Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ-ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້

Posted on 06/11/202006/11/2020 By News No Comments on ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ-ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້

ໃນວັນທີ 5 ພະຈິກ 2020, ໄດ້ມີພິທີມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລະຫວ່າງທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄຳເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມາເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ໃຫມ່ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ສະມາຊິກພັກ ພະນັກງານການນຳເຂົ້າຮ່ວມ.


ໂອກາດນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດປະທານປະເທດວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາ ຍົກລັດຖະມົນຕີ ແລະ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ອອກພັກການຮັບອຸດໜູນບຳນານ.


ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ສະແດງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳນຳພາການເຄື່ອນໄຫວວຽກງານຂອງທ່ານ ລັດຖະມົນຕີ ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ຕາມທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າຕະຫລອດໄລຍະ 4 ປີຜ່ານມາ, ໄດ້ສ້າງຜົນງານຢ່າງຫລວງຫລາຍທີ່ເປັນມູນເຊື້ອໄວ້ ໃຫ້ແກ່ລັດຖະບານ ກໍຄືຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ຕາມຄຳຂວັນ ເປັນເສນາທິການທີ່ດີ ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການຮັບໃຊ້ທີ່ດີ ເຮັດໃຫ້ພະນັກງານລັດຖະກອນ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄວາມຫ້າວຫັນມີຄວາມສາມັກຄີ ມີຄວາມທັນສະໄໝໃນການປະຕິບັດໜ້າທີວຽກງານ.
ພ້ອມດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົນໃໝ່ ຈົ່ງນຳພາຮັກສາຫລັກການ ແລະ ລະດັບຄວາມຕໍ່ເນື່ອງຂອງວຽງງານພັກ-ວຽກງານລັດ ເປັນຕົ້ນ ແມ່ນໃຫ້ສືບຕໍ່ນຳພາສ້າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ມີຄວາມສະຫງົບປອດໄພດີ, ມີຄວາມສ້າງສັນສາມັກຄີຢ່າງແໜ້ນແຟ້ນ, ຫັນເປັນທັນສະໄໝ, ຫັນເປັນຊ່ຽວຊານ ແລະ ເອົາໃຈໃສ່ບຳລຸງກໍ່ສ້າງ ແລະ ຈັດວາງຊັບຊ້ອນພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບຄວາມຮູ້ຄວາມສາມາດ, ນຳພາຄຸ້ມຄອງ, ປົກປັກຮັກສາ ແລະ ກວດກາການນຳໃຊ້ຊັບສົມບັດ ແລະ ການໃຊ້ງົບ ປະມານຂອງລັດ ຢ່າງປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.


ພ້ອມນີ້ ໃຫ້ບັນດາສະຫາຍທັງຫລາຍ ກໍຄືບັນດາກະຊວງ-ອົງການ ຈົ່ງໃຫ້ການສະໜັບສະໜູນຮ່ວມມື, ອຳນວຍຊ່ວຍເຫລືອ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດວຽກງານຕ່າງໆຮ່ວມກັບ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ເກີດດອກອອກຜົນ ໃຫ້ແກ່ພັກ-ລັດ, ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ.

ຂ່າວ: ມະນີທອນ, ພາບ:ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂກອງປະຊຸມໃຫຍ່ ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ IV
Next Post: ການນຳແຂວງສະຫວັນນະເຂດລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບຄອບຄົວ ທີ່ຖືກອັກຄີໄພ ໄຟໄໝ້ເຮືອນຢູ່ບ້ານດົງຫວາຍ ເມືອງຊົນນະບູລີ

Related Posts

ຫົວໜ້າຄະນະສະເພາະກິດຂັ້ນສູນກາງ ລົງຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂ ຄ ວິ ດ ຢູ່ແຂວງບໍລິຄໍາໄຊ ຂ່າວສານບ້ານເມືອງ
ຫ້າມຈໍາໜ່າຍຊື້ຂາຍເຄື່ອງດຶ່ມທີ່ມີທາດເຫຼົ້າ ຫ້າມບ້ານແລະເມືອງ ເກັບເງິນຄ່າທໍານຽມ ອອກໃບຢັ້ງຢືນ ໄລຍະໂຄວິດ-19 ຂ່າວສານບ້ານເມືອງ
ເສັ້ນທາງ 2E ເມືອງໄຊ ຫາ ເມືອງຫລາ ແຂວງອຸດົມໄຊ ຍັງບໍ່ສາມາດສັນຈອນໄດ້ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວກາງເດິກ ໃນບໍລິເວນ ເມືອງວຽງທອງ ແຂວງບໍລິຄໍາໄຊ ຂ່າວສານບ້ານເມືອງ
ກອງປະຊຸມທາງໄກ ລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຕ້ານການລະບາດ ໂຄວິດ-19 ຂ່າວສານບ້ານເມືອງ
ອັບເດດສະພາບທາງດິນເຈື່ອນ 13 ເໜືອ ທີ່ເມືອງກາສີ 23/8/2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme