Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງບັນຊາການທະຫານແຂວງໄຊສົມບູນ
ໄດ້ຮັບທະຫານໃໝ່ ພັນທະປ້ອງກັນຊາດ ປະຈໍາສົກປີ 2020

Posted on 05/12/202005/12/2020 By News No Comments on ກອງບັນຊາການທະຫານແຂວງໄຊສົມບູນ
ໄດ້ຮັບທະຫານໃໝ່ ພັນທະປ້ອງກັນຊາດ ປະຈໍາສົກປີ 2020

ຕອນເຊົ້າ ຂອງວັນທີ 1 ທັນວາ 2020 ນີ້ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີ ມອບ-ຮັບ ທະຫານໃໝ່ ພັນທະປ້ອງກັນຊາດປະຈໍາສົກປີ 2020 ຂຶ້ນ ທີ່ກອງພັນນ້ອຍ 597, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັອ. ຄໍາອິ້ງ ກິ່ງແກ້ວ, ຄະນະປະຈໍາພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ມີສະຫາຍ ຄໍາພູທອນ ວົງພະຈັນ, ເລຂາພັກເມືອງ, ເຈົ້າເມືອງອະນຸວົງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ແຂກຮັບເຊີນຈາກເມືອງອະນຸວົງ, ຕາງໜ້າບ້ານ ແລະ ນ້ອງທະຫານໃໝ່ເຂົ້າຮ່ວມ

.

ໂອກາດດັ່ງກ່າວ ສະຫາຍ ເລຂາພັກເມືອງອະນຸວົງ ໄດ້ຂຶ້ນກ່າວມອບທະຫານໃໝ່ພັນທະປ້ອງກັນ ຊາດ ຈໍານວນ 110 ສະຫາຍ ປະຈໍາປີ 2020 ໃຫ້ກອງບັນຊາການທະຫານແຂວງ ເພື່ອທົດແທນ, ຊັບຊ້ອນ ແລະ ພັດປ່ຽນກໍາລັງຂອງຜູ່ທີ່ຈົບພັນທະ, ອຸດໜູນ ແລະ ບໍານານໃນທົ່ວກອງບັນຊາທະຫານແຂວງໄຊສົມບູນ ເພື່ອໃຫ້ມີກໍາລັງພຽງພໍເຂົ້າໃນການເຄື່ອນໄຫວເຮັດໜ້າທີ່ຂອງຕົນ ຕໍ່ພາລະກິດຮັບໃຊ້ຊາດ ກໍຄື ຮັບໃຊ້ແຂວງໄຊສົມບູນ ເພື່ອເຮັດໃຫ້ແຂວງມີຄວາມສະຫງົບ, ປອດໄພ, ມີສະຖຽນລະພາບທາງດ້ານການ ເມືອງ, ຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ່ນຄົງຕະຫລອດໄປ ສອດຮ້ອຍກັບ ການຮັບຟັງແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານພາລາທິການ, ເຕັກນິກ ໃຫ້ທະ ຫານໃໝ່ ເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດ ໃຫ້ຜູ່ກ່ຽວໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ທາງດ້ານສິນ ລະປະຍຸດ-ຍຸດທະວິທີ, ທະຫານຮາບ ແລະ ວິຊາສະເພາະພາລາທິການ, ເຕັກນິກ ໃຫ້ທຸກສະຫາຍໄດ້ຍົກລະດັບສະຕິ ພ້ອມທັງຕື່ນຕົວຕໍ່ ການປະຕິບັດຂໍ້ກໍານົດ ແລະ ລະບຽບກົດໝາຍຂອງກອງທັບປະຊາຊົນລາວ.

.

ໃນຕອນທ້າຍ ສະຫາຍ ຄໍາອິ້ງ ກິ່ງແກ້ວ, ຫົວໜ້າກອງບັນຊາການທະຫານແຂວງໄຊສົມບູນ ໄດ້ເປັນກຽດໂອ້ລົມຕໍ່ພິທີ ກ່ອນອື່ນ ສະຫາຍໄດ້ເນັ້ນໃຫ້ ບັນດານ້ອງທະຫານໃໝ່ພັນທະປ້ອງກັນຊາດ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດ ສິດ ແລະ ໜ້າທີ່ ຂອງຕົນເຂົ້າໃນພາລະກິດຢ່າງເຂັ້ມງວດ ພ້ອມທັງຖຶກຕ້ອງ ຕາມກົດໝາຍ ພັນທະ ຂອງວຽກງານປ້ອງກັນຊາດ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ ແລະ ໃຫ້ກົມກອງມີຄວາມເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ເລືອກສະຫາຍ ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ IV
Next Post: ດ່ວນ! ຄະນະສະເພາະກິດແຈ້ງການມາດຕະການຄວບຄຸມ ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ

Related Posts

ຈັບເປັນແກ້ງເລີຍ ພ້ອມຢາບ້າ 100.000 ກວ່າເມັດ ຂ່າວສານບ້ານເມືອງ
ເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ ຂ່າວສານບ້ານເມືອງ
ຂ່າວໂຄວິດລາວພົບຜູ້ຕິດເຊື້ອມື້ນີ້ 467ຄົນ ຂ່າວສານບ້ານເມືອງ
ຫຸ່ນຍົນນົກ ແລະ ເຈຍ ທີ່ຄືຂອງຈິງ ທີ່ສຸດ! (ມີຄລິບ) ຂ່າວສານບ້ານເມືອງ
ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງ ໄວຣັດໂຄໂຣນາ ສາຍພັນໃໝ່ ຂ່າວສານບ້ານເມືອງ
ສະຖານີທາງລົດໄຟຢູ່ຫຼວງພະບາງ ຄາດສຳເລັດກ່ອນເດືອນຕຸລາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme