Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະສະເພາະກິດແຈ້ງ! ໃຫ້ແຂວງບໍ່ແກ້ວ-ຫຼວງນໍ້າທາ ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ມາກວດຫາໂຄວິດ-19

Posted on 05/12/202005/12/2020 By News No Comments on ຄະນະສະເພາະກິດແຈ້ງ! ໃຫ້ແຂວງບໍ່ແກ້ວ-ຫຼວງນໍ້າທາ ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ມາກວດຫາໂຄວິດ-19

ຄະນະສະເພາະກິດລາຍງານ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການ ເລື່ອງ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສໍາລັບເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນ້ໍາທາ

ເນື່ອງຈາກມີສະພາບການລັກລອບເຂົ້າ-ອອກເມືອງຂອງບຸກຄົນຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດ COVID-19 ພາຍໃນຊຸມຊົນ ຜ່ານແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ໍາທາ, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂໍຖືເປັນກຽດແຈ້ງທິດຊີ້ນໍາຂອງທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງການເງິນ, ຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ມາຍັງທ່ານຊາບດັ່ງນີ້:

1. ໃຫ້ແຂວງ ບໍ່ແກ້ວ ປິດເມືອງຕົ້ນເຜິ້ງ ໂດຍບໍ່ອະນຸຍາດໃຫ້ຄົນເຂົ້າອອກ ໃນໄລຍະ 14 ວັນ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ພ້ອມກັນນີ້, ໃຫ້ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ ມາກວດວິເຄາະຫາເຊື້ອພະຍາດ COVID-19.

2. ໃຫ້ແຂວງຫຼວງນ້ໍາທາ ປິດເຂດເສດຖະກິດພິເສດ ບໍ່ເຕັນ ໂດຍບໍ່ອະນຸຍາດໃຫ້ຄົນ ເຂົ້າອອກ ໃນໄລຍະ 14ວັນໃຫ້ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ ມາກວດວິເຄາະຫາເຊື້ອພະຍາດ COVID-19.

3. ໃຫ້ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ໍາທາ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຕິດຕາມເອົາ 07 ຄົນ ທີ່ເປັນຜູ້ສໍາຜັດໃກ້ຊິດໂດຍກົງກັບຄົນຈີນທີ່ລັກລອບເຂົ້າເມືອງເພື່ອມາກວດກາເຊື້ອ COVID-19 ລວມທັງຜູ້ສໍາຜັດໃກ້ຊິດ ນໍາ 07 ຄົນດັ່ງກ່າວ.

4. ໃຫ້ ແຂວງ ບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ເຂັ້ມງວດ ຕິດຕາມກວດກາຜູ້ຈະເດີນທາງເຂົ້າມາໃນແຂວງຂອງຕົນ ລວມທັງຜູ້ທີ່ຢູ່ໃນແຂວງຂອງຕົນຈະຕ້ອງໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ຄະນະສະເພາະກິດແຈ້ງການມາດຕະການຄວບຄຸມ ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ
Next Post: ຢາກໃຫ້ມີປະຕິຫານໃຫ້ແມ່ຫາຍດີ ຈະໄດ້ພາແມ່ໄປທ່ຽວທະເລ

Related Posts

ຊາວຫຼວງພະບາງ ບໍ່ປະຮີດໃຫ້ໝອງບໍ່ປະຄອງໃຫ້ເສົ້າ ບຸນຫໍ່ເຂົ້າປະດັບດິນປີນີ້ເຮັດນ້ອຍແຕ່ເຮັດແບບຮີດເກົ່່າຄອງເດີມ ຂ່າວສານບ້ານເມືອງ
ກຽມພ້ອມຮອງຮັບແຮງງານລາວທີ່ເດີ່ນທາງກັບຄືນປະເທດ ຂ່າວສານບ້ານເມືອງ
10 ພຶດສະພາ ທີ່ ສະໜາມບິນສາກົນວັດໄຕເຄື່ອງຊ່ວຍເຫຼືອທາງດ້ານການແພດຕ້ານພະຍາດ ໂຄວິດ ຈາກຈີນ ມາຮອດ ລາວ ແລ້ວ! ຂ່າວສານບ້ານເມືອງ
ກອງປະຊຸມທາງໄກ ລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຕ້ານການລະບາດ ໂຄວິດ-19 ຂ່າວສານບ້ານເມືອງ
ສານປະຊາຊົນແຂວງອຸດົມໄຊຕັດສິນລົງໂທດຄະດີຢາເສບຕິດ 5 ເລື່ອງ ຂ່າວສານບ້ານເມືອງ
ພະຍາກອນອາກາດ ປະຈຳວັນທີ 18 ມີຖຸນາ 2021, ເວລາ 7:00 ໂມງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme