ຈົບລົງໄປແລ້ວສໍາລັບການປະກວດນາງສາວລາວ 2020 ໃນຄໍ່າຄືນຂອງວັນທີ 5 ທັນວາ 2020

ເຊິ່ງຂໍສະແດງຄວາມຍິນດີກັບ ນາງສາວລາວປີ 2020 ໄດ້ແກ່ ML04 ຈິນນີ້ ບຸນພະສອນ ບຸດດາລາ ໄດ້ຮັບມົງກຸດອັນຊົງກຽດມູນຄ່າ 50 ລ້ານກີບ ແລະ ສາຍສະພາຍ, ເງິນລາງວັນ 30 ລ້ານກີບ, ຄຳຈາກຮ້ານຄຳພູວົງ 2 ບາດ, ທຶນການສຶກສາ 300 ລ້ານກີບ ພ້ອມສິດທິພິເສດອີກຫຼາຍຢ່າງ

.

.

.

ຮອງອັນດັບ1 ML 5 ພອນທິດາ ແກ້ວບຸນພັນ ສາວງາມຕົວແທນຈາກນະຄອນຫລວງວຽງຈັນ , ພ້ອມລາງວັນພິເສດ ຂວັນໃຈມະຫາຊົນ ແລະ ນາງສາວແຕ່ງໜ້າງາມ ໂດຍ ມ່ວນໃຈ ຈົບການສຶກສາທີ່ Donghua University ສາຂາການຕະຫຼາດ ທີ່ນະຄອນຊຽງໄຮ້, ປະເທດຈີນ

.

ຮອງອັນດັບ 2 ໄດ້ແກ່ ML 31 ພິມມະສອນ ວໍລະສັກ ຈາກໄຊຍະບູລີ ໄດ້ຮັບມົງກຸດມູນຄ່າ 40 ລ້ານກີບ, ສາຍສະພາຍ, ເງິນລາງວັນ 10 ລ້ານກີບ, ທຶນການສຶກສາ 200 ລ້ານກີບ

.

.

ຮອງອັນດັບ 3 ML 22 ລັດດາວັນ ໄຊນາລໍ່ ແຂວງ ອຸດົມໄຊ ໄດ້ຮັບມົງກຸດເພັດ 30 ລ້ານກີບ, ສາຍສະພາຍມູນຄ່າ 4 ລ້ານກີບ, ເງິນລາງວັນ 8 ລ້ານກີບ, ທຶນການສຶກສາ 150 ລ້ານກີບ (ສຶກສາລະດັບປະລິນຍາຕີທີ່ປະເທດໄທ), ນອກຈາກນັ້ນຍັງໄດ້ສິດທິພິເສດອີກຫຼາຍໆຢ່າງ

.

ຮອງອັນດັບ 4 ML 23 ພອນທະວີ ພິລາວົງ ສາວງາມຈາກ ນະຄອນຫຼວງວຽງຈັນ ໄດ້ຮັບມົງກຸດເພັດ 30 ລ້ານກີບ, ສາຍສະພາຍມູນຄ່າ 4 ລ້ານກີບ, ເງິນລາງວັນ 8 ລ້ານກີບ, ທຶນການສຶກສາ 150 ລ້ານກີບ (ສຶກສາລະດັບປະລິນຍາຕີທີ່ປະເທດໄທ), ນອກຈາກນັ້ນຍັງໄດ້ສິດທິພິເສດອີກຫຼາຍໆຢ່າງ

.
