Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະມາຊິກສະພາແຫ່ງຊາດ ພິຈາລະນາ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ

Posted on 11/11/202011/11/2020 By News No Comments on ສະມາຊິກສະພາແຫ່ງຊາດ ພິຈາລະນາ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານສົມພັນ ແພງຄໍາມີ, ຮອງປະທານສະພາແຫ່ງຊາດ.

ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຮັບຟັງ ແລະ ຄົ້ນຄວ້າປະກອບຄຳເຫັນເພື່ອຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເຊີ່ງເປັນຮ່າງກົດໝາຍສ້າງຂຶ້ນໃໝ່, ປະກອບມີ 14ພາກ, 19 ໝວດ, 103 ມາດຕາ ສະເໜີໂດຍ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

ທ່ານ ທ່ານ ນາງແສງເດືອນ ຫລ້າຈັນທະບູນ ຍົກໃຫ້ເຫັນວ່າ: ນັບແຕ່ໄດ້ສະຖາປະນາ ສປປ ລາວ ເປັນຕົ້ນມາ ການສຶກສາຊັ້ນສູງຢູ່ປະເທດເຮົາ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງໄວວາ , ເພື່ອຄຸ້ມຄອງວຽກງານດັ່ງກ່າວ ຂະແໜງການສຶກສາທິການ ກໍຄືລັດຖະບານໄດ້ມີດໍາລັດ ແລະ ຂໍ້ຕົກລົງຕ່າງໆວາງອອກ, ແຕ່ບັນດາດໍາລັດ ແລະຂໍ້ຕົກລົງເຫລົ່ານັ້ນ ກໍຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງການຈັດຕັ້ງ ແລະການເຄື່ອນໄຫວຂອງວຽກງານການສຶກສາຊັ້ນສູງ, ທີ່ໄດ້ມີການປ່ຽນແປງຢ່າງໄວວານັ້ນ, ມາຮອດປີ 2015 ຈຶ່ງໄດ້ມີດໍາລັດວ່າດ້ວຍການສຶກສາຊັ້ນສູງໂດຍມີເນື້ອໃນທັງໝົດ 13 ໝວດ, ແລະ 57ມາດຕາ ເຊິ່ງເປັນນິຕິກໍາທີ່ມີລັກສະນະຄົບຊຸດ ສະບັບທໍາອິດ ໃນການຄຸ້ມຄອງວຽກງານການສຶກສາຊັ້ນສູງ, ອັນໄດ້ເຮັດໃຫ້ທຸກພາກສ່ວນທີ່ເຄື່ອນໄຫວວຽກງານການສຶກສາຊັ້ນສູງ ມີນິຕິກໍາທີ່ເປັນບ່ອນອີງ ແລະ ມີຄວາມເປັນເອກະພາບກັນໃນລະດັບສູງສົມຄວນ ໃນການ ຈັດຕັ້ງປະຕິບັດວຽກງານການສຶກສາຊັ້ນສູງໃນຂອບເຂດທົ່ວປະເທດ.

ທ່ານນາງແສງເດືອນ ຫລ້າຈັນທະບູນ ໄດ້ຍົກໃຫ້ເຫັນເຫດຜົນ ແລະຄວາມຈໍາເປັນຂອງການສ້າງກົດໝາຍສະບັບນີ້ວ່າ: ເພື່ອແກ້ໄຂບັນຫາ ຂໍ້ຄົງຄ້າງ, ເຮັດໃຫ້ມີກົດໝາຍຄຸ້ມຄອງການສຶກສາຊັ້ນສູງທີ່ມີເນື້ອໃນລະອຽດ, ຊັດເຈນ, ຮັດກຸມ, ແທດເໝາະກັບສະພາບການໃນປະຈຸບັນ ລວມທັງທ່າອ່ຽງຂອງການພັດທະນາວຽກງານການສຶກສາຊັ້ນສູງໃນຕໍ່ໜ້າ ແລະກວມເອົາດໍາລັດ ແລະນິຕິກໍາໃຕ້ກົດໝາຍ ອື່ນໆທີ່ກ່ຽວຂ້ອງ, ແນໃສ່ດຶງດູດການລົງທຶນ ແລະສົ່ງເສີມການການປະກອບສ່ວນຂອງພາກລັດ ແລະເອກະຊົນ ທັງພາຍໃນ ແລະຕ່າງປະເທດ ເຂົ້າໃສ່ວຽກງານການສຶກສາຊັ້ນສູງ, ສົ່ງເສີມການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການໃຫ້ບໍລິການວິຊາການແກ່ສັງຄົມໃຫ້ ຫລາຍຂຶ້ນ ແລະມີນະໂຍບາຍສົ່ງເສີມຜູ້ຮຽນເກັ່ງ, ຜູ້ມີພອນສະຫວັນ ແລະຜູ້ດ້ອຍໂອກາດໃຫ້ໄດ້ເຂົ້າຮຽນ ຕາມຄວາມຮູ້ຄວາມສາມາດ ແລະສອດຄ່ອງກັບຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນຍຸດທະສາດການພັດທະນາການສຶກສາຊັ້ນສູງໃນແຕ່ລະໄລຍະ.

ີອີງຕາມມະຕິກອງປະຊຸມໃຫ່ຍຄັ້ງທີ VIII ແລະ IX ຂອງພັກປະຊາຊົນປະຕິວັດລາວ ໃນການ ຈັດຕັ້ງ ປະຕິບັດເນື້ອໃນສີ່ບຸກທະລຸ ໂດຍສະເພາະການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ, ການສ້າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ຈະເປັນການຍົກສູງບົດບາດຄວາມສໍາຄັນຂອງວຽກງານການສຶກສາຊັ້ນສູງ ເພື່ອສົ່ງເສີມຄວາມຮູ້, ຄວາມສາມາດ, ມີຄຸນນະພາບ ແລະສອດຄ່ອງຂຶ້ນຕື່ມ ພ້ອມທັງສາມາດເຊື່ອມໂຍງ ແລະແຂ່ງຂັນກັບພາກພື້ນ ແລະສາກົນໄດ້.

ພ້ອມນັ້ນ, ການມີກົດໝາຍວ່າດ້ວຍການສຶກສາຊັ້ນສູງ ຈະເຮັດໃຫ້ພາກສ່ວນເອກະຊົນທັງພາຍໃນແລະຕ່າງປະເທດ ມີຄວາມເຊື່ອໝັ້ນສູງຕໍ່ການເຂົ້າມາຮ່ວມມື ແລະລົງທຶນໃນການພັດທະນາການສຶກສາຊັ້ນສູງ ໃຫ້ຫລາຍຂຶ້ນ.

ໂດຍ: ເຂີຍຫລ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານເຈົ້າເມືອງປາກທາ ພ້ອມຄະນະ ໄດ້ລົງຕິດຕາມພໍ່ເເມ່ປະຊາຊົນຢູ່ສູນຈຳກັດບໍລິເວນປ້ອງກັນໂຄວິດ-19
Next Post: ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21

Related Posts

ເກີດເຫດ! ຄົນອາລະວາດຕີກັນຫົວແຕກເຂດ ບ້ານສະພັງມຶກ ຂ່າວສານບ້ານເມືອງ
ບອກຕໍ່ແດ່! ພາຍຸໝຸນເຂດຮ້ອນ ດີເປຼຊັນ ກຳລັງພັດເຂົ້າມາລາວເຮົາ ຂ່າວສານບ້ານເມືອງ
ອຸບັດຕິເຫດຮຸນແຮງ ເສຍຊີວິດຄາທີ່ 1 ຄົນ ມີລົດຮ່ວມເຫດ 5 ຄັນ ຂ່າວສານບ້ານເມືອງ
ປກສ ເມືອງທຸລະຄົມ ສຶກສາອົບຮົມກຸ່ມໄວໜຸ່ມ 16 ຄົນ ທີ່ດັດແປງສະພາບລົດ ແລະ ລະເມີດກົດລະບຽບຈະລາຈອນ ຂ່າວສານບ້ານເມືອງ
ກັກຕົວໄດ້ 1 ຄົນ ຂະຫຍາຍຜົນຊັດທອດຫາຜູ້ຮ່ວມຂະບວນການ 1 ຄົນຄະດີ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ປັດຈຸບັນ​ເມືອງຊະນະສົມບູນເລີ່ມການສອບເສັງເລື່ອນຂັ້ນພາກຮຽນ 2 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme