Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ ! ຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37

Posted on 12/12/202012/12/2020 By News No Comments on ຊົມເຊີຍ ! ຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງແບບທາງໄກ, ໄດ້ມີຜົນສຳເລັດອັນຈົບງາມໃນວັນທີ 15 ພະຈິກ 2020 ນີ້, ພາຍຫຼັງດຳເນີນມາເປັນເວລາ 4 ວັນໂດຍການເປັນປະທານຂອງທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມໃນຖານະປະທານອາຊຽນ 2020 ຊຶ່ງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ.

ຜູ້ນໍາປະເທດສະມາຊິກອາຊຽນກໍ່ຄື ຄູ່ເຈລະຈາໄດ້ຮັບຮອງເອົາເອກະສານສໍາຄັນຫຼາຍກວ່າ 80 ສະບັບ ຖືເປັນການຮັບຮອງເອົາເອກະສານຫຼາຍທີ່ສຸດນັບແຕ່ມີກອງປະຊຸມສຸດຍອດອາຊຽນເປັນຕົ້ນມາໂດຍມີ 16 ກອງປະຊຸມລະ ດັບສຸດຍອດ. ໃນນັ້ນ, ມີກອງປະຊຸມລະດັບສຸດຍອດໃນຂອບອາຊຽນ 14 ກອງປະຊຸມ ແລະ ໃນຂອບແມ່ນ້ຳຂອງ 2 ກອງປະຊຸມ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຈ້ງໃຫ້ຮູ້ໃນໂອກາດຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມຄັ້ງນີ້ວ່າ: ຕະຫຼອດໄລຍະການດຳເນີນກອງປະຊຸມຜູ້ນໍາປະເທດສະມາຊິກອາຊຽນໄດ້ປຶກສາຫາລືຫຼາຍບັນຫາສຳຄັນເປັນຕົ້ນການຈັດຕັ້ງປະຕິບັດແຜນແມ່ບົດການສ້າງປະຊາຄົມອາຊຽນ ໂດຍສະເພາະຄວາມຄືບໜ້າການຈັດຕັ້ງປະຕິບັດໄລຍະ 1 ປີຜ່ານມາພາຍໃຕ້ການເປັນປະທານອາຊຽນຂອງຫວຽດນາມ. ນອກນີ້ຜູ້ນໍາອາຊຽນ ແລະ ປະເທດຄູ່ເຈລະຈາຍັງໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ລວມເຖິງທິດທາງການເຄື່ອນໄຫວວຽກງານໃນຕໍ່ໜ້າໂດຍລວມແລ້ວບັນຫາທີ່ພົ້ນເດັ່ນ ແລະ ຍົກຂຶ້ນມາປຶກສາຫາລືແມ່ນ: ການຮັບມືກັບພະຍາດໂຄວິດ-19 ,ການຟື້ນຟູເສດຖະກິດຫຼັງຈາກໂຄວິດ–19 ຊຶ່ງອາຊຽນໄດ້ສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ຜູ້ນໍາອາຊຽນໄດ້ຕົກລົງ ແລະ ເປັນເອກະພາບກັນສ້າງຕັ້ງຄັງແຮຢາປົວພະຍາດ ແລະອຸປະກອນການແພດຕ່າງໆ, ສ້າງຕັ້ງສູນສາທາລະນະສຸກສຸກເສີນ ແລະ ຕ້ານພະຍາດລະບາດຂອງພາກພື້ນອາຊຽນ. ມາຮອດປັດຈຸບັນມີປະເທດຄູ່ຮ່ວມເຈລະຈາໄດ້ສະໜອງທືນຈໍານວນໜຶ່ງ ເພື່ອເຮັດໃຫ້ສູນດັ່ງກ່າວສາມາດຈັດຕັ້ງປະຕິບັດວຽກງານໄດ້ ນອກຈາກນີ້ຍັງໄດ້ຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນຕື່ມອີກ.

ລັດຖະມົນຕີກະຊວງການຕ່າງປະເທດຊີ້ໃຫ້ເຫັນຕື່ມວ່າ: ໃນກອງປະຊຸມຄັ້ງນີ້ຜູ້ນໍາ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມມືຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສຕາລີ ແລະ ນູແວນເຊລັງໄດ້ລົງນາມໃນສັນຍາການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານຫຼືອາເຊັບ, ຊຶ່ງເປັນຂອບສັນຍາເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກກວມເອົາເກືອບ 1ສ່ວນ 3 ຂອງຍອດຜະລິກຕະພັນພາຍໃນຫລື GDP ໂລກ, ສັນຍາອາເຊັບຈະມີຜົນສັກສິດເມື່ອ 6 ປະເທດສະມາຊິກອາຊຽນ ແລະ 3 ປະເທດຄູ່ເຈລະຈາ ໄດ້ໃຫ້ສັດຕະຍາບັນແກ່ສັນຍາດັ່ງກ່າວ. ໃນພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຢ່າງເປັນທາງການຍັງໄດ້ມີພິທີມອບ-ຮັບການເປັນປະທານອາຊຽນໃຫ້ບຣູໄນດາລູຊາລຳສຳລັບປີ 2021 ພາຍໃຕ້ຄຳຂັວນ ພວກເຮົາຫວ່ງໄຍ ພວກເຮົາກຽມ ພ້ອມ ພວກເຮົາພ້ອມກັນຈະເລີນ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄປມາສະດວກແລ້ວ….! ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ
Next Post: ສະເຫລີມສະຫລອງວັນສໍາຄັນຂອງພັກ-ຂອງຊາດປະຈຳປີ 2020

Related Posts

ປີນີ້ ສະຫວັນນະເຂດ ຈະລົງມືປູກໄມ້ ໃຫ້ໄດ້ 3.240 ເຮັກຕາ ພ້ອມດໍາເນີນການຟື້ນຟູປ່າໄມ້ທໍາມະຊາດ 36.450 ເຮັກຕາ ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງ ລົງປາບຮ້ານອາຫານບັນເທີງທີ່ລະເມີດຄໍາສັ່ງ ຂ່າວສານບ້ານເມືອງ
ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ ຂ່າວສານບ້ານເມືອງ
ຂ່າວດີປີໃໝ່ລາວ! ປັບລາຄາລົງນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມ 9 ເມສາ 2022 ຂ່າວສານບ້ານເມືອງ
ຂ່າວດ່ວນ! ບຶງທາດຫຼວງປິດບໍ່ໃຫ້ຄົນໄປອອກກຳລັງກາຍແລ້ວ! ຂ່າວສານບ້ານເມືອງ
ການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລ ທ່ານ ຊິນໂຊ ອາເບະ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme