Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວ-ຈີນເພີ່ມຄວາມເຂັ້ມແຂງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

Posted on 11/12/202011/12/2020 By News No Comments on ລາວ-ຈີນເພີ່ມຄວາມເຂັ້ມແຂງທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

ພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 09 ທັນວາ 2020 ທີ່ທ່າເຮືອສູນປະສານງານກອງຮ້ອຍທະຫານຊາຍແດນ 122 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະນະປະຈໍາພັກກອງບັນຊາການ, ຄະນະພັກ – ຄະນະບັນ ຊາ, ແຂກຮັບເຊີນຈາກພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານຝ່າຍລາວ, ນາຍ ແລະ ພົນຕຳຫຼວດຝ່າຍຈີນ ເຂົ້າຮ່ວມ.

Image may contain: one or more people, mountain, sky, outdoor and water

.

Image may contain: one or more people and outdoor

ຈາກນັ້ນ ໄດ້ພ້ອມກັນຢ້ຽມຊົມສະຖານທີ່ເຮືອນນອນ, ບ່ອນເຮັດວຽກ, ສະຖານທີ່ຮັບປະທານອາການສ່ວນຄົວ ແລະ ສະຖານທີ່ອື່ນໆ ທີ່ໄດ້ຮັບການທຶນຊ່ວຍເຫຼືອຈາກ ສປ ຈີນ ແລະ ຮ່ວມຮັບຊົມການສະແດງຂອງກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳແຂວງ ຢູນນານ ສປ ຈີນ ໂດຍມີ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ມີການນຳແຂວງ, ລາຍການສະແດງໃນຄັ້ງນີ້ລວມມີ 05 ລາຍ ການສະແດງຄື: ການຫັດກາຍມວຍ 16 ຈັງຫວະສະແດງຮ່ວມ ລາວ-ຈີນ, ມວຍທະຫານຊາຍແດນ 38 ຈັງຫວະ ສະແດງໂດຍກອງ ຮ້ອຍທະຫານຊາຍ ແດນ 122, ຫັດກາຍມວຍແທ່ງກະບີ່ 14 ຈັງຫວະສະແດງຮ່ວມລາວ-ຈີນ, ຕັ້ງດ່ານກວດກາລຽບຕາມເສັ້ນທາງຂອບເຂດຊາຍແດນສະແດງຮ່ວມລາວ – ຈີນ, ການປ້ອງກັນປະຕູໂຂງ ແລະ ຕ້ານພາກສ່ວນກໍ່ຄວາມບໍ່ສະຫງົບສະ ແດງຮ່ວມລາວ-ຈີນ. ນີ້ກໍ່ເພື່ອປະຕິບັດກົດໝາຍຮ່ວມລາດຕະເວນລາວ-ຈີນ ຄົບຮອບ 9 ປີ ຄັ້ງທີ່ 100. ກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳ ແຂວງຢູນນານ ສປ ຈີນ ໃນການສະກັກກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນທາງບົກ ແລະ ທາງນໍ້າ, ແມ່ນໍ້າລ້ານຊ້າງ, ແນໃສ່ເຮັດເຂດຊາຍແດນ 4 ປະເທດ ລາວ,ໄທ,ຈີນ ແລະ ມຽນມາ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ, ສະ ຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ສະແດງຄວາມຮູ້ບຸນຄຸນນ້ອງຍໍຊົມເຊີຍທີ່ກອງທັບ ສປ ຈີນ ອ້າຍນ້ອງທີ່ຄ່ຽງບາຄ່ຽງໄຫຼ່ໃຫ້ການສະໜັບ ສະ ໜູນໃຫ້ການຊ່ວຍເຫຼືອກອງທັບ ສ ປປ ລາວ ຕະຫຼອດມາ ຈົນບໍ່ສາມາດຕີເປັນມູນຄ່າໄດ້ ແລະ ຫວັງວ່າພວກເຮົາຈະສືບຕໍ່ຮັກສາມູນເຊື້ອໃນການຮ່ວມມືຮອບດ້ານໄວ້ສືບຕໍ່ໄປ.

Image may contain: one or more people and outdoor

.

Image may contain: one or more people, tree, outdoor and nature

.

Image may contain: one or more people

ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ກ່າວວ່າ: ພວກເຮົາພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນຮ່ວມມືກັບກອງທັບ ສ ປປ ລາວ ໃນການໃນການປົກປັກຮັກສາເຂດນໍ້າແດນດິນໃຫ້ມີຄວາມສະຫງົບ ເຮັດໃຫ້ປະຊາຊົນບັນດາເຜົ່າທຳມາຫາກິນດ້ວຍຄວາມສະດວກສະບາຍ ພ້ອມ ກັນສ້າງສາພັດທະນາປະເທດຊາດນັບມື້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

Image may contain: one or more people, sky and outdoor

.

Image may contain: one or more people, tree, sky, child, crowd, outdoor and nature

.

Image may contain: one or more people, tree, sky, grass, plant, outdoor and nature

ຂ່າວ: ຄຳພັນ ແກ້ວມະນີ

ຄຣິບ

ຂ່າວສານບ້ານເມືອງ

Post navigation

Previous Post: ຮູ້ແລ້ວຫວາ…! ທາງດ່ວນວຽງຈັນ-ວັງວຽງ ໄປ-ກັບ 150.000 ກີບ
Next Post: ແຫ່ຝຸ່ນອັດຖິ ທ່ານປະທານໄກສອນ ພົມວິຫານ ໄປເຂົ້າທາດ ທີ່ສຸສານນັກຮົບປະຕິວັດແຫ່ງຊາດ

Related Posts

ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ2020 ຂ່າວສານບ້ານເມືອງ
ທາງເປ່ເພ ຢູ່ລະຫວ່າງບ້ານເມືອງວັ້ນ – ນາຮີດ ແລະ ບ້ານຫາດກູ້ ເມືອງແອດ ຂ່າວສານບ້ານເມືອງ
ຊາວຫລວງນ້ຳທາ ໄດ້ຮັບເງິນຊົດເຊີຍແລ້ວ 70% ຈາກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນ! ແຂວງບໍລິຄຳໄຊ ເລີ່ມປິດການເດີນທາງເຂົ້າ-ອອກແຂວງ ຂ່າວສານບ້ານເມືອງ
ໂຄວິດ-19 ຂ້າຊີວິດ 1 ລ້ານກວ່າຄົນແລ້ວ ຂະນະທີ່ມີຜູ່ຕິດເຊື້ອ 33.8 ລ້ານກວ່າຄົນ ຂ່າວສານບ້ານເມືອງ
ເກີດເຫດ! ນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ ຊາຍແດນລາວ-ຫວຽດນາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme