Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ເປີດບາງດ່ານປະເພນີ-ດ່ານທ້ອງຖິ່ນ ທີ່ຈໍາເປັນໃນການຂົນສົ່ງສິນຄ້າ

Posted on 04/11/202004/11/2020 By News No Comments on ສປປ ລາວ ເປີດບາງດ່ານປະເພນີ-ດ່ານທ້ອງຖິ່ນ ທີ່ຈໍາເປັນໃນການຂົນສົ່ງສິນຄ້າ

ແຈ້ງເປີດດ່ານຊົ່ວຄາວໃນບາງແຂວງ ເປັນຕົ້ນ ດ່ານປະເພນີໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ; ດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ; ດ່ານປະເພນີທ່າສະອາດ ຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ຊົ່ວຄາວ ແລະ ດ່ານທ້ອງຖິ່ນປາງໄຮ ເມືອງສິງ ແຂວງຫລວງນໍ້າທາ.

ຫ້ອງວ່າການສຳນັກງານຍາຍົກລັດຖະມົນຕີ ໄດ້ມີແຈ້ງການ ອີງຕາມແຈ້ງການເລກທີ 1131/ຫສນຍ, ລົງວັນທີ 15 ຕຸລາ 2020 ກ່ຽວກັບມາດຕະການຜ່ອນຜັນ ໃນໄລຍະການລະບາດຂອງພະ ຍາດໂຄວິດ-19, ເຊິ່ງໄດ້ມີການແຈ້ງເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈໍາເປັນ ແລະ ສໍາຄັນຕໍ່ການພັດທະນາ ດັ່ງຕໍ່ໄປນີ້: ເຫັນດີອະນຸມັດ ໃຫ້ເປີດດ່ານທ້ອງຖີ່ນປາງໄຮ ແຂວງຫລວງນໍ້າທາ ສໍາລັບຂົນສົ່ງສິນຄ້າເຂົ້າ-ອອກ ສປປ ລາວ ທີ່ມີຄວາມຈໍາເປັນ ນັບແຕ່ວັນທີ 1 ພະຈິກ ຫາ 30 ມິຖຸນາ 2021 ຕາມການສະເໜີ ແຕ່ໃຫ້ປະຕິບັດຕາມລະບຽບການຂົນສົ່ງສິນຄ້າເຂົ້າ-ອອກ ທີ່ສອງຝ່າຍໄດ້ຕົກລົງ ແລະ ປະຕິບັດຜ່ານມາ ໃນໄລຍະທີ່ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19; ເຫັນດີອະນຸມັດໃຫ້ບໍລິສັດຍິງເມົາ ສົ່ງເສີມປູກອ້ອຍ ຂາອອກ-ຂາເຂົ້າ ຈໍາກັດ ນໍາເຂົ້າແຮງງານ ຈໍານວນ 148 ຄົນ (ພະນັກງານຄຸ້ມຄອງ ແລະ ບໍລິຫານໂຄງການຈາກ ສປ ຈີນ 17 ຄົນ ແລະ ຄົນຂັບລົດ 131 ຄົນ) ແລະ ລົດຮັບໃຊ້ ຈໍານວນ 136 ຄັນ (ລົດຮັບໃຊ້ບໍລິຫານ 5 ຄັນ ແລະ ລົດບັນທຸກອ້ອຍ 131 ຄັນ) ເຂົ້າມາ ສປປ ລາວ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ ໂດຍຜ່ານດ່ານທ້ອງຖິ່ນປາງໄຮ ເມືອງສິງ ແຂວງຫລວງນໍ້າທາ ເພື່ອກະກຽມສົ່ງອ້ອຍອອກໄປ ສປ ຈີນ, ແຕ່ໃນການປະຕິບັດຕົວຈີງ ໃຫ້ບໍລິສັດສ້າງແຜນສົ່ງອອກສິນຄ້າດັ່ງກ່າວໃຫ້ລະອຽດ; ເຫັນດີອະນຸມັດໃຫ້ເປີດດ່ານປະເພນີ ທ່າສະອາດ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຊົ່ວຄາວ ເພື່ອຮັບໃຊ້ໃຫ້ແກ່ການນໍາເຂົ້າວັດສະດຸ ອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງບໍລິສັດໄຟຟ້ານໍ້າເທີນ 1 ຈໍາກັດ ສະເພາະຈໍານວນ 4 ລາຍການ ເຊິ່ງມີນໍ້າໜັກລວມ 134 ໂຕນ-191,60 ໂຕນ ຕໍ່ລາຍການ ຕາມອີນວອຍເລກທີ INV-NT1-HIN-110, INV-NT1-HIN-111, INV-NT1-HAV-034a ແລະ INV-NT1-HAV-034b.

ພາຍຫລັງຂົນເຄື່ອງສໍາເລັດແລ້ວ ໃຫ້ປິດດ່ານດັ່ງກ່າວຄືນ; ເຫັນດີອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດເພັດທອງຄໍາ ບໍ່ແຮ່ ຈໍາກັດ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ; ເຫັນດີອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ.

ໃນປັດຈຸບັນ, ຖືວ່າພະຍາດລະບາດໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດໃນທົ່ວຂົງເຂດອາຊີ ແລະ ກໍ່ຄືໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ພັກ ແລະ ລັດຖະບານ ໄດ້ມີຄວາມພະ ຍາຍາມອັນສູງສຸດທີ່ຈະນໍາໃຊ້ມາດຕະການຢ່າງເຄັ່ງຂັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ ລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກ ກະຕິທີ່ສຸດ. ສະນັ້ນ, ລັດຖະບານຈຶ່ງໄດ້ມີແຈ້ງການ ຜ່ອນຜັນການຂົນສົ່ງຜ່ານຊາຍແດນ ຂອງບາງແຂວງ ໂດຍອີງຕາມຄວາມເໝາະສົມ, ການສະເໜີຈາກພາກສ່ວນທີ່ກ່ຽວຂ້ອງທີ່ມີຄວາມຈໍາເປັນຢ່າງຍິງ ແລະ ການສົ່ງເສີມໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມ ໃນສະພາບການເຊັ່ນນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບ-ຮັບໜ້າທີ່ ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງ, ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
Next Post: 3 ອົງການຈັດຕັ້ງມະຫາຊົນພະແນກ ຖວທ ແຂວງຊຽງຂວາງ ມອບເຄື່ອງໃຊ້ໃນຄົວເຮືອນໃຫ້ປະຊາຊົນຜູ້ທຸກຍາກ

Related Posts

ກະຊວງພາຍໃນ ຊີ້ແຈງກໍລະນີການຈັດຕັ້ງ ກຸ່ມບ້ານ ຂ່າວສານບ້ານເມືອງ
ໄດ້ກັບບ້ານແລ້ວ! ໂຮງໝໍເສດຖາທິຣາດ ປິ່ນປົວຜູ້ເຊື້ອໂຄວິດຫາຍດີ 18​ ຄົນ ຂ່າວສານບ້ານເມືອງ
ເມືອງສັງທອງ ເຂັ້ມງວດປ້ອງກັນການ ລັ ກ ລ ອ ບ ເດີນທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ຄຽງ ຂ່າວສານບ້ານເມືອງ
ການປ້ອງກັນການແຜ່ລະບາດຂອງໂຄວິດ-19, ທຸກຄົນຕ້ອງມີສ່ວນຮ່ວມ ຂ່າວສານບ້ານເມືອງ
ໄຟໄໝ້ເຂດວັດໂພນສະຫວ່າງ ເມືອງທ່າພະບາດກາງເດິກ ເສຍຫາຍໜັກ (ມີຄລິບ) ຂ່າວສານບ້ານເມືອງ
ແຈ້ງຄົນຫາຍ ທ້າວ ກົງຄຳໄຫວ ສໍຍະວົງ ບໍ່ເຫັນແຕ່ມື້ເຂົ້າພັນສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme