ພິກຂຸທັງຫລາຍ! ສັປປຸຣິສະທານ (ທານຂອງຄົນດີ) ໕ ປະການນີ້; ໕ ປະການເປັນຢ່າງໃດ? ຄືສັປບຸຣຸສຍ່ອມໃຫ້ທານດ້ວຍສັທທາ,ຍ່ອມໃຫ້ທານໂດຍເຄົາຣົບ,ຍ່ອມໃຫ້ທານໂດຍກາລອັນຄວນ,ເປັນຜູ້ມີຈິຕອະນຸເຄາະໃຫ້ທານ,ຍ່ອມໃຫ້ທານໂດຍບໍ່ກະທົບຕົນ ແລະ ຜູ້ອື່ນ

ພິກຂຸທັງຫລາຍ! ສັປບຸຣຸສຄັນໃຫ້ທານດ້ວຍສັທທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍແລະເປັນຜູ້ມີຮູບງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນອັນງາມຢ່າງຍິ່ງໃນບ່ອນທີ່ທານນັ້ນໃຫ້ຜົລ.

ຄັນໃຫ້ທານໂດຍເຄົາຣົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະເປັນຜູ້ມີບຸຕ ພັນລະຍາ ທາສ ຄົນໃຊ້ຫລືຄົນງານເປັນຜູ້ເຊື່ອຟັງ ງ່ຽງໂສຕະລົງສະດັບຄຳສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົລ.

ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະເປັນຜູ້ມີຄວາມປາຖະໜາທີ່ເກີດຂຶ້ນຕາມກາລບໍຣິບູນໃນບ່ອນທີ່ທານນັ້ນໃຫ້ຜົລ.

ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະເປັນຜູ້ມີຄວາມປາຖະໜາທີ່ເກີດຂຶ້ນຕາມກາລບໍຣິບູນໃນບ່ອນທີ່ທານນັ້ນໃຫ້ຜົລ.

ຄັນໃຫ້ທານໂດຍບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະຍ່ອມເປັນຜູ້ມີໂພຄະຊັພອັນບໍ່ມີພັຍອັນຕະລາຍມາແຕ່ທີ່ໃດໆ ຄື ຈາກໄຟ ຈາກນ້ຳ ຈາກພຣະຣາຊາ ຈາກໂຈຣ ຈາກຄົນທີ່ບໍ່ເປັນທີ່ຮັກ ຫລືຈາກທາຍາດໃນບ່ອນທີ່ທານນັ້ນໃຫ້ຜົລ.

ພິກຂຸທັງຫລາຍ! ສັປປຸຣິສະທານ ໕ ປະການນີ້ແລ.ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ພາສາໄທ ສະບັບຫລວງ ໜ້າທີ ໒໒/໑໕໕/໑໔໘….
