Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລືອກຕັ້ງເອົາສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V

Posted on 10/12/202010/12/2020 By News No Comments on ເລືອກຕັ້ງເອົາສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ຄັ້ງທີ V ຈັດຂຶ້ນໃນວັນທີ 10 ທັນວາ 2020 ທີ່ຫໍວັດທະນະທໍາແຫ່ງ ຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາເຂັ້ມແຂງ, ການຄຸ້ມຄອງ ສັກສິດ, ຂ່າວສານ ທັນສະ ໄໝ, ວັດທະນະທໍາ ສີວິໄລ, ທ່ອງທ່ຽວ ຍືນຍົງ”.

.

ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນສົມບູນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວ ແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຖວທ ສະໄໝທີ V ເພື່ອເປັນຫລັກແຫລ່ງແກ່ນສານ ໃນການສືບຕໍ່ຊີ້ນໍາ-ນໍາພາວຽກງານ ຖວທ ໃນຊຸມປີຕໍ່ໜ້າ ເຊີ່ງມີຜູ້ລົງສະໝັກທັງໝົດ 27 ສະຫາຍ, ຍິງ 9 ສະຫາຍ, ເລືອກເອົາ 23 ສະຫາຍ, ຍິງ 6 ສະຫາຍ ເຊີ່ງມີລາຍຊື່ ດັ່ງນີ້:

ຄະນະພັກກະຊວງ ຖວທ ສະໄໝທີ V ຈໍານວນ 23 ສະຫາຍ ມີລາຍຊື່ ດັ່ງນີ້:

1. ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ

2. ສະຫາຍ ອຸ່ນທວງ ຂາວພັນ

3. ສະຫາຍ ວັນສີ ກົວມົວ

4. ສະຫາຍ ໂພສີ ແກ້ວມະນີວົງ

5. ສະຫາຍ ນ. ແພງຈັນ ແພງເມືອງ

6. ສະຫາຍ ປອ. ອາລຸນ ບຸນມີໄຊ

7. ສະຫາຍ ວັນໄຊ ຕະວິນຍານ

8. ສະຫາຍ ປອ. ນ. ບົວໄຂ ເພັງພະຈັນ

9. ສະຫາຍ ນ. ຂັນທະລີ ພົນຢ້ຽມ

10. ສະຫາຍ ນ. ບົວມະນີ ໄຊທິລາດ

11. ສະຫາຍ ບົວໄລ ພານຸວົງ

12. ສະຫາຍ ປອ. ວຽງພອນ ສຸກຂະວົງ

13. ສະຫາຍ ຄໍາເຜີຍ ພີລາພາ

14. ສະຫາຍ ສົມສະຫວາດ ພົງສາ

15. ສະຫາຍ ສຸວັນ ວິໄລແສງ

16. ສະຫາຍ ພະຂັນໄຊ ສີຄັນໄຊ

17. ສະຫາຍ ນ. ດາລານີ ພົມມະວົງສາ

18. ສະຫາຍ ຄໍາຫລ້າ ຍອຍສາຍຄໍາ

19. ສະຫາຍ ປອ. ຄໍາສຸກ ແກ້ວວົງຊາຍ

20. ສະຫາຍ ປອ. ອໍາຄາ ວົງໝື່ນກ້າ

21. ສະຫາຍ ທອງຫລໍ່ ດວງສະຫວັນ

22. ສະຫາຍ ນ. ວອນວິໄລ ລັດຖະຟ້າສະຫວ່າງ

23. ສະຫາຍ ເພົ້າ ວັນນະວົງ

– ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກກະຊວງ ຖວທ ສະໄໝທີ V ໄດ້ເລືອກເອົາຄະນະປະຈໍາພັກກະຊວງ ຈໍານວນ 7 ສະຫາຍ ດັ່ງນີ້:

1. ສະຫາຍ ກິແກ້ວ ໄຂຄຳພິທູນ

2. ສະຫາຍ ອຸ່ນທວງ ຂາວພັນ

3. ສະຫາຍ ວັນສີ ກົວມົວ

4. ສະຫາຍ ໂພສີ ແກ້ວມະນີວົງ

5. ສະຫາຍ ນ. ແພງຈັນ ແພງເມືອງ

6. ສະຫາຍ ປອ. ອາລຸນ ບຸນມີໄຊ

7. ສະຫາຍ ປອ. ນ. ບົວໄຂ ເພັງພະຈັນ

– ເລືອກຕັ້ງເອົາ ສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V, ແລະ ເລືອກເອົາ ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ.

– ເລືອກຕັ້ງເອົາ ສະຫາຍ ວັນສີ ກົວມົວ, ເປັນປະທານກວດກາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ແລະ ເລືອກເອົາ:

• ສະຫາຍ ນາງ ບົວມະນີ ໄຊທິລາດ ເປັນຮອງຄະນະປະທານກວດກາກະຊວງ

• ສະຫາຍ ຄຸນສະຫວັດ ຊຸ່ມມະນີວົງ ເປັນຄະນະກວດກາພັກກະຊວງ.

ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຍັງໄດ້ເລືອກຕັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັງທີ XI ຂອງພັກ ຈຳນວນ 6 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:

1. ສະຫາຍ ອຸ່ນທວງ ຂາວພັນ

2. ສະຫາຍ ວັນສີ ກົວມົວ

3. ສະຫາຍ ໂພສີ ແກ້ວມະນີວົງ

4. ສະຫາຍ ນ. ແພງຈັນ ແພງເມືອງ

5. ສະຫາຍ ວັນໄຊ ຕະວິນຍານ

6. ສະຫາຍ ປອ. ນ. ບົວໄຂ ເພັງພະຈັນ

– ເລືອກເອົາຜູ້ແທນສໍາຮອງ ປະກອບ ມີ 2 ສະຫາຍ, ຍິງ 1 ສະຫາຍ ຄື:

1. ສະຫາຍ ອາລຸນ ບຸນມີໄຊ

2. ສະຫາຍ ນ. ຂັນທະລີ ພົນຢ້ຽມ

ຂ່າວສານບ້ານເມືອງ

Post navigation

Previous Post: ຮອງເຈົ້າເມືອງ ເມືອງນອງລົງຕິດຕາມກວດກາຄວາມເສຍຫາຍຂອງຂົວເຊສະໝູນ
Next Post: ກອງພົນທີ 4 ເປັນເຈົ້າພາບປະກາດເລື່ອນຊັ້ນນາຍທະຫານຊັ້ນ ພັນໂທ

Related Posts

ສໍາເລັດຫຼາຍກວ່າ 89 ເປີເຊັນແລ້ວ ການກໍ່ສ້າງທາງລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນທີ່ສຸດ! ຫ້າມເດີນທາງໄປຕ່າງແຂວງ, ຫ້າມອອກຈາກເຮືອນ, ເຮັດວຽກຢູ່ເຮືອນ ແລະ ອື່ນໆ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 941 ປິດອົບຮົມທະຫານໃໝ່ປະຈຳປີ 2020 ຂ່າວສານບ້ານເມືອງ
ຊາວບ້ານນໍ້າແລງ ເຈັບ 84 ຄົນ ບໍ່ແມ່ນ ໂຄວິດ-19 ຂ່າວສານບ້ານເມືອງ
ຫຼາຍທີ່ສຸດເສຍມື້ດຽວເຖິງ5ຄົນ ຂ່າວສານບ້ານເມືອງ
ເກີດເຫດ! ພາຍຸພັດເຂົ້າບ້ານເຮືອນປະຊາຊົນເສຍຫາຍໜັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme