Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະບັນຊາກອງພົນທີ4 ລົງຕິດຕາມການຝຶກຊ້ອມຫັດແອບວິຊາສະເພາະປືນໃຫຍ່ໜ້າດິນ

Posted on 10/12/202010/12/2020 By News No Comments on ຄະນະບັນຊາກອງພົນທີ4 ລົງຕິດຕາມການຝຶກຊ້ອມຫັດແອບວິຊາສະເພາະປືນໃຫຍ່ໜ້າດິນ

ໃນວັນທີ 9 ທັນວາ 2020 ທີ່ຜ່ານມານີ້ການນຳກອງພົນຫານຮາບທີ 4 ໄດ້ຈັດຕັ້ງໜ່ວຍງານລົງຕິດຕາມກວດກາຄວາມພ້ອມໃນການຝຶກຊ້ອມຫັດແອບວິຊາສະເພາະເຫຼົ່າຮົບປືນໃຫຍ່ໜ້າດິນປະຈໍາປີ 2020 ຢູ່ທີ່ກອງພັນ 619 ກອງພົນທີ 4

ນໍາໂດຍ ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ ຄະນະພັກກອງພົນ ຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ4 ພ້ອມດ້ວຍບັນດາອານຸກໍາມະການ,ໜ່ວຍງານພະແນກການທີ່ກ່ຽວຂ້ອງລົງຕິດຕາມຢ່າງພ້ອມພຽງ.

ຈຸດປະສົງໃນການລົງກວດກາການຝຶກຊ້ອມຫັດແອບວິຊາສະເພາະເຫຼົ່າຮົບປືນໃຫຍ່ໜ້າດິນປະຈໍາປີ 2020 ໃນຄັ້ງນີ້ກໍ່ເພື່ອປະຕິບັດຕາມຄຳສັ່ງຂອງຄະນະພັກ – ຄະນະບັນຊາກອງພົນທະຫານຮາບທີ 4 ແລະ ທັງເປັນການກວດສອບຄວາມພ້ອມເຕັກນິກ,ຄຸນນະພາບ,ສະມັດຖະພາບ,ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະເຫຼົ່າຮົບຂອງຕົນ,ຄວາມສາມາດຂອງຄະນະພັກ – ຄະນະບັນຊາກອງພັນໃນການເຄື່ອນກໍາລັງອອກຈາກທີ່ຕັ້ງເດີມເຂົ້າສູ່ຂອບເຂດເຕົ້າໂຮມປິດລັບ,ສະມັດຖະພາບຂອງອາວຸດ – ຍຸດໂທປະກອນຂອງກອງທັບທີ່ຂັ້ນເທິງປະກອບໃຫ້,

ກວດກາການປະຕິບັດໜ້າທີ່ກໍາລັງປະຈຳການຫັນພາວະເພີ່ມທະວີຂື້ນສູ່ພາວະຄົບຖ້ວນເພື່ອຝຶກແອບຕົວຈິງ,ຫຼັກການບັນຊາທາງດ້ານການທະຫານຄວາມຮູ້ຄວາມສາມາດຂອງບັນດານາຍ ແລະ ພົນທະຫານເຫຼົ່າຮົບປືນໃຫຍ່ໜ້າດິນ,ໃຫ້ກາຍເປັນນັກຮົບທີ່ມີຄວາມຊຳນິ – ຊໍານານ,ເປັນນັກຍິງທີ່ມີສະຕິລະວັງຕົວ,ມີຄວາມແມ້ນຢໍາຊັດເຈນໃນການດັບສູນເປົ້າໝາຍ,ມີລະບຽບວິໃນເຂັ້ມງວດ,ມີແນວຄິດຫຼັກໝັ້ນການເມືອງໜັກແໜ້ນ,ມີສິນທຳປະຕິວັດ,ກໍາແໜ້ນຫຼັກການ ແລະ ຮູ້ໝູນໃຊ້ທິດສະດີທາງດ້ານສິລະປະຍຸດ – ຍຸດທະວິທີທາງດ້ານການທະຫານ,ຮູ້ການປະກອບສ້າງຂອງອາວຸດ – ຍຸໂທປະກອນ

ເພື່ອຮັບປະກັນໃນການເຄື່ອນໄຫວອົບຮົມຫັດແອບຝຶກຊ້ອມຍິງລູກປືນແທ້ໃນຄັ້ງນີ້ໄດ້ຮັບໝາກຜົນຕາມຈຸດປະສົງ ແລະ ຮັບປະກັນຄວາມປອດໄພ 100% ແລະ ເຮັດໃຫ້ນາຍ ແລະ ພົນທະຫານເຫຼົ່າຮົບວິຊາສະເພາະປືນໃຫຍ່ໜ້າດິນມີຄວາມຊໍານິຊໍານານໃນການກຽມພ້ອມສູ້ຮົບ.

ພາບ – ຂ່າວ ສຸລິວັນ ແສນບຸດຕະລາດ ກອງພົນທີ 4

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພົນທີ 4 ເປັນເຈົ້າພາບປະກາດເລື່ອນຊັ້ນນາຍທະຫານຊັ້ນ ພັນໂທ
Next Post: ເກົ່າແກ່…! ທ່ຽວຊົມວັດສີພູມປະດິດຖາຣາມ

Related Posts

ເນື້ອທີ່ປ່າໄມ້ຫລາຍກວ່າ 18 ພັນ ເຮັກຕາ ເສຍຫາຍຈາກໄຟໄໝ້ລາມປ່າ ທີ່ອຸດົມໄຊ ຂ່າວສານບ້ານເມືອງ
ນໍ້ານົມແມ່ ຄືອາຫານຊັ້ນເລີດແລະດີທີ່ສຸດສໍາລັບລູກ Vientiane Update News
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2115ຄົນ ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນ ລົງເຄື່ອນໄຫວຕິດຕາມການກໍ່ສ້າງຂົວຂ້າມນໍ້າພີດເມືອງຍົມມະລາດ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 01 ນະຄອນຫລວງວຽງຈັນ ມີຜູ້ຈຳນວນຜູ້ສະໝັກ 23 ທ່ານ, ເລືອກເອົາ 18 ທ່ານ ຂ່າວສານບ້ານເມືອງ
ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme