ເລື່ອງລາວນີ້ ຂຽນໂດຍ Monae Ctv

ນັບຈາກວັນລູກເຂົ້າທ້ອງຕະຫລອດມາຊີວິດຂອງຄົນເປັນແມ່ບໍ່ເຄີຍມີວັນໃດເປັນຂອງໂຕເອງເລີຍ ຍີ່ງແມ່ທີ່ມີລູກຮອດ 5ຄົນຄືແມ່ຂ້ອຍ, ຍີ່ງນັບວ່າເປັນແມ່ທີ່ລຳບາກຫນັກຫນາທັງກາຍ ແລະ ໃຈ. ນອກຈາກຈະເຫນື່ອຍຈາກການດູແລພັດວີຢ່າງໃກ້ຊິດແລ້ວ ແມ່ຍັງຕ້ອງລຳບາກຕາກຕຳຫາເງິນຄຳເພື່ອມາລ້ຽງດູລູກໃຫ້ກິນອີ່ມນຸ່ງອຸ່ນ, ສົ່ງເສຍລູກໆຮຽນອີກ ໂດຍທີ່ແມ່ອົດກີນແຊບ, ອົດນຸ່ງງາມ….ເວລາລູກໆບໍ່ສະບາຍ ແມ່ຈະມີວິທີດູແລ, ປີ່ນປົວ ແລະ ເຮັດໃຫ້ລູກໆເຊົາຮ້ອງໄຫ້ໄດ້, ແຕ່ຕອນນີ້ແມ່ລົ້ມປ່ວຍ, ແມ່ທໍລະມານຈາກພະຍາດຮ້າຍ ແມ່ກິນບໍ່ໄດ້ ນອນບໍ່ໄດ້ ແມ່ເຈັບປວດທົ່ວຮ່າງກາຍ ລູກໆບໍ່ສາມາດເອົາຢາຫຍັງມາປົວແມ່ໄດ້ອີກແລ້ວ, ລູກໆ ບໍ່ສາມາດປອບປະໂລມໃຫ້ແມ່ດີຂື້ນຄືທີ່ແມ່ເຮັດກັບລູກໆເລີຍ… ກົດເກນທຳມະຊາດທີ່ຍາກແທ້ຈະຮັບໄດ້.

ມື້ນີ້ແມ່ຈື່ລູກໆບໍ່ໄດ້ດ້ວຍຊໍ້າ ແມ່ບໍ່ຮູ້ຈັກລູກໆອີກແລ້ວ. ແຕ່ພວກລູກຮູ້ດີວ່າແມ່ເປັນໃຜ? ແມ່ຄືຄົນດຽວ ຄົນທຳອິດທີ່ພວກລູກເອີ້ນຫາ ທັງເວລາດີໃຈ ເສຍໃຈ ແມ່ຄືຄົນຄົນດຽວທີ່ມີອ້ອມກອດທີ່ອຸ່ນທີ່ສຸດ, ຄຳເວົ້າທີ່ອ່ອນໂຍນທີ່ສຸດ, ແມ່ຄືຄົນທີ່ເຮັດອາຫານແຊບທີ່ສຸດ ແລະ ແມ່ເປັນທະນາຄານແຫ່ງດຽວທີ່ລູກໆເອົາເງິນໄດ້ໂດຍບໍ່ມີບັນຊີຝາກ, ແມ່ເປັນຄົນດຽວທີ່ລູກໆເກີດມາກໍໄດ້ຮັບຮັກແທ້ໂດຍບໍ່ມີເງື່ອນໄຂ, ເຖິງແມ່ນມື້ນີ້ແມ່ບໍ່ຮູ້ວ່າລູກໆເຮັດຫຍັງໃຫ້ ແຕ່ມັນຄືສີ່ງທີ່ພວກລູກຢາກເຮັດໃຫ້ແມ່ໃນວາລະສຸດທ້າຍນີ້ດ້ວຍຄວາມຮັກ.

ພວກລູກໂຊກດີທີ່ໄດ້ເກີດເປັນລູກແມ່, ໄດ້ຮັບຄວາມຮັກ,ດູແລເອົາໃຈໃສ່ຈາກແມ່ຢ່າງດີທີ່ສຸດທີ່ແມ່ຄົນຫນື່ງເຮັດໄດ້, ຊ່ວຍຕໍ່ເວລາໃຫ້ລູກໆອີກຈັກນ່ອຍເດີ້ແມ່, ໃຫ້ລູກໆໄດ້ດູແລແມ່, ໄດ້ຕອບແທນແມ່ຈັກເລັກນ້ອຍເພື່ອຢື້ເວລາ ໃຫ້ພວກລູກຍັງໄດ້ເຫັນແວວຕາເອັນດູຈາກແມ່, ຍັງມີອາຍຄີງອຸ່ນໆຕໍ່ໄປອີກຈັກນ່ອຍ ລຸກໆຍັງອ່ອນນ້ອຍ, ອ່ອນແອ ຍັງທຳໃຈບໍ່ໄດ້ອີ່ຫລີທີ່ຈະເສຍແມ່ໄປແບບບໍ່ມີວັນຫວນກັບມາ.

ສັນຍາກັບແມ່ວ່າເດືອນ 5/2021 ຈະພາແມ່ໄປທ່ຽວທະເລຢູ່ຫວຽດນາມເພາະແມ່ບໍ່ເຄີຍຂີ່ຍົນ, ບໍ່ເຄີຍເຫັນທະເລ ແລະ ບໍ່ເຄີຍໄປຕ່າງປະເທດນອກຈາກໄທ, ຈະຖ້າໃຫ້ລູກສາວຮຽນຈົບແລະ ໄປຮັບໃບປະກາດລູກສາວຢູ່ຫວຽດນາມ ຈື່ງຈະຖືໂອກາດທ່ຽວເລີຍ, ຈະພາແມ່ແລະຄອບຄົວໄປຖ່າຍຮູບຊຸດລາວງາມໆເພື່ອໃສ່ກອບໃຫຍ່ໄວ້ຝາເຮືອນ…ແຕ່ກໍບໍ່ມີໂອກາດອີກແລ້ວເພາະນັບແຕ່ເດືອນ1/2020 ເປັນຕົ້ນມາແມ່ກໍປ່ວຍ, ປ່ວຍຫນັກລົງເລື້ອຍໆ ມາຮອດຕອນນີ້ (12/2020) ແມ່ກໍຍັງບໍ່ດີຂື້ນເລີຍ! ແລະ ຍັງອີກຫລາຍໆຢ່າງວ່າຈະພາແມ່ເຮັດ ພາແມ່ໄປ ແຕ່ກໍຄົງບໍ່ມີໂອກາດອີກແລ້ວ!

+ຝາກເຖີງລູກໆອີກຫລາຍຄົນທີ່ຍັງດື້ຍັງບໍ່ຟັງຄວາມແມ່ ຍັງບໍ່ໃສ່ໃຈແມ່ ຍັງປ່ອຍປະລະເລີຍແມ່; ເວລາຂອງແມ່ສັ້ນລົງທຸກນາທີ, ເພີ່ນຈະຈາກເຮົາໄປມື້ໃດກໍບໍ່ຮູ້ໄດ້, ຢ່າຖ້າມື້ນັ້ນມື້ນີ້ ປີນີ້ ປີຫນ້າ ເພາະເພີ່ນອາດບໍ່ມີເວລາໃຫ້ເຮົາອີກ. ຢາກພາເພີ່ນໄປທ່ຽວ ລົງມືພາໄປຊະ, ຢາກໃຫ້ຂອງຂວັນຮີບໃຫ້ສາ, ຢາກພາໄປກິນຫຍັງພາໄປສາ, ຢາກໃຫ້ເພີ່ນມີຄວາມສຸກ ຄວາມສະດວກສະບາຍເລີ່ມລົງມືສາ ຖ້າບໍ່ທັນມີປັດໄຈອື່ນ ສີ່ງທີ່ເຮັດໄດ້ງ່າຍທີ່ສຸດຄື ໃຫ້ເວລາ, ໃຫ້ຄວາມຮັກ, ຄວາມອົບອຸ່ນ ເວົ້ານົວຫົວມ່ວນ ດູແລເພີ່ນຕັ້ງແຕ່ຢີ້ນນ້ຳໃຫ້ດື່ມ, ແຕ່ງອາຫານໃຫ້ກິນ, ຕັດເລັບ ສະຜົມໃຫ້ ຊັກເຄື່ອງໃຫ້ເປັນຄັ້ງຄາວ…ສີ່ງເລັກນ້ອຍເຫລົ່ານີ້ຄືຄວາມສຸກອັນຍີ່ງໃຫຍ່ຂອງແມ່ ແລະ ຂອງໂຕເຮົາເອງທີ່ໄດ້ເຮັດໃຫ້ເພີ່ນ

=ຢ່າມົວເມົາແຕ່ຫລີ້ນກິນ, ຢ່າມົວເມົາແຕ່ກັບວຽກງານ ເງິນ ຄຳ ລາບຍົດ ຕຳແຫນ່ງ… ທຸກສີ່ງສຳຄັນກໍຈິງ ແຕ່ຄວາມກິນແຫນງ ແຄງໃຈ ເສຍໃຈ, ເສຍດາຍ ຮູ້ສຶກຜິດຕໍ່ແມ່ ຕໍ່ໂຕເອງກໍບໍ່ຫນ້ອຍ ຖ້າຫາກເຮົາບໍ່ໄດ້ດູແລເພີ່ນດີໆກ່ອນເພີ່ນຈາກເຮົາໄປແບບບໍ່ມີວັນກັບມາ.

---------------

ຢ່າລືມກົດຕິດຕາມເພຈ All in LAOS


------------------------------

LEAVE A REPLY

Please enter your comment!
Please enter your name here