Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທິມກິລາບານເຕະຈໍາປາສັກ ແຊັມບານເຕະສະຫຼອງວັນຊາດຄົບຮອບ 45 ປີ ໄດ້ຮັບເງິນອັດສີດຈາກການນຳແຂວງ 350 ລ້ານ

Posted on 23/11/202023/11/2020 By News No Comments on ທິມກິລາບານເຕະຈໍາປາສັກ ແຊັມບານເຕະສະຫຼອງວັນຊາດຄົບຮອບ 45 ປີ ໄດ້ຮັບເງິນອັດສີດຈາກການນຳແຂວງ 350 ລ້ານ

ທິມກິລາບານເຕະຈໍາປາສັກ ແຊັມບານເຕະສະຫຼອງວັນຊາດຄົບຮອບ 45 ປີ ໄດ້ຮັບເງິນອັດສີດຈາກການນຳແຂວງ 350 ລ້ານ ພ້ອມໄດ້ຮັບການຕ້ອນຮັບຢ່າງສົມກຽດ.

ຕອນຄໍ່າຂອງວັນທີ 22 ພະຈິກ 2020 ຜ່ານ ທີ່ເດີ່ນສໍານັກງານຫ້ອງວ່າການແຂວງ, ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະນໍາຂອງແຂວງ ໄດ້ຕ້ອນຮັບຊົມເຊີຍຄະນໍາ, ຄູຝຶກ ແລະ ນັກກິລາ, ພາຍຫຼັງທີ່ທິມກິລາບານເຕະຊາຍ ນໍາຂັນຊະນະເລີດກິລາບານເຕະ ເພື່ອຕ້ອນຮັບສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບ 45 ປີ ທີ່ນະຄອນຫຼວງວຽງຈັນ ເປັນຂອງຂັວນມາຕ້ອນໃຫ້ຊາວຂວງຈໍາປາສັກຢ່າງສົມກຽດ.

ໃນພິທີເຈົ້າແຂວງຈໍາປາສັກໄດ້ກ່າວຕີລາຄາສູງ, ສະແດງຄວາມຊົມເຊີຍ, ນໍ້າໃຈເສຍສະຫະ, ສາມັກຄີ, ຄວາມມີມານະອົດທົນພະຍາຍາມ, ຄວາມຕັດສິນໃຈອັນສູງສົ່ງຂອງຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ໃນທີ່ສຸດກໍປະສົບຜົນສໍາເລັດນໍາກຽດ ແລະ ຊື່ສຽງ ມາສູ່ແຂວງຈໍາປາສັກ ກໍຄືຄອງຂັນຊະນະເລີດກິລາບານເຕະຊາຍຢ່າງສົມສັກສີ.

ເພື່ອເຊີດຊູກຽດສັກສີນັກກິລາບານເຕະ ທີ່ຍາດໄດ້ຊະນະເລີດໃນຄັ້ງນີ້ ທາງແຂວງຈະໄດ້ປະຕິບັດນະໂຍບາຍຍ້ອງຍໍຢ່າງສົມກຽດ ໂດຍເບື້ອງຕົ້ນມີເງິນຈະມອບໃຫ້ 350 ລ້ານກີບ ແລະ ຄາດວ່າຈະມີການອຸປະຖໍາຕື່ມອີກ.

.

Cr: ສື່ມວນຊົນແຂວງຈຳປາສັກ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ຢ່າງເປັນທາງການ
Next Post: ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຄງການຂຸດຄົ້ນແຮ່ທາດເຫລັກ ຢູ່ແຂວງໄຊສົມບູນ

Related Posts

2021 ມີພຽງ 4 ແຂວງສາມາດເກັບພາສີໄດ້ລື່ນແຜນການ ຂ່າວສານບ້ານເມືອງ
ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງເມືອງທຸລະຄົມແຂວງວຽງຈັນ ຂ່າວສານບ້ານເມືອງ
ພິທີ ຫົດສົງ ພຣະບາງ ພຸດທະລາວັນ ປີໃໝ່ລາວ ຈ.ສ ໑໓໘໔ ຂ່າວສານບ້ານເມືອງ
ຫສນຍ ກຳນົດເປີດຮຽນລະດັບວິທະຍາໄລ-ມະຫາວິທະຍາໄລ ປີ 1-3 ແຕ່ 15 ມິຖຸນານີ້ ຂ່າວສານບ້ານເມືອງ
ຊາວໜຸ່ມເມືອງຫ້ວຍຊາຍ ໄດ້ຮັບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ຂ່າວສານບ້ານເມືອງ
ເປີດຊອງປະມູນ ຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme