Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກອູປະກາດພະນັກງານລັດຖະກອນອອກພັກການຮັບອຸດໜຸນເບ້ຍບໍານານ

Posted on 03/11/202003/11/2020 By News No Comments on ເມືອງປາກອູປະກາດພະນັກງານລັດຖະກອນອອກພັກການຮັບອຸດໜຸນເບ້ຍບໍານານ

ເມືອງປາກອູ ຈັດພິທີປະກາດພະນັກງານລັດຖະກອນພັກຜ່ອນຮັບອຸດໜູນເບ້ຍບໍານານແລະຍົກຍ້າຍບ່ອນປະຈໍາການພະນັກງານເມືອງປາກອູຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ປທ ແກ່ນຄໍາ ຄໍາພັນ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງປາກອູ, ມີຄະນະປະຈຳ, ກຳມະການພັກ ຫົວໜ້າ ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.

ທ່ານ ຊໍ່ຊົ່ງ ຮອງຫົວໜ້າຄະນະຈັດຕັ້ງເມືອງປາກອູ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫລວງພະບາງ ວ່າດ້ວຍການອະນຸມັດໃຫ້ ທ່ານ ນາງ ບົວແກ້ວ ສີສຸພັນທອນ ຮອງປະທານສະຫະພັນແມ່ຍິງເມືອງປາກອູ ແລະ ທ່ານ ແກ່ນສີ ສິງດາລັກ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງປາກອູ. ອອກພັກການຮັບອຸດໜູນເບ້ຍບໍານານ, ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງປາກອູສະບັບເລກທີ 515/ຈມ.ປອ ລົງວັນທີ13 ຕຸລາ ( 10 ) 2020 ວ່າດ້ວຍການຍົກຍ້າຍບ່ອນປະຈໍາການຂອງພະນັກງານເມືອງປາກອູ,ໄດ້ຍົກຍ້າຍທ່ານ ສີອາດ ພົມມະຈັນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງປາກອູ.

ໄປເປັນຮອງປະທານແນວລາວສ້າງຊາດເມືອງປາກອູ. ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງປາກອູ. ສະບັບເລກທີ 552/ຈມ-ປອ ລົງວັນທີ 27 ຕຸລາ (10 ) 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການຄື: ແຕ່ງຕັ້ງ ທ່ານ ສົມພອນ ແສງຈັນ ຮອງຫົວໜ້າໜ່ວຍງານທະບຽນສານ ຂຶ້ນເປັນຮອງຫົວໜ້າຫ້ອງການຍຸຕິທໍາເມືອງປາກອູ.

ໂອກາດນີ້ ທ່ານ ປ ທ ແກ່ນຄໍາ ຄໍາພັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກອູ ໄດ້ມີຄໍາເຫັນໂອ້ລົມກ່ອນອື່ນທ່ານກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງ ພະນັກງານພັກການຮັບອຸດໜູນເບ້ຍບໍານານ ທີ່ໄດ້ຊີ້ນໍາໆພາຈັດຕັ້ງປະຕິບັດຢູ່ເມືອງປາກອູມີຫຼາຍອັນພົ້ນເດັ່ນຫຼາຍດ້ານ ຮຽກຮ້ອງມາຍັງພະນັກງານພັກການຮັບອຸດໜຸນເບ້ຍບໍານານໃຫ້ມີສ່ວນຮ່ວມໃນວຽກງານຂອງເມືອງ,ເປັນທີ່ປຶກສາວຽກງານຕ່າງໆເພື່ອຖ່າຍທອດຄວາມຮູ້ໃຫ້ພະນັກງານຜູ້ສືບທອດ.

ທ່ານໄດ້ກ່າວຕື່ມອີກວ່າ ການປະກາດຍົກຍ້າຍບ່ອນປະຈໍາການຂອງພະນັກງານ ແມ່ນການປັບປຸງກົງຈັກການຈັດຕັ້ງ ແບ່ງໜ້າທີຄວາມຮັບຜິດຊອບ ອັນໃໝ່ສະນັ້ນ, ຮຽກຮ້ອງມາຍັງຜູ້ຖືກຍົກຍ້າຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມພາລະບົດບາດ,ຕາມໜ້າວຽກທີ່ໄດ້ຮັບມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດການແຕ່ງຕັ້ງພະນັກງານນຳພາ – ບັນຊາຂັ້ນຕ່າງໆ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ
Next Post: ມອບ-ຮັບໜ້າທີ່ ຮອງເຈົ້າແຂວງ, ຫົວໜ້າຄະນະຈັດຕັ້ງ, ຫົວໜ້າພະແນກການເງິນ ແຂວງໄຊຍະບູລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Related Posts

ຂ່າວຮ້າຍ ໂ ຈ ນ ອ ອ ກ ອ າ ລ ະ ວ າ ດ ໃຊ້ ປື ນ ປຸ້ ນ ຊິ ງ ຊັ ບ ຕາມຮ້ານຕ່າງໆ ມີຄລິບ ຂ່າວສານບ້ານເມືອງ
ເກີດເຫດມື້ຄືນນີ້! ໄຟໄໝ້ລົດທີ່ທາງດ່ວນວັງວຽງ-ຂາອອກ ເຂດຫຼັກ 52 (ມີຄຣິບ) ຂ່າວສານບ້ານເມືອງ
ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ດ້ານການນໍາໃຊ້ ລະບົບຖານຂໍ້ມູນປັບປຸງໃໝ່ແບບລະບົບອອນລາຍ ຂ່າວສານບ້ານເມືອງ
ເລື່ອງຄູ່ຄອງ ແລະ ຄວາມຮັກ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 929ຄົນ ຂ່າວສານບ້ານເມືອງ
ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ມ້າງຄະດີ ຊິ ງ ຊັ ບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme