Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ – ຮັບໜ້າທີ່ ເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Posted on 13/11/202013/11/2020 By News No Comments on ມອບ – ຮັບໜ້າທີ່ ເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 11 ພະຈິກ 2020 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໄດ້ຈັດພິທີມອບ-ຮັບໜ້າທີ່ທ່ານເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່. ໂດຍການເຂົ້າຮ່ວມຂອງ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ເຈົ້າແຂວງໆຫຼວງນໍ້າທາ, ທ່ານ ຄໍາໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ມີກໍາມະການພັກແຂວງ, ຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ ເຈົ້າເມືອງ 5 ເມືອງ, ຫົວໜ້າກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫົວໜ້າພະແນກ – ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອາດິດການນໍາເຂົ້າຮ່ວມ.

ທ່ານ ສຸລິວົງ ບຸນຍະເລດ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານ ຄະນະຈັດຕັ້ງສູນກາງ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 119/ກມສພ ລົງວັນທີ 20 ຕຸລາ 2020 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 19 / ນຍ ລົງວັນທີ 2 ພະຈິກ 2020 ວ່າດ້ວຍການຍົກຍ້າຍພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່ຢູ່ສູນກາງ ໂດຍໄດ້ຍົກຍ້າຍທ່ານ ເພັດຖາວອນ ພິລະວັນ ກໍາມະການສູນກາງພັກ ອາດີດເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ແລະ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 490ລົງວັນທີ 20 ສີງຫາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການເຈົ້າແຂວງໆຫຼວງນໍ້າທາ, ເຊີ່ງໄດ້ແຕ່ງຕັ້ງ ທ່ານ ຄໍາໄຫຼ ສີປະເສີດ ເປັນຜູ້ຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ້ໃໝ່. ຈາກນັ້ນຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຮ່ວມກັນລະຫວ່າງທ່ານເລຂາພັກແຂວງເຈົ້າແຂວງໆຫຼວງນໍ້າທາຜູ້ເກົ່າ ແລະ ທ່ານເລຂາພັກແຂວງ ຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ້ໃໝ່.

ໂອກາດນີ້ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໂອລົມຕໍ່ພິທີເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາແຂວງທີ່ມີຜົນງານໃນໄລຍະຜ່ານມາໃນການພັດທະນາປະເທດຊາດເວົ້າລວມເວົ້າສະເພາະແມ່ນແຂວງຫຼວງນໍ້າທາ ທີ່ມີໃບໜ້າໃໝ່ ໃນການສ້າງສາພັດທະນາ, ທາງດ້ານເສດຖະກິດ, ດ້ານວັດທະນາທໍາສັງຄົມ ແລະ ວຽກງານມະຫາຊົນ, ທ່ານຍັງໄດ້ເນັ້ນໜັກໃຫ້ທ່ານເລຂາພັກແຂວງຮັກສາການເຈົ້າແຂວງໆຫຼວງນໍ້າທາ ຜູ້ໃໝ່ ຈົ່ງເຊີດຊູສະຕິເປັນເຈົ້າ, ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ເຮັດໃຫ້ແຂວງຫຼວງນໍ້າທາ ມີສະຖຽນລະພາບທາງດ້ານເມືອງ ເສດຖະກິດສັງຄົມໃຫ້ມີທ່າຂະຫຍາຍຕົວດີຂື້ນ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປ້ອງດອງຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສຶບຕໍ່ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫຼວງນໍ້າທາ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື່ອຍໆ.

ຕອນແລງຂອງວັນດຽວກັນຄະນະນໍາຂັ້ນແຂວງຍັງໄດ້ອອກສົ່ງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຢູ່ທີ່ສະໜາມບິນຂອງແຂວງ ເພື່ອເດີນທາງກັບຄືນນະຄອນຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.

ຂ່າວ: ສົມພອນ ຂຸນດາວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21
Next Post: ເຈົ້າແຂວງຫຼວງພະບາງຕິດຕາມກວດກາໂຄງການພັດທະນາ ແລະ ປັບປຸງເທດສະບານເມືອງພູຄູນ

Related Posts

ສະຫະພັນກຳມະບານເມືອງຮຸນ ແລະ ເມືອງປາກແບງ ລົງເຄື່ອນໄຫວຊ່ວຍເຫຼືອພໍ່ແມ່ປະຊາຊົນ ຂ່າວສານບ້ານເມືອງ
ງານນີ້ຕ້ອງຍົກຄວາມດີໃຫ້ປະຊາຊົນທີ່ຊ່ວຍເປັນຫູ, ເປັນຕາ ຈັບຜູ້ຖືກຫາຄ້າຂາຍຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ເຈົ້າແຂວງຫຼວງພະບາງຕິດຕາມກວດກາໂຄງການພັດທະນາ ແລະ ປັບປຸງເທດສະບານເມືອງພູຄູນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນພົບຜູ້ຕິດເຊື້ອເພີ່ມໃໝ່ 921ຄົນ ຂ່າວສານບ້ານເມືອງ
ຍຸ້ງແລ້ວ..! ອ້າຍບ່າວສົງໂກ້ລັກອອກສູນກັກໂຕແລ້ວຕິດໂ ຄ ວິ ດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ແຂວງໄຊຍະບູລີ ອອກມາດຕະການເຂັ້ມງວດແລ້ວເພື່ອຄວບຄຸມການລະບາດຂອງໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme