ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ. ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະ ເທດຊາດ ແລະ ປະຊາຊົນ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 19 ພະຈິກ 2020 ນີ້, ພາຍຫລັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາສະຫາຍ ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍ ຄະນະພັກກະຊວງ, ຄະນະພັກນະຄອນຫລວງ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພ້ອມດ້ວຍຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 253 ສະຫາຍ, ເພດຍິງ 2 ສະຫາຍ.

ຕະຫລອດໄລຍະດໍາເນີນກອງປະຊຸມ, ບັນດາສະຫາຍຜູ້ແທນໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຕໍ່ບົດລາຍງານການເມືອງຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະ ແມ່ນສະຫລຸບຕີລາຄາ ການນໍາພາຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ກໍຄື ການປັບປຸງກໍ່ສ້າງກໍາລັງກອງທັບໃນຊຸມປີຜ່ານມາ ພ້ອມທັງຮັບຮອງເອົາທິດທາງແຜນການວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2021-2025), ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ ແລະ ການປັບປຸງກໍສ້າງພັກ-ກໍ່ສ້າງກໍາລັງປະກອບອາວຸດປ້ອງກັນຊາດ ໃນທຸກດ້ານມີຄວາມໜັກແໜ້ນເຂັ້ມແຂງ ຕາມແນວທາງປ່ຽນແປງໃໝ່ທີ່ມີຫລັກການຂອງພັກ ຮັບປະກັນໃຫ້ແກ່ກໍາລັງປະກອບອາວຸດຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຈໍານວນ 33 ສະຫາຍ. ພ້ອມນີ້, ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 51 ສະຫາຍ, ສໍາຮອງ 4 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.
ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກກະຊວງສະໄໝທີ V ໄດ້ເປັນເອກະພາບເລືອກຕັ້ງເອົາ ຄະນະປະຈໍາຄະນະພັກກະຊວງປ້ອງກັນປະເທດ ຈໍານວນ 11 ສະຫາຍ ຄື: ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ, ສະຫາຍ ພົນໂທ ທອງລອຍ ສີລິວົງ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ, ສະຫາຍ ພົນຕີ ສອນທອງ ພົມລາວົງ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ, ສະຫາຍ ພົນຕີ ປະສິດ ທ່ຽງທຳ, ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ, ສະຫາຍພົນຈັດຕະວາ ສາຍໃຈ ກົມມະສິດ, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ເປັນຄະນະປະຈໍາພັກ.
ກອງປະຊຸມໄດ້ເປັນເອກະສັນປະຊາມະຕິ ເລືອກເອົາເລຂາ, ຮອງເລຂາຄະນະພັກກະຊວງ ເຊິ່ງມີບັນດາສະຫາຍ ດັ່ງນີ້: ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ເປັນເລຂາຄະນະພັກ, ສະຫາຍ ພົນໂທ ທອງລອຍ ສີລິວົງ ເປັນຮອງເລຂາຄະນະພັກ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ເປັນຮອງເລຂາຄະນະພັກ. ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນ ປ່ອນບັດເລືອກຕັ້ງເອົາ ປະທານ-ຮອງປະທານກວດກາພັກ, ເຊິ່ງມີບັນດາສະຫາຍ ດັ່ງນີ້: ສະຫາຍ ພົນຕີ ສອນທອງ ພົມລາວົງ ເປັນປະທານກວດກາພັກ, ສະຫາຍ ພັນເອກ ຈັນດີ ສີລິວົງສັກ ເປັນຮອງປະທານກວດກາພັກ ແລະ ສະຫາຍ ພັນເອກ ທອງດໍາ ພົງສະຫວັດ ເປັນຮອງປະທານກວດກາພັກ.
ໃນພິທີອັນມີຄວາມໝາຍສໍາຄັນນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄື ຄະນະພັກຂັ້ນຕ່າງໆ ຕໍ່ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍ 4 ແຜນງານໃຫຍ່ 26 ໂຄງການ, ສ້າງໄດ້ຜົນງານ ແລະ ມີຜົນສໍາເລັດຫລາຍດ້ານ, ກໍາລັງປ້ອງກັນຊາດໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດໃນການປະຕິບັດໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫລັກແຫລ່ງເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ສີວິໄລ.

ສະຫາຍ ໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫລມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວ ຍຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ປັບປຸງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບຂອງຄະນະນະພັກທຸກຂັ້ນ, ທຸກພາວະ ແລະ ທຸກກໍລະນີ, ປັບປຸງກໍ່ສ້າງກໍາລັງປະກອບອາວຸດ ທຸກປະເພດກໍາລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການ ຈັດຕັ້ງ, ຮັບປະກັນໃຫ້ໄດ້ 3 ຮຸ່ນ, ສືບຕໍ່ຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງພັດທະນາ ເຂດຫ່າງໄກສອກຫລີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນ, ເສີມຂະຫຍາຍມູນເຊື້ອເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດຕາມທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.