍ້ອນຄວາມເອົາ ໃຈໃສ່ໃນການປະຕິບັດໜ້າທີ່ຢ່າງ ເຂັ້ມງວດ ແລະ ຕໍ່ເນື່ອງເປັນປົກກະ ຕິຂອງພວກເຮົາ ຈຶ່ງເຮັດໃຫ້ຂອບ ເຂດບໍລິເວນແມ່ນໍ້າຂອງ ແລະ ພາກພື້ນມີສັນຕິພາບ, ມີສະຖຽນ ລະພາບ, ມີຄວາມສະຫງົບປອດ ໄພ, ປະຊາຊົນບັນດາເຜົ່າດໍາລົງ ຊີວິດຢ່າງຖືກຕ້ອງຕາມກົດໝາຍ ຂອງບ້ານເມືອງ, ບ້ານຊ່ອງ ໄດ້ ຮັບການພັດທະນາດີຂຶ້ນ, ການ ໄປມາຫາສູ່, ການຄ້າຂາຍ, ການເດີນເຮືອເປັນປົກກະຕິ ແລະ ປອດໄພ. ທັງໝົດນັ້ນ, ລ້ວນແລ້ວແຕ່ ແມ່ນຜົນສໍາເລັດຂອງການຮ່ວມ ມືໃນການຈັດຕັ້ງ ປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ ໂດຍສະເພາະຍ້ອນການຮ່ວມມືອັນດີງາມຂອງສອງຝ່າຍລາວ-ຈີນ, ຈີນ-ລາວພວກເຮົາ.

ສະຫາຍຫົວໜ້າກົມທະຫານ ຊາຍແດນ ຍັງໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດ, ຕາງໜ້າ ໃຫ້ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ໂດຍສະເພາະ ແຂວງຫຼວງນໍ້າທາ ແລະ ແຂວງ ບໍ່ແກ້ວ ສະແດງຄວາມຂອບໃຈ ມາຍັງກອງບັນຊາການໃຫຍ່ຕໍາ ຫຼວດນໍ້າ, ກອງບັນຊາການປ້ອງ ກັນຄວາມສະຫງົບແຂວງຢຸນ ນານ ສປ ຈີນ ທີ່ໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫຼືອຝ່າຍລາວ ເຮົາໃນຫຼາຍໆດ້ານເຊັ່ນ: ການບໍາ ລຸງກໍ່ສ້າງພະນັກງານ, ການກໍ່ ສ້າງພື້ນຖານໂຄງລ່າງ, ຕະຫຼອດ ຮອດວັດຖຸອຸປະກອນຮັບໃຊ້ ຕ່າງໆໃຫ້ແກ່ບັນດາແຂວງ ແລະ ກົມທະຫານຊາຍແດນ, ຝ່າຍລາວ ເຮົາຍາມໃດກໍຕີລາຄາສູງຕໍ່ການ ຊ່ວຍເຫຼືອຂອງຝ່າຍຈີນ ແລະ ຈະສືບຕໍ່ຄຽງບ່າຄຽງໄຫລ່ເຂົ້າ ຮ່ວມກົນໄກການປະຕິບັດກົດ ໝາຍ ແລະ ລາດຕະເວນຮ່ວມ ຢ່າງສະເໝີຕົ້ນສະເໝີປາຍ.
ໂດຍ: ນ. ຍ້ອມເພັດ ວິໄລພັນ