Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດການແຕ່ງຕັ້ງພະນັກງານນຳພາ – ບັນຊາຂັ້ນຕ່າງໆ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ

Posted on 03/11/202003/11/2020 By News No Comments on ປະກາດການແຕ່ງຕັ້ງພະນັກງານນຳພາ – ບັນຊາຂັ້ນຕ່າງໆ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ

ວັນທີ 30 ຕຸລາ 2020 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວ ໜ້າກົມ-ຮອງກົມ, ຫົວໜ້າການ ທະຫານໂຮງຮຽນ 303 ແລະ ບັນດາພະແນນ, ຂະແໜງການ ທີ່ຂຶ້ນກັບກົມໃຫຍ່ເສນາທິ ການກອງທັບ, ໂດຍການເປັນ ປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຂະແໜງການ, ຄະນະພັກ-ຄະນະບັນຊາກອງ ຮາກຖານເຂົ້າຮ່ວມ.

ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກ, ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບໄດ້ຂຶ້ນຜ່ານຂໍຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງ ກອງທັບ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານມີຄື: ຍົກ ຍ້າຍ ພັນໂທ ຄໍາແສງ ແກ້ວດວງດີ ຫົວໜ້າການທະຫານໂຮງຮຽນ 303 ໄປໃຫ້ກົມ 49 ເພື່ອໄປຮັບ ໜ້າທີ່ໃໝ່; ແຕ່ງຕັ້ງ ພັນເອກ ອຸດອນ ອ້ວນສັກດາ ເປັນຫົວໜ້າກົມ 49, ພັນໂທ ຄໍາແສງ ແກ້ວດວງດີ ເປັນຮອງຫົວໜ້າກົມ ແລະ ພັນໂທ ທອງດໍາ ດວງມາລາ ເປັນຮອງຫົວໜ້າກົມ; ຍົກຍ້າຍ ພັນ ເອກ ດາວໄກ ເລີດລີວັນ ສໍາເລັດ ໜ້າທີ່ເປັນທີ່ປຶກສາທູດປ້ອງ ກັນຊາດລາວປະຈໍາປະເທດ ໄທ ເປັນຮອງຫົວໜ້າກົມທະ ຫານຊາຍແດນ; ແຕ່ງຕັ້ງ ພັນໂທ ກົມພັນ ຈັນທະວົງ ເປັນຮອງຫົວ ໜ້າກົມສູ້ຮົບ; ແຕ່ງຕັ້ງ ພັນໂທ ພູເງິນ ພົມເມືອງ ເປັນຮອງຫົວ ໜ້າກົມອົບຮົມ; ແຕ່ງຕັ້ງ ພັນໂທ ໄຊພອນ ນະຄອນໄຊ ເປັນຫົວໜ້າ ການທະຫານໂຮງຮຽນ 303; ແຕ່ງຕັ້ງ ພັນໂທ ພົງສະຫວັດ ຄໍາຜຸຍ ເປັນຮອງຫົວໜ້າພະແນກຍຸດທະວິທີ ແລະ ພັນໂທ ລັດສະໝີ ແສງດາວັນ ເປັນຮອງ ຫົວໜ້າພະແນກສິລະປະຍຸດ; ແຕ່ງ ຕັ້ງພັນຕີ ຄໍາປ່ຽນ ວິໄລສານ ເປັນຮອງຫົວໜ້າພະແນກ ຈັດຕັ້ງປະກອບຂອງກົມກອງ ທ້ອງຖິ່ນ; ແຕ່ງຕັ້ງ ພັນຕີ ໄກ່ ແກ້ວ ວົງພະຈັນ ເປັນຫົວໜ້າພະ ແນກຫ້ອງການ ແລະ ບໍລິຫານ ຂອງກອງກີລາ ແລະ ແຕ່ງຕັ້ງ ຮ້ອຍໂທ ດົ່ງພອນ ເພັດລາທັນ ເປັນຫົວໜ້າຂະແໜງປະກັນສັງຄົມຂອງໂຮງງານແຜ່ນທີ່ກອງທັບ.

ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າ ທີ່ໃໝ່, ທຸກສະຫາຍຕັ້ງໜ້າປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງຕັ້ງໜ້າ ເພາະການທີ່ໄດ້ໄດ້ຮັບໜ້າທີໃໝ່ນີ້ເປັນການໄວ້ເນື້ອເຊື່ອໃຈຈາກ ຂັ້ນເທິງ ພ້ອມທັງເປັນອີກບາດ ກ້າວໜຶ່ງຂອງໜ້າທີ່ການເມືອງ ຂອງບັນດາສະຫາຍ, ເຮັດວຽກຢ່າງມີສະຕິ ແລະ ມີຄວາມຮັບຜິດຊອບສູງ, ເປັນແບບຢ່າງໃຫ້ພະນັກງານ-ນັກຮົບ, ເຮັດວຽກຕ້ອງມີແບບແຜນ ແລະ ຕ້ອງມີຄວາມສາມັກຄີເປັນປຶກແຜ່ນ.

ໂດຍ: ແສງເດືອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ
Next Post: ເມືອງປາກອູປະກາດພະນັກງານລັດຖະກອນອອກພັກການຮັບອຸດໜຸນເບ້ຍບໍານານ

Related Posts

ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ ຂ່າວສານບ້ານເມືອງ
ຄະນະແພດ-ໝໍ ແຂວງຫລວງພະບາງ ເອກອ້າງທະນົງໃຈຕໍ່ໄຊຊະນະການປິ່ນປົ່ວ ພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຂໍອານຸໂມທະນາບຸນ! ຄະນະພຣະສົງເມືອງ ສີໂຄດຕະບອງ ບໍລິຈາກຕຽງນອນ ແລະ ອຸປະກອນນຳໃຊ້ຕ່າງໆເພື່ອຊ່ວຍເຫຼືອຜູ້ທີ່ຕິດ ໂ ຄ ວິ ດ ຂ່າວສານບ້ານເມືອງ
21 ເມສາ ລາວລາຍງານຜູ່ຕິດເຊື້ອເພີ່ມ +0 ເປັນມື້ທີ່ 9 ຂ່າວສານບ້ານເມືອງ
ແຈ້ງຜົນເສຍຫາຍ! ຈາກອຸທົກກະໄພ ປີ 2020 ສົ່ງຜົນກະທົບທີ່ຢູ່ອາໄສ ຂອງປະຊາຊົນ ສະຫວັນນະເຂດ 168 ບ້ານ, ມີ 10.055 ຫລັງຄາ ຂ່າວສານບ້ານເມືອງ
ຍັງບໍ່ຕາຍ ບໍ່ກ່ຽວກັບໄວຣັດໂຄໂຣນາ ແຕ່ແມ່ນຊາຍມົງໂກລີເມົາເຫຼົ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme