Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສັ່ງປິດໂຮງຮຽນຊົ່ວຄາວ ເຂັ້ມງວດກວດກາທົ່ວເມືອງຕົ້ນເຜິ້ງ ປ້ອງກັນ ໂຄວິດ 19

Posted on 06/12/202006/12/2020 By All in LAOS No Comments on ສັ່ງປິດໂຮງຮຽນຊົ່ວຄາວ ເຂັ້ມງວດກວດກາທົ່ວເມືອງຕົ້ນເຜິ້ງ ປ້ອງກັນ ໂຄວິດ 19

ເມືອງຕົ້ນເຜິ້ງ ເລີ່ມປະຕິບັດມາດຕະການປິດເມືອງຊົ່ວຄາວ ພ້ອມຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ.

ວັນທີ 05 ທັນວາ 2020 ຜ່ານມາ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລີ່ມຈັດຕັ້ງປະຕິບັດມາດຕະການປິດເມືອງຊົ່ວຄາວ ຕາມຄໍາສັ່ງ ເລກທີ 1389 ຂອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ 19 ຂັ້ນແຂວງ ແລະ ຄໍາສັ່ງເລກທີ 016 ຂອງເຈົ້າເມືອງໆ ຕົ້ນເຜິ້ງ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບໂຕ້ໄວຕໍ່ການລະບາດຂອງພະຍາດດັ່ງກ່າວທີ່ເກີດຂຶ້ນຢູ່ປະເທດໃກ້ຄຽງເຂົ້າມາແຂວງ ບໍ່ແກ້ວ.


ເຊິ່ງຄະນະສະເພາະກິດຂອງເມືອງ ໄດ້ມອບໝາຍມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສົມທົບກັບສະມາຄົມເຮືອ, ອຳນາດການປົກຄອງບ້ານ, ເຈົ້າໜ້າທີ່ກ່ຽວຂ້ອງນໍາພາ ປກສ – ກອງຫຼອນບ້ານ, ເຈົ້າຂອງເຮືອ ເຄື່ອນຢ້າຍເຮືອນ້ອຍ, ເຮືອກາບ, ເຮືອຫາປາຂຶ້ນຝັ່ງ, ເຕົ້າໂຮມເຮືອໃຫຍ່ບັນທຸກສິນຄ້າຈອດລວມໄວ້ເປັນຈຸດດຽວເພື່ອສະດວກໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ໃຫ້ໂຈະການເຄື່ອນໄຫວກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດ,

ແຕ່ງຕັ້ງທິມງານ ປກສ – ກອງຫຼອນບ້ານ, ເຈົ້າໜ້າທີ່ຕໍາຫຼວດ, ສາທາລະນະສຸກ ລົງປະຈໍາຈຸດເຂົ້າ – ອອກເມືອງ ຈຸດບ້ານນ້ໍາເກິ່ງເກົ່າ, ຈຸດບ້ານມ່ວງຄໍາ, ຈຸດປະຕູໂຂງເຂົ້າເທດສະບານເມືອງ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າ – ອອກຂອງພົນລະເມືອງ ແລະ ກວດອຸນຫະພູມ ຢ່າງເຂັ້ມງວດ

ສ່ວນບັນດາບ້ານໃນຂອບເຂດເມືອງແມ່ນໃຫ້ຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ບໍ່ໃຫ້ຄົນທີ່ມາຈາກຕ່າງບ້ານ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າມາໃນຊ່ວງເວລານີ້ເດັດຂາດ ຍົກເວັ້ນຄະນະສະເພາະກິດ ແລະ ກໍລະນີເຈັບເປັນໄປຮັກສາສຸຂະພາບ, ໄປຊື້ອາຫານການກິນຢູ່ຕະຫຼາດ, ໄປທໍາການຜະລິດປູກຝັງລ້ຽງສັດ ແລະ ພະນັກງານ, ທະຫານ, ຕໍາຫຼວດ ໄປປະຕິບັດຫນ້າທີ່ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກການຈັດຕັ້ງ ຂັ້ນບ້ານທີ່ກ່ຽວຂ້ອງ ແລະ ຕ້ອງປະຕິບັດຕາມລະບຽບ ຂອງຄະນະສະເພາະກິດວາງອອກ

ນອກນັ້ນ ຍັງໄດ້ແຈ້ງໃຫ້ໂຮງຮຽນໃນຂອບຂອບທົ່ວເມືອງປິດການຮຽນ – ການສອນຊົ່ວຄາວ, ແຈ້ງໃຫ້ຜູ້ປະກອບການພາຍໃນເມືອງໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ສະປາທຸກປະເພດ, ສະຖານທີ່ອອກກໍາລັງກາຍ ແລະ ຫຼີ້ນກິລາ, ຕະຫຼາດກາງຄືນ ທີ່ມີຄວາມສ່ຽງໃນການລະບາດ ແລະ ມາດຕະການອື່ນໆ.


ການຈັດຕັ້ງປະຕິບັດມາດຕະການປິດເມືອງຄັ້ງນີ້ຈະດຳເນີນໄປໂດຍບໍ່ມິກຳນົດ ຖ້າມີການປ່ຽນແປງ ທາງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຈະແຈ້ງໃຫ້ທົ່ວສັງຄົມຮັບຮູ້ແຕ່ລະໄລຍະ.

ພາບ – ຂ່າວ: ອຸໄທ ພູມມາ ແຂວງບໍ່ແກ້ວ

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍສະແດງຄວາມຍິນດີກັບ! ນາງ​ສາວ​ລາວ 2020 ຈິ້ນ​ນີ້ ບຸນພະສອນ ບຸດດາລາ ML4ນະຄອນຫຼວງວຽງຈັນ
Next Post: ແຈ້ງການດ່ວນ! ໃຫ້ຜູ່ທີ່ໃກ້ຊິດ ຫຼື ພົວພັນຊາຍຈີນ 2 ຄົນນີ້ລາຍງານຕົວພາຍໃນ 3 ວັນ

Related Posts

ຮອງແຂວງອັດຕະປື ລົງຕິດຕາມ ການເກັບກູ້ທ້ອນໂຮມ ໄມ້ຢືນ ຕ າ ຍ ແລະ ຈົມນ້ຳ ໃນອ່າງເກັບນ້ຳເຊກະໝານ I ຂ່າວສານບ້ານເມືອງ
ການນໍາຂັ້ນສູງ ວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມ ແລະ ກະຕ່າດອກໄມ້ ຢູ່ພິພິທະພັນ ປະທານໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ສືບສວນແລ້ວ! ແມ່ນຫຼົງໂຕງົວ ເຫດເກີດຂຶ້ນຢູ່ ບ້ານປາກເປາະ ເມືອງວັງວຽງ ຂ່າວສານບ້ານເມືອງ
ການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ ຄືບໜ້າຫລາຍກວ່າ 90% Vientiane Update News
ຮອງເຈົ້າແຂວງຈຳປາສັກ ຊຸກຍູ້ການ
ຜະລິດ-ການທ່ອງທ່ຽວ ເມືອງປາກຊ່ອງ
ຂ່າວສານບ້ານເມືອງ
ປກສ ຈຳປາສັກ ກັກໂຕໄວລຸ້ນພ້ອມ ຢ າ ເ ສ ບ ຕ ິ ດ 80 ພັນ ເ ມັ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme