Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮັບປະກັນນ້ຳມັນເຊື້ອໄຟໃນການເຝີກແອບການທະຫານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ

Posted on 16/11/202016/11/2020 By News No Comments on ຮັບປະກັນນ້ຳມັນເຊື້ອໄຟໃນການເຝີກແອບການທະຫານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ

ກົມນ້ຳມັນເຊື້ອໄຟແມ່ນກົມ ວິຊາສະເພາະໜຶ່ງທີ່ນອນຢູ່ໃນ ໂຄງປະກອບການຈັດຕັ້ງຂອງກົມ ໃຫຍ່ພະລາທິການກອງທັບ, ມີ ພາລະບົດບາດເປັນເສນາທິການ ຮັບປະກັນວຽກງານນ້ຳມັນເຊື້ອ ໄຟທົ່ວກອງທັບ ແລະ ມີໜ້າທີ່ຈັດ ຕັ້ງຄຸ້ມຄອງເຮັດສຳເລັດໜ້າທີ່ ວຽກງານວິຊາສະເພາະຂອງຂະແໜງການຕ່າງໆທີ່ກ່ຽວພັນ ໃຫ້ເດີນແມ່ນແລ່ນສະດວກ ເວົ້າລວມ, ເວົ້າສະເພາະໃນໂອ ກາດວັນສຳຄັນຂອງຊາດ ກົມ ນໍ້າມັນເຊື້ອໄຟ ໄດ້ມີຄວາມພ້ອມ ໃນການຮັບປະກັນວຽກງານເຊື້ອ ໄຟໃຫ້ທຸກກຳລັງທີ່ເຂົ້າຮ່ວມ ໃນການເຝິກຊ້ອມກະກຽມສະ ແດງປະສານເຫຼົ່າຍິງລູກປືນແທ້ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ທີ່ ຈະມາເຖິງນີ້.

ສະຫາຍ ພັນໂທ ເພັດທອງ ຄູນ ວົງຜາສຸກ ຮອງຫົວໜ້າກົມ ນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການ ກອງທັບໃຫ້ສຳພາດຕໍ່ນັກ ຂ່າວໜັງສືພິມກອງທັບວ່າ: ເພື່ອເຮັດສຳເລັດໜ້າທີ່ວຽກງານເຊື້ອ ໄຟເປັນກົນໄກຂັບເຄື່ອນຮັບປະກັນນໍ້າມັນເຊື້ອໄຟໃຫ້ທຸກພາກສ່ວນກຳລັງທີ່ເຂົ້າຮ່ວມການເຝິກຊ້ອມ ເພື່ອກະກຽມໃຫ້ແກ່ງານສະເຫຼີມ ສະຫຼອງວັນຊາດທີ 2 ທັນວາ ຄົບ ຮອບ 45 ປີ ທີ່ຈະເຖິງນີ້, ຄະນະ ຊີ້ນໍາ ແລະ ຄະນະຮັບຜິດຊອບ ພາກສະໜາມພວກເຮົາໄດ້ແບ່ງ ໜ້າທີ່ຄວາມຮັບຜິດຊອບຢ່າງ ລະອຽດຈະແຈ້ງ, ຕັ້ງຈຸດບໍລິການ ຕື່ມນ້ຳມັນຢູ່ພາກສະໜາມ ແລະ ເປັນເຈົ້າການຊີ້ນໍາ-ນໍາພາແຕ່ລະ ຂະແໜງການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ຂັ້ນ ເທິງຮັບປະກັນການຄຸ້ມຄອງ-ເບີກຈ່າຍ ເພື່ອພ້ອມກັນເຮັດສຳ ເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້ ແລະ ຮັບປະກັນ ຄວາມພ້ອມ, ຄວາມປອດໄພ 100% ໃຫ້ແກ່ງານສະເຫຼີມສະຫຼອງວັນຊາດໃນຄັ້ງນີ້.


ສະຫາຍ ພັນໂທ ເພັດທອງ ຄູນ ວົງຜາສຸກ ຍັງໃຫ້ຮູ້ຕື່ມອີກວ່າ: ການທີ່ໄດ້ເຂົ້າຮ່ວມເປັນສ່ວນ ໜຶ່ງດ້ານວຽກງານວິຊາສະເພາະ ຮັບປະກັນນໍ້າມັນເຊື້ອໄຟໃຫ້ ແກ່ການເຝິກຊ້ອມ ເພື່ອກະກຽມ ງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ ຈະເຖິງນີ້ ນັບວ່າເປັນໜ້າທີ່ອັນ ມີກຽດທີ່ຂັ້ນເທິງ ກໍຄືປະເທດ ຊາດມອບໝາຍໃຫ້ ແລະ ທຸກກຳ ລັງເຫຼົ່າຮົບທີ່ເຂົ້າຮ່ວມລ້ວນແຕ່ ສຸມຈິດສຸມໃຈເຂົ້າໃນການປະຕິ ບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອໃຫ້ມີຄວາມພ້ອມ 100 % ແລະ ຮັບປະກັນການສະແດງໃນມື້ ສະເຫຼີມສະຫຼອງຕົວຈິງໃຫ້ປະສົບ ສຳເລັດຢ່າງຈົບງາມ.


ໂດຍ: ເພັດ ສົມນໍວັນ


ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫ່ງຢູ່ກອງບັນຊາການທະຫານແຂວງສະຫວັນະເຂດ
Next Post: ພະນັກງານນໍາທ່ຽວ ແຂວງໄຊສົມບູນໄດ້ຮຽນຮູ້ຂໍ້ມູນກ່ຽວກັບພູເບ້ຍ

Related Posts

ເກີດເຫດ ຄົນຮ້າຍລັດ ຍິ ງ ລົດຢູ່ເຂດປາກອຸໂມງທາງດ່ວນເບື້ອງເມືອງຫີນເຫີບ  ຂ່າວສານບ້ານເມືອງ
ແຈ້ງການສອບເສັງຄັດເລືອກລັດຖະກອນໃໝ່ ຂອງກະຊວງການເງິນ ປີ 2020 ຮອບ II ຂ່າວສານບ້ານເມືອງ
ບໍ່ປະຕິບັດ ຕາມຄໍາຕັດສິນຂອງສານ ຍ້ອນພະນັກງານຖືກຊື້ຈ້າງຈອບອອຍ ໃຫ້ທ່ວງດຶງເວລາ (ກົດຊົມຄລິບຈາກຜູ່ອັບປະໂຫຍດ) ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ເພີ່ມ 6ຄົນ ຂ່າວສານບ້ານເມືອງ
ລົດຕິດຍາວຢຽດຫຼາຍຊົ່ວໂມງ ຂົວນໍ້າມອນ ລົດພ່ວງປະທະວີໂກ້ ຂ່າວສານບ້ານເມືອງ
ມີສະຕິລະວັງຕົວ ຮັບມື ພາຍຸລົມຝົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme