Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງວຽງຈັນ ອະໄພຍະໂທດປ່ອຍຕົວນັກໂທດ ຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຳນວນ 61 ຄົນ.

Posted on 08/12/202008/12/2020 By News No Comments on ແຂວງວຽງຈັນ ອະໄພຍະໂທດປ່ອຍຕົວນັກໂທດ ຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ຈຳນວນ 61 ຄົນ.

ໂດຍປະຕິບັດຕາມ ລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 201/ປປທ, ວ່າດ້ວຍການໃຫ້ ອະໄພຍະໂທດປ່ອຍຕົວນັກໂທດ ຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລາໂລກ ສາຍພັນໃໝ່ ໂຄວິດ-19 ໃນຂອບເຂດທົ່ວປະເທດ.ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດ ຕົກລົງອະໄພຍະໂທດປ່ອຍຕົວ ໃຫ້ແກ່ນັກໂທດ ທົ່ວປະເທດ ຈຳນວນ 970 ຄົນ, ຍິງ 135 ຄົນ; ຕ່າງປະເທດ 17 ຄົນ, ຍິງ 01 ຄົນ

.

ສະນັ້ນ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບຄະນະກຳມະການອະໄພຍະໂທດຂັ້ນແຂວງຊີ້ນຳຄ້າຍຄຸມຂັງ ແຂວງວຽງຈັນ ຈັດຕັ້ງພິທີປະກາດອະໄພຍະໂທດປ່ອຍຕົວນັກໂທດ ຈຳນວນທັງໝົດມີ 61 ຄົນ, ຍິງ 09 ຄົນ, ໃນນັ້ນ ບັນຊີອະໄພຍະໂທດປ່ອຍຕົວມີຈໍານວນ 37 ຄົນ, ຍິງ 07 ຄົນ. ບັນຊີ ປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂຕາມກົດໝາຍ ມີຈຳນວນ 22 ຄົນ, ຍິງ 02 ຄົນ.ບັນຊີ ໃກ້ຈະໝົດໂທດ ໝາຍຄວາມວ່າໂທດ ຍັງປະຕິບັດ 120 ວັນ ມີ ຈໍານວນ 02 ຄົນ.

.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2020 ຢູ່ທີ່ຄ້າຍຄຸມຂັງແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນອະໄພຍະໂທດປ່ອຍຕົວນັກໂທດ ໂດຍ ທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ, ມີພາກສ່ວນທີ່ກ່ຽວຂ້ອງ, ພ້ອມດ້ວຍນັກໂທດທີ່ຖືກອະໄພຍະໂທດປ່ອຍຕົວຄັ້ງນີ້ເຂົ້າຮ່ວມ.

.

.

ພາບ-ຂ່າວ : ບຸນມາ ແກ້ວບຸດດາ.ພາບ-ຂ່າວ : ບຸນມາ ແກ້ວບຸດດາ.

ຂ່າວສານບ້ານເມືອງ

Post navigation

Previous Post: ສກຂ ຫຼວງພະບາງ ສ້າງຄວາມເຂັ້ມແຂງວຽກໂຄສະນາຂ່າວສານ ຂະແໜງການສຶກສາ-ກິລາທົ່ວແຂວງ ປະຈຳປີ 2020
Next Post: ເມືອງໂຂງ ລົບລ້າງການຫາປາດ້ວຍມອງ ແລະ ຫຼີ່ ເພື່ອເປັນການອະນຸລັກສັດນໍ້າ

Related Posts

ເຈົ້າແຂວງສະຫວັນນະເຂດ ລົງກວດກາຄວາມພ້ອມການຕອບໂຕ້ການແຜ່ລະບາດຂອງໂຄວິດ ທີ່ຂົວມິດຕະພາບ II ຂ່າວສານບ້ານເມືອງ
ເຖິງນໍ້າຊິຖ້ວມຫ້ອງຮຽນນ້ອງໆກະຍັງມາຮຽນ ຂ່າວສານບ້ານເມືອງ
ແຂວງຜົ້ງສາລີ ມອບ – ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
ເຕືອນໄພ! ທາງພູເກົ້າຫຼັກ ດິນເຈື່ອນຕັນທາງ 4 ກໍລະກົດ ຂ່າວສານບ້ານເມືອງ
ເກີດເຫດ ຄົນຕົກຈາກທີ່ສູງປະກາດຕາມຫາພີ່ນ້ອງ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມຶ້ນີ້ 999ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme