Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020

Posted on 12/12/202012/12/2020 By News No Comments on ສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020

ຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄອບຄົວພົມ​ວິຫານ, ອົງການປົກຄອງແຂວງ-ນະຄອນຫລວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າ:

No photo description available.

1. ມີຈິດໃຈໃສສັດທາໃນພຸດທະສາສະນາ ພ້ອມກັນຈັດຕັ້ງກອງບຸນກອງອັດຖະຂຶ້ນຈຳນວນ 13 ກອງ ເພື່ອອຸທິດເຖິງດວງວິນຍານຂອງປະທານ ໄກສອນ ພົມວິຫານ ທີ່ແສນຄົບລົບຮັກທີ່ໄດ້ລ່ວງລັບໄປແລ້ວນັ້ນ

No photo description available.

2. ພິທີດັ່ງກ່າວຈະໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ຫລັກ 06 ບ້ານ ສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ

Image may contain: night and outdoor

3. ວັນເສົາວັນທີ 12 ທັນວາ 2020, ກົງກັບມື້ແຮມ 12 ຄໍ່າເດືອນ 01 ພສ 2563 ເປັນມື້ຈັດຕັ້ງກອງບຸນ ແລະ ຮັບໂມທະນາທານ, ຕອນແລງເວລາ 17:00 ໂມງມີພິທີສູດປະຣິຕະມຸງຄຸນ ແລະ ຟັງທັມມະເທດສະໜາ 01 ກັນ, ຕອນຄໍ່າຈະມີລາຍການຄົບງັນກອງບຸນ ຕາມຮີດຄອງປະເພນີ (ເສບດົນຕີພື້ນເມືອງ, ຂັບລຳທ້ອງຖິ່ນ) ແລະ ລາຍການສາຍຮູບເງົາມູນເຊື້ອປະຫວັດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ

Image may contain: indoor

4. ວັນອາທິດວັນທີ 13 ທັນວາ 2020 ກົງກັບມື້ແຮມ 13 ຄໍ່າ ເດືອນ 01 ພສ 2563: ຕອນເຊົ້າເວລາ 07:00 ໂມງ ມີພິທີໃສ່ບາດຖວາຍກອງບຸນ ແລະ ເຄື່ອງສັງຄະທານແດ່ພຣະສົງ 113 ອົງ ແລະ ຟັງອະນຸໂມທະນາກະຖາ, ຄາລະວະຮັບພອນ ຢາດນໍ້າອຸທິດສ່ວນບຸນກຸສົນ

No photo description available.

5. ດັ່ງນັ້ນ, ຈຶ່ງໄດ້ຂ່າວບຸນນີ້ມາຍັງການນໍາພັກ-ລັດຖະບານ, ກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງບັນດາແຂວງ-ນະຄອນຫລວງວຽງຈັນ, ຄອບຄົວການນໍາພັກ-ລັດ, ການຈັດຕັ້ງສັງຄົມ, ພະນັກງານ, ລັດຖະກອນ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ຢູ່ໃກ້ ແລະ ໄກຊາບ ເພື່ອເປັນກຽດຮຽນເຊີນມາຮ່ວມໂມທະນາບຸນ ຮັກສາສິນ ກິນທານ ນໍາພວກຂ້າພະເຈົ້າໃນຄັ້ງນີ້ດ້ວຍ

Image may contain: one or more people
ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ ! ຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37
Next Post: ຜູ່ໃຈບຸນໂຮມນໍ້າໃຈ ຊ່ວຍປະຊາຊົນເມືອງຜາອຸດົມ ສູ້ໄພໜາວ

Related Posts

ແຈ້ງການເພີ່ມເຕີມ ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກເງິນເດືອນ ໄລຍະ COVID-19 ຂ່າວສານບ້ານເມືອງ
ຈະລາຈອນ ແຂວງສະຫວັນນະເຂດ ຊີ້ແຈງຂໍ້ຂ້ອງໃຈເລື່ອງການຕັ້ງດ່ານຈັບຄວາມໄວ ຂ່າວສານບ້ານເມືອງ
ເມືອງວິລະບູລີໄດ້ອອກແຈ້ງການລັອກດາວ ຂ່າວສານບ້ານເມືອງ
ລະວັງການເດີນທາງ ພູເກົ້າຫຼັກ ເພາະມີການສ້ອມແປງທາງ ຂ່າວສານບ້ານເມືອງ
ໃຊ້ເງິນນາຍຈ້າງຈົນໝົດ ແລ້ວບໍ່ມີເງິນໃຊ້ແທນຄືນ ຕົວະວ່າຖືກໂຈນປຸ້ນ ສຸດທ້າຍຖືກຈັບດຳເນີນຄະດີ ຂ່າວສານບ້ານເມືອງ
ທາງເປ່ເພ ຢູ່ລະຫວ່າງບ້ານເມືອງວັ້ນ – ນາຮີດ ແລະ ບ້ານຫາດກູ້ ເມືອງແອດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme