ພິທີຖະແຫລງຂ່າວກ່ຽວກັບການກະກຽມຈັດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ ຈັດຂຶ້ນຕອນບ່າຍວັນທີ 4 ພະຈິກ 2020ນີ້ ທີ່ໂຮງແຮມຄາວພາຊາ ນະຄອນຫລວງວຽງຈັນ ໂດຍມີອະນຸກໍາມະການດ້ານຕ່າງໆ ແລະຜູ້ຕາງໜ້າອົງການGIZ ຂອງເຍຍລະມັນເຂົ້າຮ່ວມ.

ທ່ານນາງພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໃຫ້ບັນດາທຸລະກິດການທ່ອງທ່ຽວ ເປັນຕົ້ນ ແມ່ນ: ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈໍາໜ່າຍ ເຄື່ອງຫັດຖະກໍາ ແລະ ກະສິກໍາ, ແລະ ການນໍາໃຊ້ພະລັງງານທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເພື່ອປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ຂອງ ສປປ ລາວ ໂດຍສະເພາະແມ່ນເປົ້າໝາຍທີ 12: ການຜະລິດ ແລະ ການບໍລິໂພກ ທີ່ມີຄວາມຮັບຜິດຊອບ. ຊຶ່ງໄດ້ກໍານົດໃນຕົວຊີ້ບອກຂອງກະຊວງ ຖວທ, ຮອດປີ 2025 ທຸລະກິດທ່ອງທ່ຽວຂອງ ສປປ ລາວ: ຫລຸດຜ່ອນການນໍາໃຊ້ອຸປະກອນພຣາສຕິກ ແລະ ກ່ອງໂຟມ ຫຼາຍກວ່າ 50%, ເປັນການໂຄສະນາອາຊຽນ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ; ເປັນເວທີພົບປະແລກປ່ຽນ ທຸລະກິດ ຢູ່ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການດໍາເນີນທຸລະກິດ ໃຫ້ມີຄວາມຍືນຍົງ; ສ້າງໃຫ້ເປັນງານວາງສະແດງການທ່ອງທ່ຽວຕົວແບບ ທີ່ມີຄວາມຍືນຍົງໃນອາຊຽນ.
ທ່ານນາງພອນມະລີ ອິນທະພົມໃຫ້ຮູ້ອີກວ່າ: ເລີ່ມແຕ່ວັນທີ 5-6 ພະຈິກ 2020 ແມ່ນງານວາງສະແດງ ແລະ ງານສໍາມະນາທາງໄກ ໂດຍຜ່ານລະບົບ ອອນລາຍ; ວັນທີ 6-7 ພະຈິກ 2020 ແມ່ນງານວາງສະແດງ, ມີງານສໍາມະນາຫຼາຍຫົວຂໍ້ ແລະ ງານແຂ່ງຂັນ ປຸງແຕ່ງອາຫານລາວ ຢູ່ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໂດຍມີຜູ້ເຂົ້າຮ່ວມວາງສະແດງທາງໄກ ທັງໝົດ 20 ພາກສ່ວນ. ໃນນີ້, ຈາກ ສປປ ລາວ ຈໍານວນ 2 ຫ້ອງ, ສສ ຫວຽດນາມ 5 ຫ້ອງ, ອິນໂດເນເຊຍ 3 ຫ້ອງ, ສິງກະໂປ 2 ຫ້ອງ, ມາເລເຊຍ 1 ຫ້ອງ, ໄທ 4 ຫ້ອງ, ອົດສະຕຼາລີ 1 ຫ້ອງ, ຝຣັ່ງ 1 ຫ້ອງ, ແລະ ແອສປາຍ 1 ຫ້ອງ. ໂດຍຄະນະກໍາມະການຈັດງານໄດ້ເປີດກວ້າງໃຫ້ທຸກພາກສ່ວນເຂົ້າຮ່ວມໂດຍຜ່ານການລົງທະບຽນ ບໍ່ເສຍຄ່າ ແລະ ບໍ່ຈໍາກັດຈໍານວນຜຸ້ເຂົ້າຮ່ວມ.
ຜະລິດຕະພັນທີ່ນໍາມາວາງສະແດງ ແມ່ນຕົວຢ່າງທີ່ພົ້ນເດັ່ນໃນທຸລະກິດທ່ອງທ່ຽວ ເຊັ່ນ: ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ໂຄງການຕ່າງໆ;ຜະລິດຕະພັນອິນຊີ ແລະ ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ເຕັກໂນໂລຊີການຜະລິດ ແລະການນໍາໃຊ້ຄືນໃໝ່; ລະບົບນໍ້າ ແລະ ພະລັງງານທີ່ເປັນມິດກັບສິ່ງແວດລ້ອມ, ຜະລິດຕະພັນສີມືແຮງງານ.
ສໍາລັບຜູ້ເຂົ້າຮ່ວມຊົມ ສາມາດເຂົ້າເບິ່ງຮ້ານວາງສະແດງທາງອອນລາຍ ຊຶ່ງເປັນການອອກແບບຮ້ານວາງສະແດງທີ່ຄ້າຍຄືກັບຢູ່ສະຖານທີ່ຕົວຈິງ, ຜູ້ເຂົ້າຮ່ວມຈະເຫັນພາບລວມຂອງຫ້ອງວາງສະແດງ, ຈະເຫັນຊຶ່ ແລະ ຫ້ອງວາງສະແດງຂອງແຕ່ລະພາກສ່ວນ ຊຶ່ງມີການຕົກແຕ່ງຫ້ອງໃນຮູບແບບທີ່ແຕກຕ່າງກັນ, ສາມາດເຂົ້າເຖິງຂໍ້ມູນລາຍລະອຽດຂອງຜະລິດຕະພັນ ຫຼື ຫ້ອງວາງສະແດງແຕ່ລະຫ້ອງ ແລະ ຍັງສາມາດສອບຖາມຂໍ້ມູນກັບຜູ້ວາງສະແດງໄດ້.
ການຈັດງານໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການເຊື່ອມໂຍງເສດຖະກິດລາວ ສູ່ເສດຖະກິດອາຊຽນ, ໂຄງການຂອງລັດຖະບານປະເທດເຢຍລະມັນ ຫລືGIZ ແລະໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE); ໂຄງການທັກສະດ້ານການທ່ອງທ່ຽວ ໂຄງການ Lao/029 ແລະ ພາກສ່ວນອື່ນໆ.
ຜ່ານມາ ສປປ ລາວ ໄດ້ຈັດງານທ່ອງທ່ຽວພາຍໃນແລ້ວ 2ຄັ້ງ ຄືຢູ່ຫລວງພະບາງໃນປີ 2018 ແລະຄັ້ງທີ2 ຢູ່ນະຄອນຫລວງວຽງຈັນ ໃນປີ 2019 ຍ້ອນປະສົບຜົນສໍາເລັດເປັນຢ່າງດີ ຈຶ່ງໄດ້ຍົກລະດັບຂຶ້ນເປັນລະດັບອາຊຽນ ເຊິ່ງເປັນຄັ້ງທໍາອິດຂອງຂົງເຂດທ່ອງທ່ຽວໃນລະດັບພາກພື້ນ ທີ່ໄດ້ລິເລີ່ມຈັດງານນີ້.