Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳ ພັກ, ລັດ ແລະ ປະຊາຊົນ ຮ່ວມໃສ່ບາດຖວາຍສັງຄະທານ ອຸທິດສ່ວນບຸນ ເຖິງປະທານ ໄກສອນ ພົມວິຫານ

Posted on 13/12/202013/12/2020 By News No Comments on ການນຳ ພັກ, ລັດ ແລະ ປະຊາຊົນ ຮ່ວມໃສ່ບາດຖວາຍສັງຄະທານ ອຸທິດສ່ວນບຸນ ເຖິງປະທານ ໄກສອນ ພົມວິຫານ

ຂປລ. ໃນວັນທີ 13 ພະຈິກ 2020 ກົງກັບມື້ແຮມ 13 ຄໍ່າ, ເດືອນ 1 (ລາວ) ພສ 2563, ບັນດາຜູ້ນໍາ ພັກ, ລັດ, ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີອະດີດການນຳພັກ, ລັດ ພ້ອມດ້ວຍຊາວພຸດທະສາສະ ນິກະຊົນລາວບັນດາເຜົ່າ ໄດ້ເຂົ້າຮ່ວມທຳບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ 113 ອົງ ແລະ ຟັງອະນຸໂມທະນາກະທາ, ຄາລະວະຮັບພອນ, ຢາດນ້ຳອຸທິດສ່ວນບຸນກຸສົນ ເຖິງດວງວິນຍານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ເນື່ອງໃນໂອກາດສະຫລອງວັນຄ້າຍວັນເກີດ ຄົບຮອບ 100 ປີ.

ການໃສ່ບາດຖວາຍສັງຄະທານໃນຄັ້ງນີ້, ຍັງໄດ້ຮັບຟັງທຳມະເທດສະໜາ ຕາມຄຳສອນຂອງ ພະສຳມາສຳພຸດທະເຈົ້າ ຕໍ່ການໃຫ້ທານ, ຖືສິນພາວະນາຕາມຮີດຄອງປະເພນີອັນດີງາມ ທີ່ມີມາແຕ່ບູຮານນະການ ເຊິ່ງການເຮັດບຸນສິນກິນທານ ໃນຄັ້ງນີ້, ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ອຸທິດບຸນກຸສົນ ເຖິງດວງວິນຍານ ປະທານ ໄກສອນ ພົມວິຫານ

ທັງເປັນການ ສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ວິລະ ບູລຸດຜູ້ຍິງໃຫຍ່ ທີ່ໄດ້ອຸທິດຕົນ ຍອມເສຍສະລະສ່ວນຕົວ ເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດ ແລະ ການປະຕິວັດ ໃນໄລຍະຜ່ານມາ

ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດປັດຈຸບັນ.

ຂ່າວ: ທະນູທອງ ພາບ: ເກດສະໜາ

ຂ່າວສານບ້ານເມືອງ

Post navigation

Previous Post: ຜູ່ໃຈບຸນໂຮມນໍ້າໃຈ ຊ່ວຍປະຊາຊົນເມືອງຜາອຸດົມ ສູ້ໄພໜາວ
Next Post: ທີມງານ ຜ້າຫົ່ມໃຈ 2020 ມອບເຄື່ອງບັນເທົາໄພໜາວ ແກ່ສອງບ້ານ ເມືອງຫ້ວຍຊາຍ

Related Posts

ປະເທດລາວເຮົາສົ່ງອອກໄຟຟ້າໄປຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6 ພັນກວ່າເມກາວັດ ຂ່າວສານບ້ານເມືອງ
ໄຟໄໝ້ລົດ 5 ຄັນ ທີ່ ນະຄອນ ຫຼວງພະບາງ! ອາດມີຄົນລັກຈູດ ຂ່າວສານບ້ານເມືອງ
ແຈ້ງການ! ແຂວງວຽງຈັນສັ່ງໂຈະການຮຽນ-ການສອນຊົ່ວຄາວທົ່ວແຂວງ ຂ່າວສານບ້ານເມືອງ
ຂະແໜງສື່ມວນຊົນ ຫາລືວຽກງານໂຄສະນາ ເພື່ອຮັບປະກັນໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ຂ່າວສານບ້ານເມືອງ
ຜູ້ຖືຫຸ້ນ ບໍລິສັດໄຟຟ້ານໍ້າເທີນ 2 ຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວຕພັດທະນາ ໂຄງການພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ມີຂະໜາດໃຫຍ່ທີສຸດໃນໂລກ ຂ່າວສານບ້ານເມືອງ
ມາຮອດບ້ານຮອດເຮືອນແລ້ວເດີ ພໍ່ຕູ້ພວງ ຂໍໃຫ້ສູ່ສຸຄະຕິ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme