ໃນສັງຄົມປະຈຸບັນການຊອກຫາແຫຼ່ງລາຍຮັບເພີ່ມ ເພື່ອເຮັດໃຫ້ເສດຖະກິດຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ມັນບໍ່ແມ່ນເລື່ອງງ່າຍ ແລະ ກໍ່ບໍ່ແມ່ນເລື່ອງຍາກຈະເປັນອາຊີບປູກຝັງ – ລ້ຽງ ສັດ, ຄ້າຂາຍຫຼືອາຊີບອັນໃດກໍ່ແລ້ວແຕ່ ຖ້າຫາກວ່າພວກເຮົາມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມບຸກບືນ, ຊື່ສັດ, ອົດທົນ ແລະ ມີຄວາມຕັດສິນໃຈສູງ ກໍ່ຈະສາມາດເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ສະນັ້ນການສ້າງເສດຖະກິດຄອບຄົວ ເພື່ອຊອກຫາແຫຼ່ງລາຍຮັບເພີ່ມດ້ວຍການປູກເຂົ້າ, ລ້ຽງງົວ, ຂະຫຍາຍແນວພັນຫຍ້າຂາຍ ແລະ ອຶ່ນໆ ຈະເປັນພະນັກງານ, ທະຫານ, ຕຳຫຼວດ ກໍ່ສາມາດເຮັດໄດ້ ເພາະວ່າແນວທາງນະໂຍບາຍຂອງພັກ-ລັດ ເຮົາ ຍາມໃດເພິ່ນກໍ່ໄດ້ເປັນຫ່ວງເປັນໄຍ ແລະ ຊຸກຍູ້ສົ່ງເສີມປະຊາຊົນບັນດາເຜົ່າ ທຳການຜະລິດປູກຝັງ-ລ້ຽງສັດ, ເຮັດທຸລະກິດຕາມຄວາມສາມາດ ແລະ ເງຶ່ອນໄຂຂອງໃຜລາວ ແຕ່ບໍ່ໃຫ້ຂັດກັບລະບຽບກົດໝາຍຂອງບ້ານເມືອງ ກໍ່ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ຄືດັ່ງຄອບຄົວຂອງສະຫາຍ ພັຕ ສົມພອນ ສຸວັນນະແສງ ເລຂາໜ່ວຍພັກ ຫົວໜ້າພະແນກພະລາທິການ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງສະຫາຍເປັນຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ພ້ອມທັງເຮັດສຳເລັດໜ້າທີ່ຕາມການຈັດຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ ນອກຈາກເຮັດວຽກສ່ວນລວມແລ້ວ ສະຫາຍຍັງໄດ້ໃຊ້ເວລາຫວ່າງກ່ອນໂມງເຂົ້າການ, ຫຼັງໂມງເລີກການ ແລະ ວັນເສົາ-ວັນອາທິດ ເພື່ອລ້ຽງງົວ, ຂະຫຍາຍແນວພັນຫຍ້າຂາຍ ປູກເຂົ້ານາປີຕາມລະດູການ ແລະອຶ່ນໆ ໃນປີໜຶ່ງສາມາດສ້າງລາຍຮັບເພີ່ມເຂົ້າຄອບຄົວໄດ້ 60 ລ້ານ ຫາ 70 ລ້ານກີບຕໍ່ປີ ເມື່ອບວກກັບເງິນເດືອນທັງສອງຄົນແລ້ວປີໜຶ່ງມີລາຍຮັບເຂົ້າຄອບຄົວທັງໝົດ 100 ກວ່າລ້ານກີບ.

.

.

ສະຫາຍ ພັຕ ສົມພອນ ສຸວັນນະແສງ ເລຂາໜ່ວຍພັກ ຫົວໜ້າພະແນກພະລາທິການ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ກ່າວວ່າ: ໃນປີ 1997 ໄດ້ສ້າງຄອບຄົວກັບນາງ ວິໄລ ສີສຸມາ ອາຊີບພະນັກງານ ຢູ່ບ້ານຊະນະຄາມ ເມືອງຊະນະຄາມ ແຂວງວຽງຈັນ ມີລູກນຳກັນ 2 ຄົນ ຍິງ 1 ຄົນ ໃນເບື້ອງຕົ້ນຊີວິດການເປັນຢູ່ຂອງຄອບ ຄົວສະຫາຍ ແມ່ນຂາດໆເຂີນໆ ອາໃສແຕ່ເງິນເດືອນ ເພື່ອລ້ຽງຊີວິດປະຈຳວັນ ແຕ່ກໍ່ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ຕໍ່ມາໄລຍະປີ 2008 ສະຫາຍ ພັຕ ສົມພອນ ສຸວັນນະແສງ ຈຶ່ງໄດ້ປຶກສາຫາລືກັບນາງ ວິໄລ ສີສຸມາ ຜູ້ເປັນເມຍ ເພື່ອຊອກຫາແຫຼ່ງລາຍຮັບເພີ່ມເຂົ້າຄອບຄົວ ເປັນ ຕົ້ນແມ່ນປູກເຂົ້ານາປີ, ລ້ຽງງົວ, ປູກຫຍ້າຂະຫຍາຍແນວພັນຫຍ້າຂາຍ ເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະມີຄວາມຕັດສິນໃຈສູງ ຈຶ່ງໄດ້ສ້າງອາຊີບເສີມໃນປີ 2008 ເປັນ ຕົ້ນມາ ໃນເບື້ອງຕົ້ນຄອບຄົວສະຫາຍມີນາ 1 ເຮັກຕ່າ ຜະລິດເຂົ້າໄດ້ 7 ໂຕານ/ປີ, ມີຄັງ 2 ເຮັກຕ່າ ລ້ງງງົວ 5 ໂຕ ແລະ ໄດ້ຂະຫຍາຍເນື້ອທີ່ຄັງໃນທຸກໆປີ ພ້ອມທັງຊື້ງົວເຂົ້າເພີ່ມ ມາຮອດປະຈຸບັນ ມີຄັງ 18 ເຮັກຕ່າ, ມີງົວ 40 ກວ່າໂຕ ພ້ອມທັງປູກຫຍ້າພັນໂລຊີ ເພື່ອເປັນອາຫານງົວ, ໂດຍມີແຮງງານຕົ້ນຕໍ 2 ຄົນ, ບາງຄັ້ງກໍ່ໄດ້ຈ້າງແຮງງານເພີີ່ມ ຜ່ານການປູກເຂົ້າ, ປູກຫຍ້າ ແລະ ລ້ຽງງົວເຫັນວ່າໄດ້ຮັບຜົນດີ ສະເສ່ຍລາຍຮັບຈາກການຂາຍເຂົ້າ 11 ລ້ານກວ່າກີບ/ປີ, ຂາຍແນວພັນຫຍ້າ 10 ລ້ານຫາ 15 ລ້ານກີບ/ປີ ແລະ ຂາຍງົວ 30 ລ້ານຫາ 40 ລ້ານກີບ/ປີ ສາມາດສ້າງລາຍຮັບເພີ່ມເຂົ້າຄອບຄົວໄດ້ທັງໝົດປະມານ 60.000.000 – 70.000.000 ກີບ/ປີ ເມີ່ອບວກກັບເງິນເດືອນທັງສອງຄົນແລ້ວປີໜຶ່ງມີລາຍຮັບເຂົ້າຄອບຄົວທັງໝົດ 100 ກວ່າລ້ານກີບ ລາຍຮັບທີ່ໄດ້ຈາກການຂາຍເຂົ້າ, ຂາຍແນວພັນຫຍ້າ ແລະ ຂາຍງົວໃນແຕ່ລະປີແມ່ນໄດ້ສະສົມໄວ້ ສາມາດປຸກເຮືອນໄດ້ 1 ຫຼັງ, ຊື້ລົດໃຫຍ່ 1 ຄັນ ແລະ ລົດຈັກ 1 ຄັນ ສ່ວນໜຶ່ງກໍ່ໃຊ້ເປັນທຶນໝູນວຽນ ແລະ ສົ່ງເສີມໃຫ້ລູກຮຽນໜັງສື ຄາດວ່າໃນຕໍ່ໜ້າຄອບຄົວຂອງສະຫາຍແມ່ນຈະຂະຫຍາຍຄອກງົວເພີ່ມອີກ 2 ຄອກ ແລະ ເພີ່ມແມ່ພັນງົວຕື່ມອີກ.

.

ທ່ານ ພັທ ນວນຕີ ຄຳພາພົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ ໄດ້ຢັ້ງຢືນຕື່ມອີກວ່າ: ຄອບຄົວຂອງສະຫາຍ ພັຕ ສົມພອນ ສຸວັນນະແສງ ສັງກັດຢູ່ກອງບັນຊາການ ປກສ ເມືອງຊະນະຄາມ ເຊິ່ງສະຫາຍແມ່ນຜູ້ໜຶ່ງທີ່ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍ ພ້ອມນັ້ນສະຫາຍຍັງໄດ້ປະຕິບັດຕາມແນວທາງນະໂຍບາຍຂອງພັກກໍ່ຄືກະຊວງປ້ອງກັນຄວາມສະຫງົບວາງອອກ ໂດຍສະເພາະແມ່ນການພັດທະນາເສດຖະກິດຄອບຄົວຂອງຕົນເອງ ຜ່ານການສູ້ຊົນ ແລະເດີນຕາມເສັ້ນທາງທີ່ພັກ-ລັດວາງອອກ ຖືວ່າຄອບຄົວຂອງສະຫາຍສາມາດປະຕິບັດໄດ້ ນັບແຕ່ປີ 2008 ເປັນຕົ້ນມາ ເຫັນໄດ້ວ່າເສດຖະກິດຄອບຄົວຂອງສະຫາຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂື້ນ ມາເຖິງປະຈຸບັນຄອບຄົວຂອງສະຫາຍແມ່ນໄດ້ລົງທຶນເພີ່ມຂື້ນເຂົ້າໃນການການປູກເຂົ້າ, ປູກຫຍ້າ ແລະ ລ້ຽງງົວ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນເລື້ອຍໆຈາກຊີວິດທີ່ຂາດໆເຂີນໆ ຈົນສາ ມາດຂະຫຍາຍຕົວກູ້ມຢູ່ກູ້ມກິນ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານ-ນັກຮົບ ຢູ່ພາຍໃນກອງບັນ ຊາການເມືອງຊະນະຄາມ ແລະ ເມືອງອຶ່ນໆໄດ້.

.

.

ໂດຍ: ກົງສະເດັດ