Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ…! ສ້າງຄວາມສາມັກຄີຢູ່ບ້ານວັງປາ ເມືອງແກ່ນທ້າວ ເລີ່ມສ້າງທາງເບຕົງຢູ່ພາຍໃນບ້ານ

Posted on 04/12/202004/12/2020 By News No Comments on ຊົມເຊີຍ…! ສ້າງຄວາມສາມັກຄີຢູ່ບ້ານວັງປາ ເມືອງແກ່ນທ້າວ ເລີ່ມສ້າງທາງເບຕົງຢູ່ພາຍໃນບ້ານ

ໃນວັນທີ 26 ພະຈິກ 2020 ນີ້, ບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງທາງເບຕົງເສີມໄມ້ໄຜ່ຢູ່ພາຍໃນບ້ານຂອງຕົນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີຮອງເຈົ້າເມືອງ, ຜູ້ຊີ້ນໍາບໍລິເວນຫ້ວຍເລິກ-ວັງປາ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ພະນັກງານຊີ້ນໍາບ້ານ, ນາຍບ້ານ, ຮອງນາຍບ້ານ ພ້ອມດ້ວຍປະຊາຊົນບ້ານວັງປາເຂົ້າຮ່ວມຢ່າງຫຼວງຫຼາຍ.

.

ທ່ານ ສຸກສະຫວັນ ວົງສີປະສົມ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງທາງຮ່ອມບ້ານວັງປາ ມີຄວາມຍາວທັງໝົດ 300 ແມັດ, ກວ້າງ 5 ແມັດ, ໜາ 15 ຊັງຕີແມັດ, ບໍລິມາດເບຕົງໜ້າທາງ 226 ແມັດກ້ອນ, ສ່ວນປະສົມເບຕົງໜ້າທາງ 350 ກິໂລ/ແມັດກ້ອນ, ບໍລິມາດເບຕົງຮ່ອງນໍ້າ 2 ຂ້າງ 80 ແມັດກ້ອນ, ສ່ວນປະສົມເບຕົງຮ່ອງນໍ້າ 250 ກິໂລ/ແມັດກ້ອນ. ມູນຄ່າການກໍ່ສ້າງທັງໝົດ 226.000.000 ກວ່າກີບ. ໃນນີ້, ທຶນຂອງປະຊາຊົນພາຍໃນບ້ານ 132.000.000 ກວ່າກີບ ແລະ ແຂວງປະກອບສ່ວນຊີມັງ ມູນຄ່າ 94.000.000 ກວ່າກີບ ເຊິ່ງການກໍ່ສ້າງແມ່ນໃຊ້ແຮງງານຂອງປະຊາຊົນຢູ່ພາຍໃນບ້ານ ໂດຍໃຊ້ເວລາກໍ່ສ້າງ 15 ວັນ.

(ຂ່າວ: ຖວທ ແກ່ນທ້າວ)

ຂ່າວສານບ້ານເມືອງ

Post navigation

Previous Post: ຄົ້ນພົບພືດລົ້ມລຸກ ສາຍພັນໃໝ່ຂອງໂລກ 6 ຊະນິດ ຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ
Next Post: ເລືອກສະຫາຍ ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ IV

Related Posts

ເຈົ້າໜ້າທີ່ ກັກໂຕຄົນ ຮ້ າ ຍ ລັ ກ ຊັ ບ ພົນລະເມືອງ 6 ຄົນ ຫຼັງກໍ່ເຫດເຖິງ 48 ຄັ້ງ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ພະແນກຕຳຫຼວດເສດຖະກິດ ປກສ ແຂວງວຽງຈັນ ມອບລົດຈັກຄືນໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຜູ່ໃຈບຸນໂຮມນໍ້າໃຈ ຊ່ວຍປະຊາຊົນເມືອງຜາອຸດົມ ສູ້ໄພໜາວ ຂ່າວສານບ້ານເມືອງ
ກໍ່ເຫດກະທໍາສໍາເລົາເດັກແຕ່ບໍ່ສໍາເລັດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງໄຊທານີລົງມາຊີ້ນໍາແກ້ໄຂບັນຫາຂົວນໍ້າເຄັມທ່າງ່ອນ-ເວີນຄໍາ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme