Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄປມາສະດວກແລ້ວ….! ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ

Posted on 12/12/202012/12/2020 By News No Comments on ໄປມາສະດວກແລ້ວ….! ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ

ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 10 ທັນວາ 2020 ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ແລະ ຮັບໂດຍ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ.ນວ) ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮອງລັດຖະມົນຕີກະຊວງການເງິນ ຮອງເຈົ້າຄອງ ນວ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ຮົວ ແສງອາລຸນ ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງຖືເອົາການພັດທະນາພື້ນຖານໂຄງລ່າງເປັນພື້ນຖານໃຫ້ການພັດທະນາດ້ານອື່ນໆ ຂະຫຍາຍຕົວ ແລະ ມີຄວາມສະດວກສະບາຍ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະບານ ເລີ່ມແຕ່ປີ 2017 ເປັນຕົ້ນມາ.

ເສັ້ນທາງດັ່ງກ່າວ ມີຄວາມຍາວ 9,3 ກິໂລ ແມັດ ກວ້າງ 28 ແມັດ ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີແມັດ ມີ 6 ເລນລົດແລ່ນ ພ້ອມທັງດອນກາງທາງ ທາງຄົນຍ່າງສອງເບື້ອງ ໄຟເຍືອງທາງ ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຟຟ້າ 22 Kv ຄືນໃໝ່ ຍົກຍ້າຍ-ຕິດຕັ້ງສາຍເຄເບິນໃໝ່ ຍົກຍ້າຍ-ຕິດຕັ້ງລະບົບນ້ໍາປະປາໃໝ່ ແລະ ລະບົບລະບາຍນໍ້າສອງຂ້າງທາງ ລວມມູນຄ່າ 45.110.661,61 ໂດລາສະຫະລັດ.

ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດັ່ງກ່າວເປັນຕົ້ນມາ ບໍລິສັດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະສານສົມທົບກັບເຈົ້າຂອງໂຄງການ ອໍານາດການປົກຄອງ ຕະຫຼອດຮອດປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ໂດຍສະເພາະການປຸກລະດົມຂົນຂວາຍໃຫ້ເຂົາເຈົ້າມີສ່ວນຮ່ວມໃນການຂະຫຍາຍໜ້າທາງໃຫ້ໄດ້ຕາມມາດຕະຖານເຕັກນິກ ພ້ອມທັງໄດ້ສຸມທຶນຮອນ ພາຫານະກົນຈັກ ພະນັກງນວິຊາການເປັນຈໍານວນຫຼວງຫຼາຍເຂົ້າໃນການກໍ່ສ້າງ ເພື່ອເຮັດໃຫ້ສໍາເລັດຕາມລະດັບຄາດໝາຍ.

ຂ່າວ: Vientiane Mai

ຂ່າວສານບ້ານເມືອງ

Post navigation

Previous Post: ແຫ່ຝຸ່ນອັດຖິ ທ່ານປະທານໄກສອນ ພົມວິຫານ ໄປເຂົ້າທາດ ທີ່ສຸສານນັກຮົບປະຕິວັດແຫ່ງຊາດ
Next Post: ຊົມເຊີຍ ! ຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37

Related Posts

ທີມແພດ ສປ ຈີນ ລົງພື້ນທີ່ຕ້ານໂຄວິດ-19 ທີ່ ຫຼວງພະບາງ ແລະ ຈຳປາສັກ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ ຕິດເຊື້ອເພີ່ມໃໝ່ 551ຄົນ ຂ່າວສານບ້ານເມືອງ
ລົດປີ້ນຢູ່ຫຼວງນໍ້າທາປະກາດຫາຍາດພີ່ນ້ອງຊ່ວຍແດ່ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ປະກາດແຕ່ງຕັ້ງ-ຍົກຍ້າຍສະມາຊິກລັດຖະບານ ຂ່າວສານບ້ານເມືອງ
ຂໍລາຍງານຂ່າວດີມື້ນີ້ ຜູ້ຕິດເຊື້ອໂຄວິດ ນໍ້າເບີ ​43 ຈະໄດ້ອອກໂຮງໝໍແລ້ວ ຂ່າວສານບ້ານເມືອງ
ຂ່າວເສົ້າສະລົດໃຈ! ເຖິງມິດຮັກແຟນເພງສິລະປິນ ແອນ້ອຍ ນິພົນ ໄດ້ເສຍຊີວິດເເລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme