Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21

Posted on 12/11/202012/11/2020 By News No Comments on ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21

ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ) ໄດ້ມີກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21. ກອງປະຊຸມໄດ້ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງກອງປະຊຸມສຸດຍອດສະເຫລີມສະຫລອງ ການພົວພັນ ອາ ຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ຜ່ານມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາ ຊຽນ-ສ.ເກົາຫລີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາ ຊຽນ ແລະ ສ.ເກົາຫລີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່, Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100% ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານ ສະບັບໃໝ່ ໄລຍະ 2021-2025.

ບັນດາຜູ້ນຳອາຊຽນ ແລະ ເກົາຫລີ ໄດ້ຢໍ້າຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຂົງເຂດສາທາລະນະສຸກ ໂດຍສະເພາະການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາ ຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດ ທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊຸມໄດ້ສະແດງຄວາມຂອບໃຈ ຕໍ່ ສ.ເກົາຫລີ ໃນການປະກອບສ່ວນເງິນເຂົ້າໃນກອງທຶນອາຊຽນ ຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ສ.ເກົາຫລີ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ.

ຂ່າວ ສຸພະສະຫວັນ ພາບ ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ສະມາຊິກສະພາແຫ່ງຊາດ ພິຈາລະນາ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ
Next Post: ມອບ – ຮັບໜ້າທີ່ ເຈົ້າແຂວງໆຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Related Posts

ລົງໂທດແມ່ຫວຍໂກງເງິນ 448 ລ້ານກີບ ຂ່າວສານບ້ານເມືອງ
ລັດຖະບານ​ ມອບພາຫະນະຮັບໃຊ້ວຽກງານຄຸ້ມຄອງພົນລະເມືອງໃຫ້ແຂວງອັດຕະປື ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງວຽງຄໍາ ຈັ ບ ເປົ້າໝາຍລັ ກຕັດສາຍໄຟຟ້າ ຂ່າວສານບ້ານເມືອງ
ຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂ່າວສານບ້ານເມືອງ
ບໍ່ແກ້ວແຈ້ງການ ເປີດການເຂົ້າ-ອອກດ່ານສາກົນຢູ່ແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ໜຸ່ມອາຍຸ 23 ປີ ກໍ່ເຫດ ຄ າ ດ ຕ ະ ກໍ າ ເພື່ອເອົາຄຳໄປຂາຍໃຊ້ໜີການ ພ ະ ນັ ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme