Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາກເໜືອຈະໜາວລົງອີກ ອຸຕຸເຕືອນໃຫ້ຮັກສາສຸຂະພາບດີໆ

Posted on 08/12/202008/12/2020 By All in LAOS No Comments on ພາກເໜືອຈະໜາວລົງອີກ ອຸຕຸເຕືອນໃຫ້ຮັກສາສຸຂະພາບດີໆ

ຂ່າວພະຍາກອນອາກາດ: ອຸຕຸເຕືອນອາທິດນີ້ ແຂວງພາກເໜືອອາກາດໜາວເຢັນລົງອີກ 1-3 ອົງສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດນະເນສະພາບອາກາດຕະຫຼອດອາທິດນີ້ ພ້ອມມີຄຳເຕືອນເຝົ້າລະວັງ: ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ, ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.​

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ,ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ,ຈົ່ງມີສະຕິ ກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ຊຶ່ງອາດຈະມີຜົນກະທົບຕໍ່ສຸກຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ເຂັ້ມງວດປິດເຂດພິເສດບໍ່ເຕນ ແລະ ບ້ານໃກ້ຄຽງ
Next Post: ສກຂ ຫຼວງພະບາງ ສ້າງຄວາມເຂັ້ມແຂງວຽກໂຄສະນາຂ່າວສານ ຂະແໜງການສຶກສາ-ກິລາທົ່ວແຂວງ ປະຈຳປີ 2020

Related Posts

ຂ່າວໂຄວິດ! ຕິດເຊື້ອມື້ນີ້ +2ຄົນ ທັງໝົດແມ່ນຢູ່ນະຄອນຫຼວງ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ອັບເດດ ຜົນການສືບສວນ ປະຫວັດສຸຂະພາບ ແມ່ຕູ້ບຸນຍັງ ຂ່າວສານບ້ານເມືອງ
ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂຶ້ນຊັ້ນ ພັອ ຈຳນວນ 35 ທ່ານ ຂ່າວສານບ້ານເມືອງ
ແຂວງສາລະວັນ ເປີດນຳໃຊ້ຈັກສູບນ້ຳ ດ້ວຍພະລັງງານແສງຕາເວັນ ຢູ່ຊົນລະປະທານບ້ານບຶງຂາມ ຂ່າວສານບ້ານເມືອງ
ສົດໆ ເກີດເຫດ ລົດຕໍາແມ່ມານລູກ 4 ເດືອນ ແລ້ວລົບໜີ ຂ່າວສານບ້ານເມືອງ
ໂຮງງານປຸງແຕ່ງໄມ້ເພັດດາວັນ ມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເມືອງບົວລະພາ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme