ໃນວັນທີ 5 ພະຈິກ 2020, ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງໆຈຳປາສັກ ໄດ້ລົງເຄື່ອນໄຫວ ຢ້ຽມຢາມພື້ນຖານການຜະລິດ-ການທ່ອງທ່ຽວ ແລະ ເຂດຈຸດສຸມພັດທະນາຊົນນະບົດ ທີ່ເມືອງປາກຊ່ອງ ໂດຍສະເພາະສູນຮ່ວມມື ດ້ານກະສິກຳລາວ-ຈີນ ເຂດຜະລິດ 1 ເປັນສູນທົດສອບແນວພັນພືດ ລາວ-ຈີນ, ທັງເປັນສູນຜະລິດ ແລະ ປູກພືດຜັກໃນເຮືອນຮົ່ມ.
ຢ້ຽມຢາມໂຄງການປູກພືດເປັນຢາ ແມ່ນການດຳເນີນ ກິດຈະການ ບໍລິສັດ ລາວສຶມຸລະ ຈຳກັດ ປະເທດຍີປຸ່ນ ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານ ສປປ ລາວ ແຕ່ ປີ 2012 ແລະ ດຳເນີນກິດຈະການໃນ ປີ 2015 ດ້ວຍການປູກພືດສະໝຸນໄພ ເປັນຢາ ຫລາຍກວ່າ 119 ກວ່າຊະນິດ, ໃນເນື້ອທີ່ 700 ກວ່າເຮັກຕາ, ຕັ້ງຢູ່ ບ້ານພະນວນດົງ ເມືອງປາກຊ່ອງ.

ຈາກນັ້ນ ໄດ້ເດີນທາງໄປ ຢ້ຽມຢາມ ເຂດທ່ອງທ່ຽວນ້ຳຕົກຕາດ ຕາຢຶກເສືອປັດຈຸບັນ ຍັງຢູ່ໃນໄລຍະການປັບປຸງ ພາຍຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງທ່ານຮອງເຈົ້າແຂວງ ໄດ້ຮັບຟັງບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຈາກຜູ້ປະກອບການ ດຳເນີນທຸລະກິດ; ຫລັງຈາກນັ້ນ, ໄດ້ລົງເບິ່ງເຂດຈັດສັນທີ່ຢູ່ອາໄສ ແລະ ພື້ນທີ່ການຜະລິດຄົງທີ່ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງພະລັງງານໄຟຟ້າເຊປຽນ-ເຊນ້ຳນ້ອຍ, ເນື້ອທີ່ 200 ກວ່າເຮັກຕາ ທີ່ສົ່ງເສີມໃຫ້ປະຊາຊົນ ໄດ້ມີສ່ວນຮ່ວມໃນການຜະລິດ, ປູກພືດ, ໄມ້ໃຫ້ໝາກ ແລະ ພືດຕາມລະດູການ.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ຊີ້ນຳຕໍ່ການນຳຂອງເມືອງ ແລະ ພາກສ່ວນກ່ຽວ ຂ້ອງ ໃນການຈັດຕັ້ງປະຕິບັດແຜນວຽກຈຸດສຸມຕົ້ນຕໍ, ຊຸກຍູ້ໃຫ້ປະຊາຊົນຢູ່ແຕ່ລະທ້ອງຖິ່ນ ໄດ້ມີສ່ວນຮ່ວມໃນການຜະລິດ, ສົ່ງເສີມການຜະລິດເປັນສິນຄ້າຢ່າງແຂງແຮງ ຕາມຈຸດພິເສດ ແລະ ທ່າແຮງຂອງແຂວງ ແລະ ເມືອງ, ສົ່ງເສີມການຜະລິດກະສິກຳ ທີ່ຕິດພັນກັບການສົ່ງເສີມອຸດສາຫະກຳປຸງແຕ່ງ; ສ້າງ, ປັບປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄຸນນະພາບ, ເຮັດການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີປະສິດທິຜົນ.

ຂ່າວ: ທັດຊະນະ ແສງດາລາ